ເປີດສະໜາມບິນບໍ່ແກ້ວ ເປັນສະໜາມບິນສາກົນ

13 Mar 2026

ຄລິກແຊຣ໌ 0 Facebook WhatsApp

ພິທີເປີດໃຫ້ບໍລິການສະໜາມບິນສາກົນບໍ່ແກ້ວ ຢ່າງເປັນທາງການ ມີຂຶ້ນໃນຕອນບ່າຍວັນທີ 6 ມີນາ 2026 ໂດຍການເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຂະ ແໜງການກ່ຽວຂ້ອງຈາກສູນກາງ ແລະ ແຂວງບໍ່ແກ້ວ.

ທ່ານ ນາງ ທຽນທອງ ໂສພາ ຜູ້ອຳນວຍການສະໜາມບິນສາກົນບໍ່ແກ້ວ ໄດ້ລາຍງານການຈັດຕັ້ງປະຕິບັດໃຫ້ຮູ້ວ່າ: ສະໜາມບິນສາກົນບໍ່ແກ້ວ ຕັ້ງຢູທີ່ບ້ານໃຫຍ່ສີເມືອງງາມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຫ່າງຈາກເຂດເສດຖະກິດພິເສດສາມຫຼ່ຽມຄໍາ ປະມານ 5 ກິໂລແມັດ. ກໍ່ສ້າງໃນປີ 2021-2023 ເປີດໃຫ້ບໍລິການອາຄານຜູ້ໂດຍສານ ວັນທີ 5 ກຸມພາ 2024 ເປັນຕົ້ນມາ.

 ສະໜາມບິນສາກົນບໍ່ແກ້ວ ຖືກຈັດຢູ່ໃນປະເພດສະໜາມບິນຂະໜາດກາງ (Code 4C) ຮອງຮັບເຮືອບິນປະເພດ A-320 ຫຼື B-737. ມີ 3 ທາງຂັບເຄື່ອນ (Taxiway) ຄື: Alpha, Bravo ແລະ Charie ໂດຍມີລານຈອດເຮືອບິນ ຂະໜາດ 130m x 220m ເຊິ່ງປະກອບມີຂຸມຈອດເຮືອບິນທັງໝົດ 4 ຂຸມຈອດ, ສາມາດຮັບເຮືອບິນຂະໜາດ A-320 ຫຼື B-737 ໄດ້ພ້ອມກັນ 2 ລໍາ ແລະ ອີກ 2 ລໍາ ປະເພດເຮືອບິນ ATR-72 ຫຼື MA-60 ລົງມາ.

ສໍາລັບສິ່ງອໍານວຍຄວາມສະດວກໃຫ້ແກ່ຖ້ຽວບິນ ແລະ ຜູ້ໂດຍສານ ຢູ່ສະໜາມບິນສາກົນບໍ່ແກ້ວ ມີອາຄານຜູ້ໂດຍສານ 1 ຫຼັງ ໂດຍໄດ້ແບ່ງພື້ນທີ່ໃຫ້ບໍລິການທັງຖ້ຽວບິນພາຍໃນປະເທດ ແລະ ຕ່າງປະເທດ, ມີເຄົາເຕີພ້ອມທັງອຸປະກອນຮັບໃຊ້ການແຈ້ງປີ້-ຊັ່ງເຄື່ອງຂອງຜູ້ໂດຍສານ ເບື້ອງສາຍພາຍໃນປະເທດປະກອບມີ 8 ເຄົາເຕີ ແລະ ເບື້ອງສາຍຕ່າງປະເທດ ມີ 10 ເຄົາເຕີ, ມີປະຕູປ່ອຍໂດຍສານ ຈໍານວນ 4 ປະຕູ, ມີ 2 ຂົວທຽບເຮືອບິນ (ງວງຊ້າງ).

ສໍາລັບພື້ນທີ່ຮອງຮັບຜູ້ໂດຍສານ (Peak Hour) ຖ້ຽວບິນພາຍໃນປະເທດສາມາດຮອງຮັບຜູ້ໂດຍສານໄດ້ 250 ຄົນ ແລະ ຕ່າງປະເທດ 384 ຄົນ. ນອກຈາກນັ້ນຍັງມີການໃຫ້ບໍລິການຫ້ອງຮັບຮອງແຂກກຽດຕິຍົດ (VIP Lounge) ຢູ່ທັງໃນພື້ນທີ່ຫ້ອງລໍຖ້າໂດຍສານຂາອອກຂອງຜູ້ໂດຍສານທັງສາຍພາຍໃນ ແລະ ສາຍຕ່າງປະເທດ.

ປະຈຸບັນມີພະນັກງານທັງໝົດ 155 ຄົນ ເປັນຍິງ 51 ຄົນ, ນອກຈາກນັ້ນຍັງມີສາງນໍ້າມັນ 1 ແຫ່ງທີ່ສາມາດບໍລິການນໍ້າມັນເຊື້ອໄຟໃຫ້ແກ່ສາຍການບິນ ໃນປະລິມານສູງສຸດ 400,000 ລິດ.

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າ: ວຽກງານການບິນພົນລະເຮືອນ ແມ່ນວຽກງານໜຶ່ງທີ່ສໍາຄັນຂອງຂະແໜງ ໂຍທາທິການ ແລະ ຂົນສົ່ງ ເຊິ່ງໄດ້ປະກອບສ່ວນກະຕຸກຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະແມ່ນຂະແໜງບໍລິການດ້ານການຄ້າ-ການທ່ອງທ່ຽວ ພ້ອມທັງສາມາດຕອບສະໜອງໃຫ້ແກ່ນະໂຍບາຍເຊື່ອມໂຍງ-ເຊື່ອມຈອດ ທັງພາຍໃນ ແລະ ພາກພື້ນ.

 ເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ກໍ່ຄືມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງ ຍທຂ ແລະ ແຜນພັດທະນາຂະແໜງ ຍທຂ ໄລຍະ 5 ປີ 2026-2030, ກະຊວງໂຍທາທິການ ແລະ ຂົນສົ່ງ ກໍໄດ້ກໍານົດຄາດໝາຍການຂົນສົ່ງໂດຍສານ ແລະ ສິນຄ້າທາງອາກາດ ເພີ່ມຂຶ້ນສະເລ່ຍ 0.8%ຕໍ່ປີ; ສະນັ້ນ, ໃນໂອກາດທີ່ເປີດສະໜາມບິນບໍ່ແກ້ວເປັນສະໜາມບິນສາກົນ ໃນຄັ້ງນີ້ ຈະຖືເປັນກາລະໂອກາດທີ່ດີ ສ້າງເງື່ອນໄຂໃຫ້ແກ່ການບໍລິການຖ້ຽວບິນສາກົນ ເຮັດໃຫ້ຖ້ຽວບິນສາກົນ ໄດ້ເດີນທາງເຂົ້າມາ ສປປ ລາວ ນັບມື້ນັບເພີ້ມຂຶ້ນເທື່ອລະກ້າວ.

ໃນພິທີ ໄດ້ມອບໃບຢັ້ງຢືນສະໜາມບິນສາກົນ ມອບໂດຍທ່ານ ວຽງໄຊ ສິງຄໍາ ຫົວໜ້າກົມການບິນພົນລະເຮືອນ ກະຊວງ ຍທຂ ຮັບໂດຍທ່ານ ນາງ ທຽນທອງ ໂສພາ ຜູ້ອໍານວຍການສະໜາມບິນສາກົນ ບໍ່ແກ້ວ. ຕອນທ້າຍໄດ້ມີພິທີລັ່ນຄ້ອງ 9 ບາດ ເພື່ອເປັນສີລິມຸງຄົນ ໃຫ້ແກ່ການເປີດນໍາໃຊ້ສະໜາມບິນສາກົນບໍ່ແກ້ວ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ