ຊີເອັມຈີລາຍງານວ່າ: ກອງປະຊຸມໃຫຍ່ຄັ້ງທີ 4 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນແຫ່ງຊາດຈີນທີ່ນະຄອນຫຼວງປັກກິ່ງ, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ຜ່ານບົດລາຍງານວຽກງານຂອງລັດຖະບານຕໍ່ກອງປະຊຸມໃຫຍ່.
ບົດລາຍງານວຽກງານຂອງລັດຖະບານໄດ້ສະເຫນີອອກວ່າ:ເປົ້າຫມາຍຕົ້ນຕໍແຫ່ງການພັດທະນາໃນປີ 2026 ແມ່ນເສດຖະກິດເຕີບໂຕ 4.5%-5%,ຍາດແຍ່ງໃຫ້ໄດ້ຮັບຜົນສຳເລັດທີ່ດີກວ່າໃນວຽກງານຕົວຈິງ;ອັດຕາການວ່າງງານທີ່ໄດ້ສຳຫຼວດແລ້ວໃນຕົວເມືອງປະມານ 5,5%, ຜູ້ປະກອບອາຊີບທີ່ເພີ່ມຂຶ້ນໃຫມ່ໃນຕົວເມືອງມີຫຼາຍກວ່າ 12 ລ້ານຄົນ.
ດັດຊະນີລາຄາອຸປະໂພກບໍລິໂພກຂອງພົນລະເມືອງເພີ່ມຂຶ້ນປະມານ2%; ລາຍໄດ້ຂອງພົນລະເມືອງເພີ່ມຂຶ້ນໃນຈັງຫວະດຽວກັນກັບການເຕີບໂຕດ້ານເສດຖະກິດ;ລາຍຮັບລາຍຈ່າຍສາກົນມີຄວາມດຸນດ່ຽງໂດຍ ພື້ນຖານ;ຜົນຜະລິດສະບຽງອາຫານປະມານ 700 ລ້ານໂຕນ; ການລະບາຍກາກບອນດິອົກຊິດຕໍ່ຫົວ ໜ່ວຍລວມຍອດຜະລິດຕະພັນພາຍໃນຫຼຸດລົງປະມານ 3.8%.