ລາວ-ໄທ ຮ່ວມມືດ້ານເຕັກນິກ ແລະ ການແລກປ່ຽນຂໍ້ມູນຂ່າວສານ

10 Mar 2026

ຄລິກແຊຣ໌ 0 Facebook WhatsApp

ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ (ລາວ) ຈັບມືກັບສຳນັກງານຄະນະກຳມະການຄຸ້ມຄອງຜູ້ບໍລິໂພກ (ໄທ) ເພື່ອສ້າງຂອບການຮ່ວມມືທີ່ເປັນເອກະພາບ ໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ ພາຍໃຕ້ຫົວຂໍ້ “ການຮ່ວມມືທາງດ້ານເຕັກນິກ ແລະ ການແລກປ່ຽນຂໍ້ມູນຂ່າວສານ”

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ “ການຮ່ວມມືທາງດ້ານເຕັກນິກ ແລະ ການແລກປ່ຽນຂໍ້ມູນຂ່າວສານ” ລະຫວ່າງ ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປລາວ ແລະ ສຳນັກງານຄະນະກຳມະການຄຸ້ມຄອງຜູ້ບໍລິໂພກ ສໍານັກງານນາຍົກລັດຖະມົນຕີ, ຣາຊະອານາຈັກໄທ ມີຂຶ້ນ ຂຶ້ນໃນວັນທີ 3 ມີນາ 2026 ທີ່ ກະຊວງອຸດສາຫະກໍາ ແລະ ການຄ້າ.

ຮ່ວມລົງນາມລະຫວ່າງ ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ ກັບ ທ່ານ Ronnarong Phoolpipat ເລຂາທິການ ສໍານັກງານຄະນະກໍາມະການຄຸ້ມຄອງຜູ້ບໍລິໂພກ.

ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານມີ ທ່ານ ທ່ານ ບົວວັນ ວິລະວົງ ຫົວໜ້າຫ້ອງການ, ກະຊວງອຸດສາຫະກໍາ ແລະ ການຄ້າ; ທ່ານ ວິມົນລັດ ວິມ ເທຣິຍາພິລົມ ຫົວໜ້າຝ່າຍຮ່ວມມືສາກົນຂອງສໍານັກງານຄະນະກໍາມະການຄຸ້ມຄອງຜູ້ບໍລິໂພກ ພ້ອມພາກສ່ວນກ່ຽວຂ້ອງຂອງສອງພາກສ່ວນ.

ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ມີຈຸດປະສົງຫຼັກເພື່ອສ້າງຂອບການຮ່ວມມືທີ່ເປັນເອກະພາບ ໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ ເຊິ່ງການນຳທັງສອງຝ່າຍໃຫ້ຄວາມເຊື່ອໝັ້ນວ່າ:ການຮ່ວມມືຄັ້ງນີ້ ເປັນບາດກ້າວສຳຄັນທີ່ຈະຊ່ວຍໃຫ້ທັງສອງຝ່າຍສາມາດຮັບມືກັບສິ່ງທ້າທາຍໃໝ່ໆ ໃນຍຸກການຄ້າດີຈີຕອລ, ໂດຍສະເພາະແມ່ນການຄວບຄຸມຄຸນນະພາບສິນຄ້າ ແລະ ການໂຄສະນາເກີນຈິງ ທີ່ກຳລັງເປັນບັນຫາໃນປັດຈຸບັນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ