Huawei ເດີນໜ້າຍົກລະດັບລົດໄຟຟ້າໃນລະດັບຫຼູ Maextro S800 ຢ່າງຕໍ່ເນື່ອງລ້າສຸດໄດ້ມີການອັບ ເກຣດເວີຊັ້ນໃໝ່ ໂດຍມຸ່ງເນັ້ນການພັດທະນາ ລະບົບຂັບເຄື່ອນແບບ Range-Extended Electric Vehicle (EREV) ໃຫ້ມີປະສິດທິພາບສູງຂຶ້ນ ພ້ອມເພີ່ມຕົວເລືອກຂຸມພະລັງ 3 ມໍເຕີ້ ໄຟຟ້າເພື່ອຕອບໂຈດທັງສະມັດທະນະ ແລະ ການໃຊ້ງານແທ້ໃນໄລຍະໄກ ຈຸດປ່ຽນສໍາຄັນ ຄືເຄື່ອງຈັກ Range Extender ທີ່ຖືກປັບກໍາລັງເປັນ 127 ກິໂລວັດ (170 ແຮງມ້າ) ເຮັດໜ້າທີ່ຜະລິດກະແສໄຟຟ້າໃຫ້ລະບົບຂັບເຄື່ອນໄຟຟ້າໂດຍກົງ ຊ່ວຍເພີ່ມຄວາມຕໍ່ເນື່ອງໃນການເດີນທາງໂດຍບໍ່ຕ້ອງກັງວົນເລື່ອງສະຖານີສາກ ເຖິງວ່າຄວາມຈຸຂອງແບັດເຕີຣີ ຈະຖືກຫຼຸດເລັກນ້ອຍເຫຼືອ 63.262 kWh ແຕ່ Maextro S800 ຍັງສາມາດແລ່ນດ້ວຍພະລັງງານ ໄຟຟ້າລ້ວນໄດ້ປະມານ 258–315 ກິໂລແມັດ ຕໍ່ການສາກໜຶ່ງຄັ້ງ (ຕາມມາດຕະຖານການທົດສອບ) ແລະ ຍັງຄົງຈຸດເດັ່ນດ້ານ ອັດຕາຊິ້ນເປືອງນໍ້າມັນທີ່ໜ້ອຍສຸດໃນໂໝດປະສົມໃນດ້ານລະບົບຂັບເຄື່ອນ ລູກຄ້າສາມາດເລືອກໄດ້ທັງລຸ້ນ 2 ມໍເຕີ້ ທີ່ເນັ້ນຄວາມສົມດຸນລະຫວ່າງ ຄວາມແຮງກັບຄວາມປະຢັດ ແລະ ລຸ້ນ 3 ມໍເຕີ້ ທີ່ເພີ່ມພະລັງຂັບເຄື່ອນລໍ້ຫຼັງ ໃຫ້ສະມັດທະນະທີ່ສູງຂຶ້ນ ເໝາະກັບການໃຊ້ງານລະດັບພີມ້ຽມ.
Maextro S800 ເປັນຊີດານຂະໜາດໃຫຍ່ ລະດັບແຟຣັກຊິບ ຄວາມຍາວໂຕຖັງຫຼາຍກວ່າ 5.4 ແມັດ ແລະ ຖານລໍ້ຍາວກວ່າ 3.3 ແມັດ ສະທ້ອນພາບລັກລົດຫຼູ ທີ່ອອກແບບມາເພື່ອແຂ່ງຂັນກັບແບຣນ ລະດັບດຽວກັນໃນຕະຫຼາດລົດຈີນໂດຍກົງ ການອັບເກຣດຄັ້ງນີ້ ຕອກຢໍ້າທິດທາງຂອງ Huawei ໃນອຸດສາຫະກໍາລົດໄຟຟ້າທີ່ບໍ່ໄດ້ເນັ້ນພຽງເທັກໂນໂລຊີດິຈິຕອນ ແຕ່ຍັງໃຫ້ຄວາມສໍາຄັນກັບສະມັດທະນະຄວາມສະດວກໃນການໃຊ້ງານແທ້ ແລະ ປະສົບການໃນລະດັບພີມ້ຽມຂອງຜູ້ຂັບຂີ່ຢ່າງຄົບຖ້ວນ.