ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ລົງຕິດຕາມການປັບປຸງພື້ນຖານໂຄງລ່າງຢູ່ແຂວງເຊກອງ

17 Feb 2026

ຄລິກແຊຣ໌ 0 Facebook WhatsApp

ໃນຕອນບ່າຍວັນທີ 12 ກຸມພາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ມີຫົວໜ້າຫ້ອງການກະຊວງ, ຫົວໜ້າກົມ-ຮອງກົມ, ພະແນກ -ຮອງພະແນກ ແລະ ວິຊາການກ່ຽວຂ້ອງໄດ້ລົງຕິດຕາມ ແລະ ຊຸກຍູ້ ການພັດທະນາພື້ນຖານໂຄງລ່າງດ້ານຄົມມະນາຄົມ ພາຍໃນແຂວງ ເຊກອງ ໂດຍການຕ້ອນຮັບ ຂອງ ທ່ານ ແກ້ວປະເສີດ ແກ້ວມະນີວົງ ຫົວໜ້າພະແນກ ຍທຂ ແຂວງເຊກອງ.

ໂອກາດດັ່ງກ່າວ ໄດ້ລົງຕິດຕາມ ແລະ ຊຸກຍູ້ ໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນ ທາງ 7511 ຊ້ວງທີ I ແຕ່ແຍກທາງ 16B(ຫົວຂົວເຊກອງ-ບ້ານຕອກອົງແກ້ວ) ຍາວ 34 ກມ ທ່ານ ພອນສະຫວັນ ຈັນທະວົງ ປະທານບໍລິສັດ ພອນສະຫວັນ ກໍ່ສ້າງຈໍາກັດຜູ້ດຽວ ໃຫ້ຮູ້ວ່າ: ປັດຈຸບັນຄວາມຄືບໜ້າໂຄງການ ໄດ້ສະເລ່ຍ 47% ຄາດວ່າຈະໃຫ້ສໍາເລັດໃນປີ 2028.

ຈາກນັ້ນ ຄະນະນໍາກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຕິດຕາມການປັບປຸງ ແລະ ກໍ່ສ້າງ ນໍ້າປະປາເພື່ອສະໜອງໃນເທສະບານເມືອງລະມາມ. ທ່ານ ແກ້ວປະເສີດ ແກ້ວມະນີວົງ ຫົວໜ້າພະແນກ ຍທຂ ແຂວງເຊກອງ ໄດ້ລາຍງານໃຫ້ຮູ້ວ່າ: ສໍາລັບວຽກງານນໍ້າປະປາ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສາມາດຕອບສະໜອງນໍ້າກິນ-ນໍ້າໃຊ້ ເພື່ອອຸປະໂພກ, ບໍລິໂພກແກ່ສັງຄົມ ກວມເອົາ 4 ຕົວເມືອງ ແລະ ບາງຊຸມຊົນທີ່ມີເງື່ອນໄຂ ປະຈຸບັນທົ່ວແຂວງ ເຊກອງ ບ້ານທີ່ມີນໍ້າປະປາຊົມໃຊ້ 37 ບ້ານ ເທົ່າກັບ 18.22% ມີ 7,253 ຄົວເຮືອນ, ຈໍານວນປະຊາກອນທີ່ຊົມໃຊ້ນໍ້າປະປາ 43,015 ຄົນ ເທົ່າກັບ 32% ຂອງປະຊາກອນທົ່ວແຂວງ ແລະ 83% ຂອງປະຊາກອນໃນເທດສະບານແຂວງ; ມີໝໍ້ແທກນໍ້າທັງໝົດ 9,209 ໜ່ວຍ, ມີໂຮງງານຜະລິດນໍ້າປະປາ 5 ແຫ່ງ ສາມາດຜະລິດນໍ້າຊົມໃຊ້ໄດ້ຫຼາຍກວ່າ 5,100 ແມັດກ້ອນຕໍ່ວັນ.

ພ້ອມນັ້ນ ຍັງໄດ້ຮັບທຶນເຂົ້າໃນການປັບປຸງກໍ່ສ້າງລະບົບນໍ້າປະປາ ແລະ ສຸຂາພິບານ 2 ຕົວເມືອງ(ລະມາມ, ດາກຈຶງ) ທຶນ ADB ລວມມູນຄ່າ 46.88 ຕື້ກີບ ໃນນີ້ທຶນສົມທົບຂອງແຂວງ 6.4 ຕື້ກວ່າກີບ ມີ 2 ໂຄງການ ຄື:

1. ໂຄງການກໍ່ສ້າງລະບົບນໍ້າປະປາ ແລະ ສຸຂາພິບານເມືອງດາກຈຶງ ມູນຄ່າ 14.9 ຕື້ກວ່າກີບ ປະຕິບັດວຽກໄດ້ 100% (ປະຈຸບັນລໍຖ້າມອບ-ຮັບໂຄງການ ເປັນທາງການ)

2. ໂຄງການປັບປຸງກໍ່ສ້າງປັບປຸງ ແລະ ກໍ່ສ້າງລະບົບນໍ້າປະປາ ແລະ ສຸຂາພິບານເມືອງລະມາມ ມູນຄ່າ 33.49 ຕື້ກວ່າກີບ ປະຕິບັດວຽກໄດ້ 93.15%

ການລົງຕິດຕາມຊຸກຍູ້ຄັ້ງນີ້ ທ່ານ ລັດຖະມົນຕີ ໄດ້ເນັ້ນໜັກຫຼາຍບັນຫາ ໃຫ້ ຂະແໜງ ຍທຂ ແຂວງເຊກອງເປັນເຈົ້າການເອົາໃຈໃສ່ ຕິດຕາມໂຄງການໃຫ້ສາມາດຈັດຕັ້ງປະຕິບັດສໍາເລັດຕາມແຜນການ ຮັບປະກັນຄຸນນະພາບ ເພື່ອເປັນຊັບສິນຂອງຊາດ ແລະ ສາມາດຊົມໃຊ້ຍາວນານ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ