ລະດູການທີ່ຖືກຕ້ອງໃນການເລືອກປູກຜັກແຕ່ລະຊະນິດ

12 Feb 2026

ຄລິກແຊຣ໌ 0 Facebook WhatsApp

ຄໍລໍາກະເສດລ້ຽງຊີບມື້ນີ້ ໄດ້ຮຽບຮຽງເອົາຊະນິດຂອງພືດຜັກທີ່ເໝາະໃນການປູກແຕ່ລະຊະນິດໃຫ້ຂຽວງາມ ທັງນີ້ກໍເພື່ອຫຼຸດຕົ້ນທຶນໃນການປູກເປັນຕົ້ນແມ່ນ ການບົວລະບັດຮັກສາ, ການໃສ່ຝຸ່ນ ຫຼື ການນໍາໃຊ້ອຸປະກອນເພີ່ມຕື່ມໃນການປູກ ເພື່ອໃຫ້ໄດ້ຜົນຜະລິດລິດທີ່ດີ ເພາະປູກຕາມລະດູການຂອງພືດນັ້ນໆ. ແຕ່ກໍມີຜັກບາງຊະນິດທີ່ສາມາດປູກໄດ້ທັງສອງລະດູ ແລະ ບາງຊະນິດທີ່ປູກໄດ້ສະເພາະລະດູດຽວ ເນື່ອງຈາກສະພາບອາກາດທີ່ຕ່າງກັນ.

ລະດູແລ້ງ

ນັບແຕ່ເດືອນມັງກອນເຖິງເດືອນເມສາ ແລະ ເດືອນພະຈິກເຖິງເດືອນທັນວາ ລະດູນີ້ມີໝອກ ແລະ ຄວາມຊຸ່ມໃນອາກາດຕອນເຊົ້າ ຫາຕອນ ສວາຍ, ໃນຕອນກາງເວັນ ຈະຮ້ອນຫຼາຍ ແຕ່ນໍ້າຈະບໍ່ລະເຫີຍໄວຄືລະດູຝົນ, ໃນກາງຄືນອາກາດຈະເຢັນຫຼາຍ ແລະ ມີນໍ້າໝອກ ຄວນມຸງຫຼັງຄາໃຫ້ພືດຜັກດ້ວຍຜ້າກັ້ງກັນແດດ, ການໃຫ້ນໍ້າອາດບາມື້ໃຫ້ ຫຼື ເຮັດເປັນລະບົບຢົດນໍ້າກໍໄດ້ ລະດູນີ້ຄວນປູກພືດທີ່ມັກອາກາດເຢັນຈະໃຫ້ຜົນຜະລິດທີ່ດີ ເຊັ່ນ: ຜັກສະລັດ, ຜັກຫອມ, ຜັກກາດຫົວ, ຫົວກະລົດ, ຜັກຫອມປ້ອມ, ປະເພດຜັກກາດ, ກະຫຼໍ່າປີ, ກະຫຼໍ່າດອກ, ຫອມແປ.

ລະດູຝົນ

ນັບແຕ່ເດືອນພຶດສະພາເຖິງເດືອນຕຸລາ ລະດູນີ້ຈະມີຄວາມຊຸ່ມໃນອາກາດສູງຫຼາຍ ບາງເທື່ອຟ້າຄຶ້ມຈົນບໍ່ເຫັນແສງແດດໝົດມື້ເລີຍກໍມີ ຝົນທີ່ຕົກລົງມາຈະເຮັດໃຫ້ມີນໍ້າຂັງຢູ່ພື້ນທີ່ຕໍ່າ ຄວນເຮັດຮ່ອງນໍ້າໄວ້ກ່ອນການປູກພືດຜັກ ອາດຈະເຮັດເປັນຂຸມນ້ອຍໆພໍໃຫ້ມີນໍ້າຂັງໜ້ອຍໜຶ່ງ ສ່ວນເລື່ອງພືດຂາດນໍ້າແມ່ນຈະບໍ່ເກີດຂຶ້ນໃນລະດູນີ້ແນ່ນອນ, ສ່ວນຫຼາຍພືດທີ່ບໍ່ທົນຕໍ່ຄວາມແລ້ງຈະປູກຊ່ວງຕົ້ນລະດູຝົນ ເພາະບໍ່ຕ້ອງຫົດນໍ້າຫຼາຍ ເມື່ອມາຮອດລະດູແລ້ງກໍຈະເຕີບໂຕເຕັມທີ່, ຖ້າປູກພືດຜັກເວລາທີ່ຝົນຕົກລົງມາກະທົບໃສ່ໜ້າດິນຟົ້ງຕິດຕາມໃບຜັກອາດຈະເຮັດໃຫ້ໃບຜັກບໍ່ງາມໄດ້ ອາດຈະໃຊ້ເຟືອງປົກດິນໄວ້ເພື່ອລົດແຮງກະທົບຈາກນໍ້າທີ່ຟົ້ງໃສ່ ແລະ ລະດູນີ້ຄວນປູກພືດທີ່ມັກນໍ້າເປັນພິເສດ ເຊັ່ນ: ຊ່ວງຕົ້ນລະດູປູກຜັກກາດກວາງຕຸ້ງ, ຜັກບົ້ງ, ໝາກເຜັດ, ໝາກເຂືອ, ຜັກກາດຫົວ, ຜັກຫອມ, ປະເພດໝາກຖົ່ວ, ໝາກບວບ, ໝາກອຶ, ສາລີຫວານ, ໝາກແຕງ; ຊ່ວງທ້າຍລະດູປູກ ກະຫຼໍ່າປີ, ກະຫຼໍ່າດອກ, ບັອກໂຄຣີ, ຖົ່ວລັນເຕົາ, ຫອມຫົວໃຫຍ່, ກະລົດ, ໝາກໂມເຫຼົ່ານີ້ເປັນຕົ້ນ.

ທີ່ມາ: organicfarmthailand.com

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ