ເມື່ອມໍ່ໆມານີ້, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ ແຂວງຄໍາມ່ວນ ໂດຍໄດ້ເຂົ້າພົບປະ ແລະ ລາຍງານຈຸດປະສົງການເຄື່ອນໄຫວຕໍ່ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງ ແຂວງຄໍາມ່ວນ.
ຈາກນັ້ນ ທ່ານ ຮອງລັດຖະມົນ ກະຊວງ ອຄໄດ້ເປັນປະທານກອງປະຊຸມເຜີຍແຜ່ ໂຄງການສົ່ງເສີມການຈົດທະບຽນເຄື່ອງໝາຍການຄ້າ ໃຫ້ແກ່ສິນຄ້າຫັດຖະກຳ ທີ່ພະແນກ ອຄ ແຂວງຄໍາມ່ວນ, ມີທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ, ທ່ານ ສົມວິໄຊ ວົງທິລາດ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄໍາມ່ວນ, ຜູ້ຕາງໜ້າຈາກພະແນກການອ້ອມຂ້າງແຂວງ, ກຸ່ມຜູ້ຜະລິດ, ຜູ້ປະກອບການສິນຄ້າຫັດຖະກຳ, ພະນັກງານທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ທ່ານ ມະໂນທອງ ວົງໄຊ ໄດ້ກ່າວມີຄໍາເຫັນກ່າວເປີດກອງປະຊຸມ ໂດຍໄດ້ເນັ້ນເຖິງຄວາມສຳຄັນຂອງວຽກງານຊັບສິນທາງປັນຍາ ເຊິ່ງເປັນກົນໄກສຳຄັນໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ ເປັນສ່ວນໜຶ່ງໃນແຜນພັດທະນາ 5 ປີ (2026–2030) ຂອງກະຊວງອຸດສາຫະກຳ ແລະ ການຄ້າ ໂດຍສະເພາະ ການນຳໃຊ້ຊັບສິນທາງປັນຍາ ເພື່ອສ້າງມູນຄ່າເພີ່ມໃຫ້ແກ່ສິນຄ້າທ້ອງຖິ່ນ.
ທ່ານໄດ້ກ່າວຕື່ມວ່າ: ການຈັດກອງປະຊຸມໃນຄັ້ງນີ້ ເປັນການເຜີຍແຜ່ຂໍ້ມູນ ແລະ ສ້າງຄວາມເຂົ້າໃຈໃຫ້ແກ່ກຸ່ມຜູ້ຜະລິດ ແລະ ຜູ້ປະກອບການ ໃນການສ້າງຍີ່ຫໍ້, ການອອກແບບສິ່ງຫຸ້ມຫໍ່, ການໂຄສະນາສິນຄ້າ, ການຈົດທະບຽນເຄື່ອງໝາຍການຄ້າ ແລະ ການປົກປ້ອງຊັບສິນທາງປັນຍາ, ພ້ອມນັ້ນ ກໍ່ເພື່ອຍົກລະດັບຄວາມສາມາດໃນການແຂ່ງຂັນທັງໃນພາກພື້ນ ແລະ ສາກົນ.
ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການບັນຍາຍ ໃນຫົວຂໍ້ຕ່າງໆ ເຊັ່ນ: ພາບລວມ ແລະ ແຜນພັດທະນາວຽກງານຊັບສິນທາງປັນຍາ ຮອດປີ 2030, ການປົກປ້ອງເຄື່ອງໝາຍການຄ້າ ຢູ່ ສປປ ລາວ, ການຈົດທະບຽນແບບອຸດສາຫະກຳ ຢູ່ ສປປ ລາວ, ການຄຸ້ມຄອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຢູ່ ສປປ ລາວ, ວຽກງານພັນພືດໃໝ່, ວຽກງານຖິ່ນກໍາເນີດ, ການພັດທະນາຄວາມຮູ້ຄວາມສາມາດແກ່ ພະນັກງານ-ລັດຖະກອນ ຂອງກົມຊັບສິນທາງປັນຍາ ແລະ ການແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາ ດ້ານບໍລິຫານ ໃນ ສປປ ລາວ. ພ້ອມດຽວກັນນັ້ນ, ຄະນະທ່ານຮອງລັດຖະມົນຕີ ຍັງໄດ້ໄປຢ້ຽມຢາມ ແລະ ຊຸກຍູ້ ການຜະລິດເສັ້ນເຝີ, ການຜະລິດເຂົ້າໜົມປ່ານ, ໂຮງສີເຂົ້າບຸນມີ ແລະ ກຸ່ມຫັດຖະກໍາເຄື່ອງປັ້ນດິນເຜົາ ຢູ່ເມືອງໜອງບົກ ເພື່ອສຶກສາຄວາມເປັນໄປໄດ້ ໃນການກ້າວໄປເຖິງການຈົດທະບຽນເຄື່ອງໝາຍລວມໝູ່ ກໍຄື ສິນຄ້າຖິ່ນກໍາເນີດ ໃນອະນາຄົດ ແລະ ຄະນະໄດ້ເດີນທາງໄປຢ້ຽມຢາມ ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດ ຢູ່ບ້ານນາມະລາດ ເມືອງທ່າແຂກ ອີກດ້ວຍ.