ຕະຫຼາດລົດຈີນຍັງຄົງດຸເດືອດ ຢ່າງຕໍ່ເນື່ອງ ຫຼ້າສຸດແບຣນໃນເຄືອຂ່າຍຂອງ Changan ເປັນຕົ້ນແມ່ນ Qiyuan ປະກາດແຄມເປນສົ່ງເສີມການຂາຍສໍາລັບລຸ້ນ Q05 ລົດ SUV ຂຸມພະລັງປັກອິນໄຮບິດ (PHEV) ໂດຍສະເພາະລາຄາເລີ່ມຕົ້ນຊ່ວງໂປໂມຊັນ ພຽງປະມານ 69,900 ຢວນ ຫຼື ປະມານ 210 ລ້ານກີບ ນັບເປັນໜຶ່ງໃນ SUV ພະລັງງານທາງເລືອກທີ່ຕັ້ງລາຄາໄວ້ໜ້າສົນໃຈຫຼາຍໃນຕະຫຼາດແດນມັງກອນຈຸດເດັ່ນຂອງ Changan Qiyuan Q05
ເປັນ SUV ປັກອິນໄຮບິດ (PHEV) ຂຸມພະລັງ 1.5 ລິດ + ມໍເຕີ້ໄຟຟ້າ.
ກໍາລັງລວມປະມານ 158 ກິ ໂລວັດ (215 ແຮງມ້າ)
ແຮງບິດປະມານ 330 ນິວຕັນແມັດ.
ໄລຍະທາງລວມ ເມື່ອໃຊ້ນໍ້າມັນ ແລະ ໄຟຟ້າລວມກັນໄດ້ໄກເຖິງ 1,215 ກິໂລແມັດ.
ແລ່ນດ້ວຍໄຟຟ້າໄດ້ປະມານ 125 ກມ (CLTC) ກ່ອນໃຊ້ນໍ້າມັນລວມ.
ສາກໄວ 30 – 80% ພາຍໃນ 0.3 ຊົ່ວໂມງ. ການຕັ້ງລາຄາເລີ່ມຕົ້ນຕໍ່າ ກວ່າ 70,000 ຢວນ ໃນຊ່ວງໂປໂມຊັນ ສະທ້ອນການແຂ່ງຂັນຮຸນແຮງໃນຕະຫຼາດຈີນ ໂດຍສະເພາະກຸ່ມ SUV ພະລັງງານທາງເລືອກທີ່ມີຜູ້ຫຼິ້ນຈໍານວນຫຼາຍ ການຫຼຸດລາຄາຄັ້ງນີ້ ເຮັດໃຫ້ Q05 ກາຍເປັນໜຶ່ງໃນ PHEV ທີ່ ເຂົ້າເຖິງງ່າຍ ຫຼາຍທີ່ສຸດລຸ້ນໜຶ່ງ ໃນເຊັກເມັ້ນ ເຖິງລາຄາດັ່ງກ່າວຈະເປັນລາຄາ ສໍາລັບຕະຫຼາດຈີນ ແຕ່ກໍສະທ້ອນໃຫ້ເຫັນທິດທາງຕົ້ນທຶນ ແລະ ການແຂ່ງຂັນ ຂອງພະລັງງານໄຟຟ້າໃນລະດັບໂລກໄດ້ຢ່າງຊັດເຈນ.