ສຳນັກຂ່າວຕ່າງປະເທດລາຍງານວ່າ: ເງິນຢວນ ພຸ່ງແຮງຈົນຈຸລະດັບແຂງຄ່າທີ່ສຸດ ນັບຕັ້ງແຕ່ເດືອນພຶດສະພາ 2023 ຫຼັງຈາກມີກະແສຂ່າວວ່າທາງການຈີນ ຂໍຄວາມຮ່ວມມືໃຫ້ທະນາຄານການຄ້າ ຈໍາກັດ ການຖືຄອງພັນທະບັດລັດຖະບານສະຫະລັດ.
ການຫຼຸດການຖືຄອງພັນທະບັດລັດຖະບານສະຫະລັດໃນຄັ້ງນີ້ ເນັ້ນເຖິງທ່າອ່ຽງທົ່ວໂລກທີ່ພະຍາຍາມກະຈາຍຄວາມສ່ຽງອອກຈາກສະກຸນເງິນໂດລາ ເຊິ່ງຄວາມເຄື່ອນໄຫວດັ່ງກ່າວອາດເລັ່ງໃຫ້ເກີດການດຶງເງິນທຶນກັບເຂົ້າສູ່ສິນຊັບຂອງຈີນ ແລະ ກາຍເປັນແຮງສົ່ງສໍາຄັນທີ່ເຮັດໃຫ້ຄ່າເງິນຢວນແຂງຄ່າຂຶ້ນຢ່າງຕໍ່ເນື່ອງ.
ສະຖານະການນີ້ ສົ່ງຜົນໃຫ້ທັງຄ່າເງິນຢວນໃນປະເທດ ແລະ ນອກປະເທດແຂງຄ່າຈຸລະດັບສູງສຸດໃນຮອບ 2 ປີ ໂດຍໃນວັນທີ 10 ກຸມພາ 2026 ຢູ່ທີ່ປະມານ 6.91 ຢວນຕໍ່ໂດລາ.