ໝາກຂີ້ຫູດ ນັບວ່າເປັນພືດສວນຄົວອີກຊະນິດໜຶ່ງທີ່ໃຫ້ປະໂຫຍດຫຼາຍຢ່າງ ໂດຍສະເພາະແມ່ນໃບຂອງມັນທີ່ນໍາມາປະກອບໃສ່ປຸງແຕ່ງອາຫານໃຫ້ມີກິ່ນຫອມ, ດັບກິ່ນຄາວໄດ້ອີກ, ທີ່ສໍາຄັນປູກພຽງຄັ້ງດຽວສາມາດເກັບຜົນຜະລິດໄດ້ຍາວນນານບໍ່ເປືອງຕົ້ນທຶນການຜະລິດພຽງແຕ່ປູກ ແລະ ຮັກສາໃຫ້ຖືກວິທີເທົ່ານັ້ນ. ນອກຈາກນີ້ພືດດັ່ງກ່າວຍັງສາມາດປູກຂາຍເປັນສິນຄ້າໄດ້ທັງໃບ ແລະ ໝາກ, ສ່ວນລາຄາກໍ່ມີການຂຶ້ນລົງຕາມການເໜັງຕີງຂອງລາຄາສິນຄ້າໃນຕະຫຼາດ.
ໝາກຂີ້ຫູດ ເປັນພືດທີ່ປູກ ແລະ ດູແລຮັກສາງ່າຍ ບໍ່ມີບັນຫາເລື່ອງພະຍາດ ຫຼື ສັດຕູພືດອື່ນໆມາກວນໃຈ, ຖ້າໃຜທີ່ມີຄວາມສົນໃຈປູກເປັນສິນຄ້າ ໃຫ້ປູກໃນໄລຍະຫ່າງ 1×1ແມັດ, ໄດ້ປະມານ 800ຕົ້ນຕໍ່ໄລ່ ເຊິ່ງເໝາະສໍາລັບປູກເພື່ອໃຫ້ໄດ້ໃບຂີ້ຫູດດົກໜາ, ແຕ່ໄລຍະຫ່າງທີ່ເໝາະສົມໃນການປູກເພື່ອໃຫ້ໄດ້ໝາກຂີ້ຫູດໂດຍສະເພາະ ແມ່ນ 2×2ແມັດ ຫຼື 4×4 ແມັດກໍ່ໄດ້, ເທົ່າກັບວ່າ 400ຕົ້ນຕໍ່ໄລ່.
ວິທີການປູກ: ໃຫ້ເລືອກພື້ນທີ່ດິນປົນຊາຍ ຫຼື ພື້ນທີ່ມີການລະບາຍນໍ້າທີ່ດີ, ຂຸດຂຸມໃຫ້ກ້ວາງ, ເລິກ, ຍາວປະມານ 50x50x50 ຊັງຕີແມັດ ຮອງກົ້ນຂຸມດ້ວຍຂີ້ງົວປະສົມດິນ, ຫຼັງຈາກນັ້ນ ກໍ່ນໍາເບ້ຍໝາກຂີ້ຫູດລົງປູກ ພ້ອມຄູນດິນຖົມໄວ້ ແລ້ວນໍາເຟືອງປົກໄວ້ແລ້ວຫົດນໍ້າສະໝໍ່າສະເໝີຈົນກວ່າມັນຈະເຕີບໂຕພໍ, ທີ່ສໍາຄັນໃຫ້ເຮັດຫຼັກປັກກັບຕົ້ນເພື່ອກັນບໍ່ໃຫ້ລົມພັດລົ້ມຈົນກ່ວາຕົ້ນໝາກຂີ້ຫູດຈະແຂງແຮງພໍ. ສ່ວນການໃຫ້ນໍ້າຄວນເຮັດເປັນລະບົບສະປຣິງເກີ້ ເພື່ອຫຼຸດຜ່ອນການໃຊ້ແຮງ ແລະຍັງສາມາດຫົດນໍ້າໃສ່ຕົ້ນໝາກຂີ້ຫູດໄດ້ທົ່ວເຖິງທັງຕົ້ນ ແລະ ໃບ.
■ ໄລຍະເວລາເກັບກ່ຽວ: ໂດຍສະເລ່ຍແລ້ວປູກໝາກຂີ້ຫູດອາຍຸປະມານ 3 ຫາ 5 ປີ ສາມາດເກັບຜົນຜະລິດໄດ້, ເຊິ່ງຕົ້ນໝາກຂີ້ຫູດຕົ້ນໜຶ່ງສາມາດຕັດໃບອອກຂາຍໄດ້ 30 ຫາ 40 ກິໂລກຣາມຂຶ້ນໄປ.
ຂໍ້ມູນຈາກ: https://www.sentangsedtee.com