ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄູ່ຮ່ວມພັດທະນາ ອົງການ GIZ ແລະ ACIAR ໄດ້ຈັດກອງປະຊຸມ ປຶກສາຫາລື ເພື່ອລະດົມແນວຄວາມຄິດສ້າງແຜນແມ່ບົດໃນການຟື້ນຟູປ່າໃນລາວ ຕາມແຜນຍຸດທະສາດປ່າໄມ້ ທີ່ມີ ເປົ້າໝາຍເພີ່ມຄວາມປົກຫຸ້ມປ່າໄມ້ໃຫ້ໄດ້ 70% ພ້ອມກຽມແຜນຈັດກອງປະຊຸມຕື່ມ.
ໃນວັນທີ 9-10 ກຸມພາ 2026, ກົມປ່າໄມ້ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄູ່ຮ່ວມພັດທະນາ ອົງການ GIZ ປະຈໍາ ສປປ ລາວ ແລະ ACIAR ໄດ້ຈັດກອງປະຊຸມວິຊາການ ປຶກສາຫາລື ພາຍໃຕ້ ຫົວຂໍ້ “ດ້ານນະໂຍບາຍປ່າໄມ້ ກ່ຽວກັບການຟື້ນຟູປ່າ” ທີ່ໂຮງແຮມອຳມາລີ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ສົມຫວັງ ພີມມະວົງ ຫົວໜ້າກົມປ່າໄມ້, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ Hans-Ulrich Südbeck ເອກອັກຄະທູດ ເຢຍລະມັນປະຈໍາ ສປປ ລາວ ແລະ ທ່ານ ນາງ Veerle Smet ຫົວໜ້າ ພະແນກຮ່ວມມື, ສະຫະພາບເອີຣົບ ປະຈໍາ ສປປ ລາວ ມີຜູ້ເຂົ້າຮ່ວມຈາກ ບັນດາພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ອົງການຈັດຕັ້ງສາກົນ, ອາຈານຈາກມະຫາວິທະຍາໄລແຫ່ງຊາດ ແລະ ນັກຄົ້ນຄວ້າຈາກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ຈຸດປະສົງເພື່ອລະດົມແນວຄວາມຄິດ, ສ້າງແຜນແມ່ບົດໃນການຟື້ນຟູປ່າ ໃນ ສປປ ລາວ ຕາມແຜນຍຸດທະສາດປ່າໄມ້ ຮອດປີ 2035 ແລະ ວິໃສທັດ ຮອດປີ 2050 ທີ່ມີເປົ້າໝາຍເພື່ອເພີ່ມຄວາມປົກຫຸ້ມປ່າໄມ້ໃຫ້ໄດ້ 70% ລວມ ທັງການຄຸ້ມຄອງ, ປົກປັກຮັກສາຊັບພະຍາກອນປ່າໄມ້; ຟື້ນຟູປ່າໄມ້ທີ່ຊຸດໂຊມ ແລະ ນໍາໃຊ້ປ່າໄມ້ຕາມທິດສີຂຽວ ແລະ ຍືນຍົງ.
ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດຕາມແຜນທີ່ກໍານົດໄວ້, ກົມປ່າໄມ້ ໄດ້ປະສານສົມ ທົບກັບຄະນະຊຽ່ວຊານ ຈາກມະຫາ ວິທະຍາໄລ ເມວເບີ້ນ, ປະເທດອົດສະຕາລີ, ອົງການພັດທະນາ ປະເທດເຢຍລະ ມັນ ປະຈໍາ ສປປ ລາວ (GIZ), ສະຖາບັນຄົ້ນຄວ້າກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ຈະຈັດກອງປະຊຸມວິຊາການ ເພື່ອລະດົມແນວ ຄວາມຄິດການສ້າງແຜນແມ່ບົດຟື້ນຟູປ່າໄມ້ ໃນ ສປປ ລາວ ດັ່ງກ່າວຂຶ້ນໃນຕໍ່ໜ້າ.