ສຳລັບສູດການເຮັດນ້ຳແຈ່ວລູກຊີ້ນ ກໍມີຫຼາຍຫຼາກຮູບແບບ ທີ່ແຕກຕ່າງກັນໄປ ແຕ່ສຳລັບມື້ນີ້ເຮົາຈະມາແນະນຳອີກໜຶ່ງສູດ ມາຝາກທຸກທ່່ານ ເຮົາມາເບິ່ງສ່ວນປະກອບ ແລະ ວິທີເຮັດນຳກັນເລີຍງ່າຍໆ.
ສ່ວນປະກອບ:
1. ໝາກເຜັດໃຫຍ່ແຫ້ງ 100-200 ກຣາມ
2. ຮາກຜັກຫອມປ້ອມ 1/2 ຖ້ວຍນ້ອຍ
3. ກະທຽມ 2 ຫົວໃຫຍ່
4. ໝາກເຜັດຜົງ 1-2 ບ່ວງແກງ
5. ໝາກເຫຼ່ນໃຫຍ່ 7-8 ໜ່ວຍ
6. ນ້ຳຕານ 1/2 ຖ້ວຍນ້ອຍ
7. ນ້ຳສົ້ມສາຍຊູ 3 ບ່ວງແກງ
8. ເກືອ 1 ບ່ວງກາເຟ
9. ໝາກຂາມປຽກ 1 ບ່ວງແກງ
ວິທີປຸງແຕ່ງ:
ກ່ອນອື່ນແມ່ນເອົາໝາກເຜັດໃຫຍ່ແຫ້ງມາແກະເອົາແກ່ນອອກແລ້ວນຳໄປແຊ່ນ້ຳໃຫ້ອ່ອນແລ້ວນຳມາບົດໃຫ້ລະອຽດ (ສ່ວນນີ້ຈະບໍ່ເຜັດເພາະເອົາແກ່ນອອກແລ້ວ) ສ່ວນໝາກເຫຼ່ນກໍຊອຍເປັນຕ່ອນນ້ອຍໆແລ້ວນຳໄປບົດເຊັ່ນກັນ. ຈາກນັ້ນ, ກໍ່ເອົາຮາກຜັກຫອມປ້ອມ ແລະ ກະທຽມຕຳໃຫ້ລະອຽດກຽມໄວ້.
ຫຼັງຈາກນັ້ນ, ກໍ່ເອົາສ່ວນປະສົມທີ່ເຮົາກຽມໄວ້ລົງໃສ່ໝໍ້ພ້ອມກັບນ້ຳຕານ ແລະ ໝາກເຜັດຜົງຄ້າງໄຟປານກາງຄົນຕະຫຼອດຈົນຟົດແລ້ວຄ້ຽວຕໍ່ປະມານ 10-15 ນາທີ ສຸດທ້າຍຈຶ່ງເອົານໍ້າສົ້ມສາຍຊູ, ເກືອ ແລະ ໝາກຂາມປຽກລົງຕົ້ມຕໍ່ປະມານ 5 ນາທີ ເທົ່ານີ້ກໍຮຽບຮ້ອຍກຽມລາດ ຫຼື ຈໍ້າລູກຊີ້ນໄດ້ແລ້ວ. ຂໍ້ມູນຈາກ: kapook