ປະກາດ ທ່ານ ຄຳເຈນ ວົງໂພສີ ອອກພັກການ ຮັບອຸດໜູນບຳນານ

17 Feb 2026

ຄລິກແຊຣ໌ 0 Facebook WhatsApp

ວັນທີ 9 ກຸມພາ 2026, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີປະກາດການນຳຂັ້ນສູງ ອອກພັກການ-ນັບອຸດໜູນບຳນານ ໂດຍໃຫ້ກຽດເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ.

ທ່ານ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງ ຂອງກົມການເມືອງສູນກາງພັກ ແລະ ລັດຖະດຳລັດ ຂອງປະທານປະເທດ ວ່າດ້ວຍການອະນຸມັດໃຫ້ພະນັກງານການນໍາຂັ້ນສູງ ຄື: ທ່ານ ຄຳເຈນ ວົງໂພສີ, ກຳມະການສູນກາງພັກ, ລັດຖະມົນຕີປະຈໍາສຳນັກງານນາຍົກລັດຖະມົນຕີ ອອກພັກການ-ຮັບອຸດໜູນບຳນານ.

ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດມອບບັນດານິຕິກຳດັ່ງກ່າວ ໃຫ້ແກ່ທ່ານ ຄຳເຈນ ວົງໂພສີ.

ໃນໂອກາດດຽວກັນ ທ່ານນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດໂອ້ ລົມຕໍ່ພິທີ ໂດຍໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານການປະກອບສ່ວນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ເວົ້າລວມ ເວົ້າສະເພາະ ການປະຕິບັດໜ້າທີ່ ທີ່ຖືກມອບໝາຍຂອງທ່ານ ຄຳເຈນ ວົງໂພສີ ໃນໄລຍະຜ່ານມາ ເຊິ່ງໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ພ້ອມກັບໝູ່ຄະນະ ເຮັດໃຫ້ວຽກງານທີ່ຖືກມອບໝາຍ ໃນແຕ່ລະໄລຍະ ມີຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້ ພ້ອມ ທັງ ເຊື່ອໝັ້ນວ່າ ເມື່ອໄດ້ຮັບນະໂຍບາຍອອກພັກການ-ຮັບອຸດ ໜູນບຳນານແລ້ວ ຍັງຈະສືບຕໍ່ປະກອບສ່ວນຊ່ວຍພັກ-ລັດ ດ້ວຍຮູບການຕ່າງໆ ຕາມຄວາມສາມາດຕົວຈິງ ຕື່ມອີກ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ