ວັນທີ 12 ກຸມພາ 2026, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະນໍາກະຊວງ ເຊິ່ງມີຫົວໜ້າຫ້ອງການ, ຫົວໜ້າກົມ-ຮອງກົມ ແລະ ພະນັກງານວິຊາການ ໄດ້ເຄື່ອນໄຫວຊຸກຍູ້ ຕິດຕາມວຽກງານ ຍທຂ ແຂວງເຊກອງ ໂອກາດດັ່ງກ່າວ ໄດ້ໂອ້ລົມພົບປະພະນັກງານຫຼັກແຫຼ່ງພາຍໃນພະແນກໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ເພື່ອສືບຕໍ່ຜັນຂະຫຍາຍວຽກງານ ຍທຂ ໃນໄລຍະໃໝ່ໃຫ້ແຂງແຮງກວ່າເກົ່າ ຕອບສະໜອງຄວາມຮຽກຮ້ອງຂອງການພັດທະນາ.
ທ່ານ ແກ້ວປະເສີດ ແກ້ວມະນີວົງ ຫົວໜ້າພະແນກ ຍທຂ ແຂວງເຊກອງ ໄດ້ລາຍງານວ່າ: ຂະແໜງ ຍທຂ ແຂວງ ເຊກອງ ມີພະນັກງານທັງໝົດ 97 ຄົນ ຍິງ 15 ຄົນ, ໃນນັ້ນພະນັກງານຂັ້ນພະແນກ ຍທຂ ແຂວງ 67 ຄົນ, ຍິງ 11 ຄົນ, ພະນັກງານຂັ້ນຫ້ອງການ ຍທຂ 4 ຕົວເມືອງ ມີທັງໝົດ 30 ຄົນ, ຍິງ 4 ຄົນ; ທົ່ວແຂວງມີເສັ້ນທາງທັງໝົດ 310 ເສັ້ນ ມີລວງຍາວ 2,016.04 ກມ ບ້ານມີເສັ້ນທາງເຂົ້າເຖິງ 201 ບ້ານ ກວມເອົາ 99.01%ຂອງຈໍານວນບ້ານທັງໝົດໃນທົ່ວແຂວງ (203ບ້ານ) ບ້ານບໍ່ມີເສັ້ນທາງເຂົ້າເຖິງ 2 ບ້ານ (ເຂດເມືອງກະລຶມ ມີບ້ານຊວງ, ບ້ານຕະໜາງ+ຕະຫິດ) ກວມເອົາ 0.99%; ບ້ານມີເສັ້ນທາງເຂົ້າເຖິງທຽວໄດ້ສອງລະດູ 168 ບ້ານ ກວມ 83.58% ບ້ານມີເສັ້ນທາງເຂົ້າເຖິງທຽວໄດ້ລະດູດຽວ 33 ບ້ານ ກວມ 16.42%.
ພ້ອມນັ້ນ ພະແນກ ຍທຂ ແຂວງ ຍັງໄດ້ມີຂໍ້ສະເໜີຈໍານວນໜຶ່ງ ເຖິງຄະນະນໍາກະຊວງ ຍທຂ ເພື່ອພ້ອມກັນປຶກສາຫາລື ແກ້ໄຂໃນຕໍ່ໜ້າ.
ໃນໂອກາດນີ້ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ສະແດງຄວາມຊົມເຊີຍຜົນງານໃນໄລຍະຜ່ານມາ ເນື່ອງຈາກຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ, ການແຜ່ລະບາດຂອງພະຍາດໂຄວິດໃນໄລຍະຜ່ານມາ ເຮັດໃຫ້ ການປັບປຸງ ແລະ ກໍ່ສ້າງເສັ້ນທາງຖືກຢຸດສະງັກ, ບວກໃສ່ກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຂົນສົ່ງທີ່ເພີ່ມຂຶ້ນ ເຮັດໃຫ້ເສັ້ນທາງເປ່ເພເສຍຫາຍ.
ທ່ານລັດຖະມົນຕີ ຍັງໄດ້ໃຫ້ທິດຊີ້ນຳວ່າ: ວຽກງານວິຊາສະເພາະ ໂດຍສະເພາະແມ່ນວຽກງານຂົວທາງໃຫ້ສຸມໃສ່ການຄຸ້ມຄອງປົກປັກຮັກສາເສັ້ນທາງ ການມີສ່ວນຮ່ວມຂອງສັງຄົມ, ການຄຸ້ມຄອງນໍ້າໜັກລົດບັນທຸກ, ການນໍາໃຊ້ບ້ວງເງິນກອງທຶນທາງປະຈໍາປີ ບິແບ່ງຈັດສັນແກ້ໄຂໜີ້ສິນ, ເອົາໃຈໃສ່ກໍ່ສ້າງເສັ້ນທາງທີ່ມີທຶນແລ້ວ ຂໍໃຫ້ຄຸ້ມຄອງ ຊຸກຍູ້ກັນ ກໍ່ສ້າງໃຫ້ສໍາເລັດຕາມແຜນການ ທີ່ສໍາຄັນແມ່ນຄຸນນະພາບວັດສະດຸກໍ່ສ້າງໃຫ້ໄດ້ມາດຕະຖານ ຮັບປະກັນນໍາໃຊ້ຍາວນານ.
ສໍາລັບກອງສ້ອມແປງທາງ ໃຫ້ ຍທຂ ເຊກອງ ເຄື່ອນໄຫວສ້ອມແປງທາງທີ່ເປ່ເພ ໃຫ້ທັນການ; ວຽກທາງນໍ້າ ເນັ້ນການຄຸ້ມຄອງດູດແຮ່, ດູດຊາຍ ແລະ ການເດີນເຮືອໃຫ້ເຂົ້າສູ່ລະບຽບກົດໝາຍ, ຄົ້ນຄວ້າວຽກງານກໍ່ສ້າງຕາຝັ່ງເຈື່ອນ, ການຄຸ້ມຄອງ ຈັດສັນຜັງເມືອງ ໃຫ້ມີການວາງແຜນໃຫ້ເປັນມາດຕະຖານ; ວຽກງານການຂົນສົ່ງ ຄຸ້ມຄອງຂົນສົ່ງສິນຄ້າຜູ້ໂດຍສານ ຮັບປະກັນຄວາມປອດໄພ ໂດຍຮ່ວມມືກັບເຈົ້າໜ້າທີ່ ປ້ອງກັນຄວາມສະຫງົບ, ການຄຸ້ມຄອງພາຫະນະ, ວຽກງານນໍາປະປາ ການເປັນເຈົ້າການໃນການສ້າງແຜນໂຄງການດຶງດູດການລົງທຶນ.
ກວດກາປັບປຸງຄືນແບບແຜນວິທີເຮັດວຽກ ສະມາຊິກພັກ, ພະນັກງານ, ເພີ່ມທະວີວຽກງານການເມືອງແນວຄິດກໍາແໜ້ນແນວທາງຂອງພັກ-ລັດຖະບານ, ວຽກງານກວດກາ, ສຸມໃສ່ວຽກງານປັບປຸງພັກ ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ, ສຸມໃສ່ສ້າງພະນັກງານໃຫ້ສາມາດມີພະນັກງານສືບທອດປ່ຽນແທນ, ສ້າງແຜນກໍານົດພະນັກງານ, ແຜນບໍາລຸງສ້າງພະນັກງານ, ຫັນລົງຮາກຖານ, ເອົາໃຈໃສ່ຄຸ້ມຄອງປະເມີນພະນັກງານຕາມລະບຽບ ມີນະໂຍບາຍສົມເຫດສົມຜົນ.