5 ປີ ສົ່ງອອກກະສິກໍາ 8.2 ຕື້ໂດລາ 5 ປີຕໍ່ໜ້າເນັ້ນໃສ່ 7 ແຜນງານ

06 Mar 2026

ຄລິກແຊຣ໌ 0 Facebook WhatsApp

ແຜນງານຄໍ້າປະກັນສະບຽງອາຫານ; ແຜນງານຜະລິດກະສິກໍາເປັນສິນຄ້າ; ແຜນງານຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ແລະ ແຜນງານພັດທະນາຊົນນະບົດ ແລະ ແກູ້ໄຂ ຄວາມທຸກຍາກ.

ຜ່ານການຈັດຕັ້ງປະຕິບັດ ຜ່ານມາ ເຫັນວ່າ: ການເຕີບໂຕຂອງຂະແໜງການ 5 ປີຜ່ານມາ ສາມາດບັນລຸໄດ້ສະເລ່ຍ 2.75% ຕໍ່ປີ ລືີ່ນແຜນການທີີ່ສະພາແຫ່ງຊາດຮັບຮອງ 0.25% ໄດ້ປະກອບສ່ວນເຂົ້າໃນລວມຍອດຜະລິດຕະພັນພາຍໃນສະເລ່ຍ 19.05%. ສາມາດຄ້ຳປະກັນສະບຽງອາຫານ ໄດ້ໂດຍພື້ນຖານ ໂດຍສະເພາະການຜະລິດເຂົ້າ, ຊີ້ນ, ໄຂ່, ປາ ແລະ ພືດຜັກຈຳນວນໜຶ່ງ (ບາງແຂວງຍັງໄດ້ມີການດຸ່ນດ່ຽງຈາກແຂວງໃກ້ຄຽງ ແລະ ນຳເຂົ້າຈາກຕ່າງປະເທດ);

ໃນໄລຍະ 5 ປີຜ່ານມາ ສາມາດສົ່ງອອກໄດ້ທັງໝົດ 8,249 ລ້ານໂດລາ ຫຼື ສະເລ່ຍເທົ່າກັບ 1,649 ລ້ານໂດລາຕໍ່ປີ ບັນລຸລື່ນແຜນການ 37% (1.2 ຕື້ໂດລາຕໍ່ປີ), ຖ້າທຽບໃສ່ໄລຍະ 5 ປີ ຜ່ານມາ (0.8 ຕື້ໂດລາຕໍ່ປີ) ເພີ່ມຂຶ້ນ 849 ລ້ານໂດລາ/ປີ ອັນພົ້ນເດັ່ນແມ່ນການສົ່ງອອກຢາງພາລາ, ມັນຕົ້ນ, ກ້ວຍ, ກາເຟ, ສາລີ, ເຂົ້າ, ປາສະຫວາຍ.

ທ່ານ ລິນຄຳ ດວງສະຫວັນ ຍັງໃຫ້ຮູ້ເຖິງແຜນງານອະນາຄົດວ່າ: ເພື່ອເປັນບ່ອນອີງໃຫ້ແກ່ການກຳນົດແຜນປີ 2026 ແລະ 5 ປີຕໍ່ໜ້າ ຮອດປີ 2030. ໂດຍສະເພາະຕິດພັນກັບການຜະລິດເປັນສິນຄ້າ ເພື່ອສົ່ງອອກ, ການດຸ່ນດ່ຽງຜົນຜະລິດລະຫວ່າງ ແຂວງຕໍ່ແຂວງ ເພື່ອທົດແທນການນຳເຂົ້າຈາກຕ່າງປະ ເທດ, ບັນຫາທີ່ດິນ, ບັນຫາປ່າໄມ້, ການປ້ອງກັນການລະເມີດກົດໝາຍ ແລະ ການກະທຳຜິດຕໍ່ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນຕົ້ນ ປ່າໄມ້, ສັດນໍ້າ, ສັດປ່າ ແລະ ບັນຫາສິ່ງແວດລ້ອມ ແລະ ອື່ນໆ ຊຶ່ງໃນປີຕໍ່ໜ້າພວກເຮົາຈະເນັ້ນໃສ່ 7 ແຜນງານ ແລະ 4 ວຽກຈຸດສຸມປິ່ນອ້ອມ ຄື:

1) ແຜນງານສົ່ງເສີມການຜະລິດກະສິກໍາ ເພື່ອຄໍ້າປະກັນດ້ານສະບຽງອາຫານ ແລະ ໂພຊະນາການ;

2) ແຜນງານສົ່ງເສີມການຜະລິດກະສິກໍາເປັນສິນຄ້າ ແລະ ປຸງແຕ່ງຂັ້ນຕົ້ນ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ;

3) ແຜນງານຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ປ່າໄມ້;

4) ແຜນງານຈັດສັນ ແລະ ຄຸ້ມຄອງທີິ່ດິນ;

5) ແຜນງານ ຄຸ້ມຄອງຊັບພະຍາກອນນໍ້າ;

6) ແຜນງານການປົກປັກຮັກສາສິິ່ງແວດລ້ອມ;

7) ແຜນງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ  ສ້ວນ 4 ວຽກຈຸດສຸມ ປະກອບມີ:ວຽກເສນາທິການ, ນະໂຍບາຍ ແລະ ນິຕິກໍາ;ວຽກປັບປຸງກົງຈັກການຈັດຕັັ້ງ ແລະ ການພັດທະນາຊັບພະຍາກອນມະນຸດ; ການເຊືິ່ອມໂຍງ, ຮ່ວມມື ແລະ ການລົງທຶນ ພາກພື້ນ ແລະ ສາກົນ; ແລະ ວຽກງານກວດກາ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ