ກະຊວງ ອຄ ແລະ ບໍລິສັດນຳເຂົ້ານໍ້າມັນເຊື້ອໄຟ ປະຊຸມຫາລືຮັບມືສະຖານະການຢູ່ຕາເວັນອອກກາງ. ຂະນະທີ່ປະລິມານນໍ້າມັນເຊື້ອໄຟພາຍໃນປະເທດ ຍັງມີການສະໜອງຢ່າງພຽງພໍ ສໍາລັບການຊົມໃຊ້ປົກກະຕິ, ຂໍໃຫ້ບໍ່ຕື່ນຕົກໃຈ, ບໍ່ຄວນກັກຕຸນນໍ້າມັນໄວ້ໃນຄົວເຮືອນ.
ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍກົມກ່ຽວຂ້ອງ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວແລະ ບັນດາບໍລິສັດນຳເຂົ້າ ນໍ້າມັນເຊື້ອໄຟ ໄດ້ຈັດກອງປະຊຸມປືກສາຫາລືກ່ຽວກັບຜົນກະທົບເຫດການຄວາມຮຸນແຮງຢູ່ຕະເວັນອອກກາງ ເມື່ອວັນທີ 2 ມີນາ 2026 ໂດຍໃຫ້ກຽດເປັນປະທານຂອງທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ.
ກອງປະຊຸມໄດ້ມີການປະເມີນສະຖານະການທີ່ອາດຈະສົ່ງຜົນກະທົບຕໍ່ລາຄານໍ້າມັນ ແລະ ການສະໜອງນໍ້າມັນໃຫ້ແກ່ສັງຄົມ ໃນໄລຍະທີ່ເກີດເຫດການຄວາມຮຸນແຮງຢູ່ຕະເວັນອອກກາງດັ່ງກ່າວ ລວມທັງມາດຕະການທີ່ຈຳເປັນໃນໄລຍະສັ້ນ ແລະ ໄລຍະກາງ. ໃນກອງປະຊຸມ ຍັງໄດ້ປຶກສາຫາລື ແລະ ກຳນົດມາດຕະການ ຫຼື ວິທີການ ກ່ຽວກັບທາງເລືອກ ຫຼື ແຫຼ່ງນໍາເຂົ້າອື່ນ ເພື່ອຮັບປະກັນການສະໜອງຄວາມໝັ້ນຄົງນໍ້າມັນເຊື້ອໄຟໃຫ້ແກ່ ສປປ ລາວທັງໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ.
ຈາກຂໍ້ມູນການນໍາເຂົ້ານໍ້າມັນເຊື້ອໄຟໃນມື້ນີ້ ວັນຈັນ 02/03/2026 ເຫັນວ່າ ຍັງມີຈຳນວນປົກກະຕິທັງດ້ານປະລິມານ ແລະ ລາຄາຫຼາຍ ກວ່າ 10 ລ້ານລິດ ຈາກການປະສານງານກັບ ຝ່າຍໄທ ປາກົດວ່າບໍ່ມີການຫ້າມສົ່ງອອກນໍ້າມັນເຊື້ອໄຟມາຍັງ ສປປ ລາວ ເນື່ອງຈາກການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນທີ່ເລິກເຊິ່ງໜັກແໜ້ນຂອງທັງສອງປະເທດ ລາວ-ໄທ ທາງທັງດ້ານພະລັງງານ ຊຶ່ງບໍ່ພຽງແຕ່ນໍ້າມັນເຊື້ອໄຟ, ໄຟຟ້າ ແລະ ບໍ່ແຮ່ເທົ່ານັ້ນ, ລາວ-ໄທ ຍັງມີການຮ່ວມມື ແລະ ຊ່ວຍເຫຼືອກັນທາງດ້ານການຄ້າ ແລະ ການລົງທຶນ ຊຶ່ງຕິດພັນກັບຄວາມຕ້ອງການພະລັງງານ ໂດຍສະເພາະ ນໍ້າມັນເຊື້ອໄຟອີກດ້ວຍ.
ພ້ອມນັ້ນ, ຈຳນວນນໍ້າມັນເຊື້ອໄຟທີ່ແຮຮອງໄວ້ຂອງແຕ່ລະບໍລິສັດ ແມ່ນສາມາດຕອບສະໜອງກັບ ຄວາມຕ້ອງການຂອງສັງຄົມໃນໄລຍະໜຶ່ງ ຊຶ່ງບໍ່ກໍ່ໃຫ້ເກີດການຂາດແຄນກະທັນຫັນ.
ໃນທີ່ປະຊຸມ ຍັງໄດ້ເນັ້ນໜັກ ແຈ້ງໃຫ້ ບໍລິສັດນໍາເຂົ້າ ແລະ ບໍລິສັດຈຳໜ່າຍທີ່ມີປໍ້າຕົວແບບ ແລະ ປໍ້າຕົວແທນທີ່ໃຊ້ໂລໂກ້ຂອງຕົນ ຕ້ອງໄດ້ໃຫ້ບູລິມະສິດໃນການສະໜອງນໍ້າມັນໃຫ້ປໍ້າກ່ອນຢ່າງພຽງພໍ ແລະ ທົ່ວເຖິງ ກ່ອນການສະໜອງໃຫ້ແກ່ໂຄງການ, ແລະ ແຈ້ງໃຫ້ເຈົ້າໜ້າທີ່ກວດກາການຄ້າ ໃນແຕ່ລະເມືອງ ໃຫ້ລົງຕິດຕາມກວດກາປໍ້າທີ່ປິດ ຫຼື ແຈ້ງວ່າໝົດນໍ້າມັນ ເພື່ອກວດກາຕົວຈິງ ເພື່ອຫຼີກເວັ້ນ ການກັກຕຸນນໍ້າມັນເຊື້ອໄຟ ເພື່ອເກັງກຳໄລລາຄາ. ຖ້າຫາກ ປໍ້າໃດປະຕິບັດ ບໍ່ຖືກຕ້ອງ ໃຫ້ດຳເນີນການປັບໃໝຕາມລະບຽບກົດໝາຍ ໂດຍສະເພາະ ແມ່ນດຳລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ເລກທີ 559/ລບ, ລົງວັນທີ 9/9/2025 ແລະ ເປັນເຫດຜົນໃຫ້ເກີດການໂຈະ ຫຼື ຢຸດຕິການດຳເນີນທຸລະກິດໄດ້.
ສຳລັບການຄຸ້ມຄອງສະຖຽນລະພາບ ແລະ ການສະໜອງນໍ້າມັນເຊື້ອໄຟ ທ່າມກາງສະພາບການຜັນແປຂອງຕະຫຼາດໂລກ. ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານວ່າ: ສະພາບການສາກົນໃນພາກພື້ນຕາເວັນອອກກາງ ຈະສົ່ງຜົນໃຫ້ລາຄານໍ້າມັນໃນຕະຫຼາດໂລກມີການເໜັງຕີງ, ແຕ່ລັດຖະບານ ໄດ້ມີການຕິດຕາມຢ່າງໃກ້ຊິດ ແລະ ປະສານງານກັບບັນດາບໍລິສັດຜູ້ນຳເຂົ້າຢ່າງຕໍ່ເນື່ອງ. ປັດຈຸບັນ, ປະລິມານນໍ້າມັນເຊື້ອໄຟພາຍໃນປະເທດ ຍັງມີການສະໜອງຢ່າງພຽງພໍ ສໍາລັບການຊົມໃຊ້ປົກກະຕິ ແລະ ບໍ່ມີສັນຍານຂອງການຂາດແຄນແຕ່ຢ່າງໃດ.
ລັດຖະບານ ໄດ້ວາງແຜນການຮອງຮັບໄວ້ຢ່າງຮັດກຸມ ເພື່ອຮັບປະກັນ ຄວາມໝັ້ນຄົງດ້ານພະລັງງານ ໂດຍເນັ້ນໃສ່:
– ການຂະຫຍາຍແຫຼ່ງນຳເຂົ້າ: ພວກເຮົາໄດ້ມີການຮ່ວມມືຍຸດທະສາດກັບຄູ່ຄ້າ ເພື່ອເພີ່ມຊ່ອງທາງການນຳເຂົ້າທີ່ຫຼາກຫຼາຍ ໂດຍສະເພາະຜ່ານເສັ້ນທາງລົດໄຟ ລາວ-ຈີນ ແລະ ທາງເຮືອ, ເຊິ່ງຈະຊ່ວຍຫຼຸດຜ່ອນການເພິ່ງພາແຫຼ່ງໃດແຫຼ່ງໜຶ່ງພຽງຢ່າງດຽວ.
– ການຮັກສາຄັງສຳຮອງ: ບັນດາບໍລິສັດນຳເຂົ້າໄດ້ມີການເພີ່ມລະດັບນໍ້າມັນແຮຮອງສຸກເສີນ ເພື່ອຮັບປະກັນການສະໜອງໃນໄລຍະຍາວ.
– ການຄຸ້ມຄອງລາຄາ: ລັດຖະບານ ຈະນຳໃຊ້ກົນໄກກອງທຶນນໍ້າມັນ ແລະ ມາດຕະການດ້ານພາສີ-ອາກອນ ເພື່ອຊ່ວຍປະຄອງລາຄາຂາຍຍ່ອຍພາຍໃນ ບໍ່ໃຫ້ມີການຜັນຜວນແຮງເກີນໄປ.
ເພື່ອຮ່ວມກັນຮັກສາສະຖຽນລະພາບດ້ານພະລັງງານຂອງຊາດ, ກະຊວງ ອຄ ຂໍຮຽກຮ້ອງມາຍັງທົ່ວສັງຄົມ ບໍ່ໃຫ້ມີຄວາມຕື່ນຕົກໃຈ: ຂໍໃຫ້ປະຊາຊົນເຕີມນໍ້າມັນຕາມຄວາມຕ້ອງການຊົມໃຊ້ປົກກະຕິ, ບໍ່ຄວນກັກຕຸນນໍ້າມັນໄວ້ໃນຄົວເຮືອນ ເພາະອາດເກີດຄວາມສ່ຽງດ້ານອັກຄີໄພ ແລະ ຄວາມປອດໄພ. ການປະຢັດພະລັງງານ: ສົ່ງເສີມການຊົມໃຊ້ພະລັງງານຢ່າງມີປະສິດທິຜົນ ແລະ ປະຢັດມັດທະຍັດ ເພື່ອຫຼຸດຜ່ອນລາຍຈ່າຍຂອງຄອບຄົວ ແລະ ຫຼຸດຜ່ອນການນຳເຂົ້ານໍ້າມັນຈາກຕ່າງປະເທດ.