ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ໂອ້ລົມພະນັກງານຫຼັກແຫຼ່ງ ຍທຂ ແຂວງ ອັດຕະປື

17 Feb 2026

ຄລິກແຊຣ໌ 0 Facebook WhatsApp

ໃນຕອນເຊົ້າວັນທີ 13 ກຸມພາ 2026 ທີ່ພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ ອັດຕະປື ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະນໍາກະຊວງເຊິ່ງມີຫົວໜ້າຫ້ອງການ, ຫົວໜ້າກົມ-ຮອງກົມ ແລະ ພະນັກງານວິຊາການ ໄດ້ເຄື່ອນໄຫວຊຸກຍູ້ ຕິດຕາມ ວຽກງານ ຍທຂ ແຂວງ ອັດຕະປື ໂອກາດດັ່ງກ່າວ ໄດ້ໂອ້ລົມພົບປະພະນັກງານຫຼັກແຫຼ່ງພາຍໃນພະແນກ ຍທຂ ເພື່ອສືບຕໍ່ຜັນຂະຫຍາຍວຽກງານ ຍທຂ ໃນໄລຍະໃໝ່ ໃຫ້ແຂງແຮງກວ່າເກົ່າ ຕອບສະໜອງຄວາມຮຽກຮ້ອງຂອງການພັດທະນາ.

ທ່ານ ພອນໄຊ ໄກສອນເສນາ ຫົວໜ້າພະແນກ ຍທຂ ແຂວງ ອັດຕະປື ໄດ້ລາຍງານວ່າ: ຂະແໜງ ຍທຂ ແຂວງ ອັດຕະປື ມີພະນັກງານລັດຖະກອນທັງໝົດ 66 ຄົນ, ຍິງ 21ຄົນ.

ວຽກງານຂົວທາງພາຍໃນແຂວງ ມີລວງຍາວທັງໝົດ 1,621.99 ກມ, ໃນນັ້ນ ປູອັດສະພານ 117.39 ກມ ເທົ່າກັບ 7.24%, ປູຄອນກຣິດ 2.47 ກມ ເທົ່າກັບ 0.15%, ປູຢາງ 485,66 ກມ ເທົ່າກັບ 29.94%, ປູແຮ່/ປູດິນແດງ 534.48 ກມ ເທົ່າກັບ 32.95%, ດີນທໍາມະຊາດ 481.99 ກມ ເທົ່າກັບ 29.72%.

ທາງຫຼວງແຫ່ງຊາດມີລວງຍາວ 354.74 ກມ ໃນນັ້ນ, ປູອັດສະພານ 114.9ກມ, ປູຢາງ 137.05ກມ, ປູແຮ່/ປູດິນແດງ 27.79 ກມ, ດິນທໍາມະຊາດ 57 ກມ;

ທາງຫຼວງແຂວງ ມີລວງຍາວທັງໝົດ 192.83 ກມ ໃນນັ້ນ, ປູຄອນກຣິດ 2.47ກມ, ປູຢາງ 68ກມ, ປູແຮ່/ປູດິນແດງ 122.36 ກມ;

ທາງຫຼວງເມືອງ ມີລວງຍາວທັງໝົດ 62.3 ກມ ໃນນັ້ນ, ປູຢາງ 15.2 ກມ, ປູແຮ່/ປູດິນແດງ 47.1 ກມ.

ທາງເທດສະບານ ມີລວງຍາວທັງໝົດ 283.53ກມ ໃນນັ້ນ, ປູອັດສະພານ 2.49 ກມ, ປູຢາງ 88.71 ກມ, ປູແຮ່/ປູດິນແດງ 175.3 ກມ, ດິນທໍາມະຊາດ 17.03ກມ.

ທາງຊົນນະບົດ ມີລວງຍາວທັງໝົດ 683.98 ກມ ໃນນັ້ນ, ປູຢາງ 167.7 ກມ, ປູແຮ່/ປູດິນແດງ 283.33ກມ, ດີນທໍາມະຊາດ 87.95ກມ.

ທາງສະເພາະ ມີລວງຍາວທັງໝົດ 89.61 ກມ ໃນນັ້ນ, ປູຢາງ 19.00 ກມ, ປູແຮ່/ປູດິນແດງ 38.11 ກມ, ທໍາມະຊາດ 32.5ກມ.

ວຽກນ້ຳປະປາ ແລະ ສຸຂະພິບານ ໂຄງການ ADB ມີ 2 ໂຄງການ ລວມມູນຄ່າ 7,606,848 USD, ປະຕິບັດໄດ້ 7,261,618 USD ເທົ່າ ກັບ 95.46%. ຄ້າງປະຕິບັດ 345,229 USD ເທົ່າກັບ 4.54%.

2.2 ໂຄງການກໍ່ສ້າງນໍ້າປະປາ 3 ພື້ນທີ່ (ສັນຍາໃໝ່) ເຂດບ້ານຕະມໍຢອດ ແລະ ລະບົບໂຮງງານ, ເມືອງສະ ໜາມໄຊ, ມູນຄ່າ 3,486,974,369 ກີບ ປະຕິບັດໄດ້ 1,220,441,029 ກີບ ເທົ່າກັບ 35%. ຄ້າງປະຕິບັດ 2,266,533,340 ກີບ ເທົ່າກັບ 65%.

2.3 ໂຄງການສຳຫຼວດ – ອອກແບບ ຂະຫຍາຍທໍ່ນ້ຳປະປາ ແຕ່ເມືອງໄຊເສດຖາ ຫາ ເມືອງ ສາມັກຄີໄຊ, ມູນຄ່າ

285,076,000 ກີບ, ປະຕິບັດໄດ້ 256,568,400 ກີບ ເທົ່າກັບ 90%. ຄ້າງປະຕິບັດ 28,507,600 ກີບ ເທົ່າກັບ 10%.

ທີ່ປະຊຸມ ຄະນະກົມທີ່ເຂົ້າຮ່ວມ ໄດ້ຜັດປ່ຽນກັນ ຂຶ້ນມີຄໍາເຫັນແລກປ່ຽນບົດຮຽນວຽກງານ ຍທຂ ພາຍໃນແຂວງ ອັດຕະປື ເພື່ອຕອບຂໍ້ສົງໃສ ແລະ ນໍາເອົາທິດທາງໄປຈັດຕັ້ງຜັນຂະຫຍາຍ ໃຫ້ເກີດຜົນປະໂຫຍດສູງສຸດ.

ໃນໂອກາດນີ້ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ສະແດງຄວາມຊົມເຊີຍຜົນງານຂອງ ຍທຂ ແຂວງ ອັດຕະປືໃນໄລຍະຜ່ານມາ ເພື່ອສືບຕໍ່ເຮັດໜ້າທີ່ການເມືອງຂອງຕົນໃຫ້ມີຜົນສໍາເລັດ ເນັ້ນບາງບັນຫາ ໃຫ້ ເອົາໃຈໃສ່ ແກ້ໄຂບັນຫານໍ້າປະປາ ໃຫ້ປະຊາຊົນໄດ້ຊົມໃຊ້ຢ່າງທົ່ວເຖິງ ພ້ອມທັງລະດົມກັນຮັກສາແຫຼ່ງນໍ້າ ຍອດນໍ້າ ໃຫ້ມີນໍ້າພຽງພໍຕະຫຼອດປີ ຮ່ວມກັບຂະແໜງການກ່ຽວຂ້ອງປົກປັກຮັກສາປ່າໄມ້.

ວຽກງານວິຊາສະເພາະ ໂດຍສະເພາະແມ່ນວຽກງານຂົວທາງ ໃຫ້ເລັ່ງປັບປຸງເສັ້ນທາງໂດຍໄວ ໂດຍນໍາໃຊ້ເງິນກອງທຶນທາງທີ່ມີແລ້ວ ສຸມໃສ່, ສະເໜີ ນໍາໃຊ້ເງິນເກີນແຜນຂອງແຂວງ ເຂົ້າໃນການປັບປຸງກໍ່ສ້າງເສັ້ນທາງ ລະດົມ ການປະກອບສ່ວນຂອງສັງຄົມ ການຄຸ້ມຄອງປົກປັກຮັກສາເສັ້ນທາງ ການຄຸ້ມຄອງນໍ້າໜັກລົດບັນທຸກ, ວຽກທາງນໍ້າ ເນັ້ນການຄຸ້ມຄອງດູດແຮ່, ດູດຊາຍ ແລະ ການເດີນເຮືອໃຫ້ເຂົ້າສູ່ລະບຽບກົດໝາຍ, ຄົ້ນຄວ້າວຽກງານກໍ່ສ້າງຕາຝັ່ງເຈື່ອນ ນໍາໃຊ້ ວັດສະດຸກໍສ້າງມີຄຸນນະພາບ ພາຍຫຼັງສໍາເລັດ ໃຫ້ກາຍເປັນຊັບສິນທີ່ມີຄ່າຂອງລັດຖະບານ, ການຄຸ້ມຄອງ ຈັດສັນຜັງເມືອງ ໃຫ້ມີການວາງແຜນໃຫ້ເປັນມາດຕະຖານ, ວຽກງານການຂົນສົ່ງ ຄຸ້ມຄອງຂົນສົ່ງສິນຄ້າຜູ້ໂດຍສານ ຮັບປະກັນຄວາມປອດໄພ ໂດຍຮ່ວມມືກັບເຈົ້າໜ້າທີ່ ປ້ອງກັນຄວາມສະຫງົບ, ການຄຸ້ມຄອງພາຫະນະ, ແກ້ໄຂບັນຫາລົດນໍາເຂົ້າບໍ່ຖືກລະບຽບ.

ສໍາລັບວຽກງານ ພັກພະນັກງານ ກວດຄືນກົນໄກ ແບບແຜນວິທີເຮັດວຽກ ແບ່ງຄວາມຮັບຜິດຊອບຂອງພະນັກງານຢ່າງລະອຽດ, ປະຕິບັດໜ້າທີ່ການເມືອງ ມີແບບແຜນ ລວມສູນປະຊາທິປະໄຕ, ເພີ່ມທະວີ ສຸມໃສ່ວຽກງານແນວຄິດການເມືອງ, ສຸມໃສ່ວຽກງານປັບປຸງກໍ່ສ້າງພັກ, ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ, ຕໍ່ວຽກງານພັກ- ພະນັກງານ ເນັ້ນໃສ່ການບໍາລຸງສ້າງພະນັກງານ, ມີການຕິດຕາມກວດກາ ແລະ ປະເມີນພະນັກງານ, ພ້ອມນັ້ນມີນະໂຍບາຍຕໍ່ພະນັກງານທີ່ມີຜົນງານ.

ຄຸ້ມຄອງຊັບສິນລວມ ຂອງຂະແໜງ ຍທຂ ໂດຍເອົາໃຈໃສ່ ກວດກາ ບັນດາຕືກອາຄານ, ການອອກແບບໃຫ້ທັນສະໄໝ ສວຍງາມ ທີ່ສໍາຄັນສາມາດນໍາໃຊ້ໄດ້ຍາວນານ,

ພ້ອມນັ້ນ ທ່ານ ລັດຖະມົນຕີ ຍັງໄດ້ ເນັ້ນໃຫ້ ຄະນະນໍາກະຊວງ ຍທຂ ທີ່ຕິດຕາມລົງມາຄັ້ງນີ້ ແມ່ນໄດ້ຄົ້ນຄວ້າ ແລະ ຮັບເອົາບັນດາຄໍາສະເໜີຂອງແຂວງ ຊ່ວຍຕິດຕາມຊຸກຍູ້ ຄົ້ນຄວ້າ ຊ່ວຍແຂວງ ແຂວງເພີ່ມຕື່ມ ເພື່ອປະກອບສ່ວນ ໃນການຈັດຕັ້ງປະຕິບັດວຽກງານ ຍທຂ ໃນຕໍ່ໜ້າ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ