Chery Tiggo 8 CSH ລົດອະເນກປະສົງ ແບບ SUV 7 ບ່ອນນັ່ງ ຂະໜາດຄອມແພັກ ເທັກໂນໂລຊີປັກອິນໄຮບຣິດ (PHEV) ສໍາລັບຄອບຄົວ ທີ່ໃຫ້ທັງສະມັດທະນະ ຄວາມສວຍງາມ ພຽງພໍໃນການເດີນທາງ ມີລະບົບຊ່ວຍຂັບຂີ່ ອັດຕະໂນມັດ ແລະ ມີອັດຕາຊິ້ນເປືອງຕໍ່າ ແບ່ງເປັນ 2 ລຸ້ນຍ່ອຍຕາມໄລສະຕາຍຄື PHEV 2WD Esteem กับ PHEV 4WD Elite
Chery Tiggo 8 CSH ການອອກແບບພາຍນອກລຽບງ່າຍ ກະຈັ່ງໜ້າ Diamond Shape ຂະໜາດໃຫຍ່ ໄຟໜ້າ LED ຊົງແຄບ ໄຟທ້າຍຍາວເດີນແຖບ LED ເຮືອງແສງ ທັງສອງລຸ້ນຍ່ອຍມີລະບົບເປີດ-ປິດ ໄຟໜ້າ ແລະ ຫຼຸດໄຟສູງ ຕໍາອັດຕະໂນມັດ ກະຈັ່ງບັງລົມ ບານໜ້າ ຫຼຸດສຽງລົບກວນ ການຕົກແຕ່ງຄືກັນ ລໍ້ອັນລອຍຂະໜາດ 19 ນິ້ວ ແວ່ນເບີ່ງຂ້າງບັນທຶກຕໍາແໜ່ງ + ໄຟສ່ອງພື້ນ ຫຼັງຄາແວ່ນພາໂນລາມິກ ຝາທ້າຍເປີດ ປິດໄຟຟ້າ ຈະມີສະເພາະໃນລຸຸ້ນ PHEV 4WD Elite ທາງດ້ານມິນິຕົວຖັງມີ ຄວາມຍາວ 4,725 ມມ, ກວ້າງ 1,860 ມມ, ສູງ 1,705 ມມ ຄວາມຍາວຖານລໍ້ 2,710 ມມ ຄວາມສູງກ້ອງລົດ 166 ມມ. (ລຸ້ນ PHEV 4WD Elite 161 ມມ.)
ພາຍໃນ Chery Tiggo 8 CSH ຈັດວາງເບາະ 3 ແຖວ 7 ບ່ອນັ່ງ ທັງສອງລຸ້ນໃຊ້ໂທນສີດໍາ ຄອນໂຊນໜ້າຕິດຕັ້ງຈໍສະແດງຂໍ້ມູນການຂັບຂີ່ ຂະໜາດ 10.25 ນິ້ວ ແລະ ຈໍກາງແບບສໍາພັດຂະໜາດ 15.6ນິ້ວ ຮອງຮັບ Apple CarPlay/ Android Auto ຕົກແຕ່ງດ້ວຍໄຟ Ambient Light.
ເຄື່ອງຈັກ ເບນຊິນ 1.5 ລິດເທີໂບ ກໍາລັງ 143 ແຮງມ້າ ແຮງບິດ 215 ນິວຕັນແມັດ ທໍາງານຮ່ວມກັບມໍເຕີ້ໄຟຟ້າ ດ່ຽວກໍາລັງ 204 ແຮງມ້າ ແຮງບິດ 310 ນິວຕັນແມັດ ເກຣຍອັດຕະໂນມັດ DHT (Dedicated Hybrid Transmission) ຂັບເຄື່ອນລໍ້ໜ້າ ອັດຕາເລັ່ງຈາກ 0 ຫາ 100 ກິໂລແມັດ ໃຊ້ເວລາ 8.5 ວິນາທີ ຄວາມໄວສູງສູດ 180 ກີໂລແມັດຕໍ່ຊົ່ວໂມງ ແລ່ນໄຟຟ້າລ້ວນໄດ້ 95 ກິໂລແມັດ (NEDC).