ລົດ Volvo EX60 ແລ່ນໄກໄດ້ເຖິງ 810 ກິໂລແມັດ

12 Feb 2026

ຄລິກແຊຣ໌ 0 Facebook WhatsApp

ສິ້ນສຸດການລໍຄອຍ Volvo Cars ປະກາດສັກດາ ເປີດໂຕ    “Volvo EX60” ຢ່າງເປັນທາງການ (21 ມັງກອນ 2026) ແລະ ນີ້ບໍ່ແມ່ນລຸ້ນໃໝ່ ແຕ່ມັນຄືຈຸດປ່ຽນຂອງແບຣນລົດດ້ວຍເຕັກໂນໂລຊີ ທີ່ບໍ່ເຄີຍມີມາກ່ອນ.

ແພລດຟອມໃໝ່ SPA3 ຄັ້ງທໍາອິດກັບການໃຊ້ໂຄງສ້າງແບບ Megacasting ຫຼໍ່ໂຕຖັງອັນດຽວ ເບົາກວ່າ ແຂງແຮງກວ່າ ພື້ນທີ່ພາຍໃນກວ້າງກວ່າ XC60.

ແບັດເຕີຣີໜ່ວຍໃຫຍ່ 111 kWh (Usable 107 kWh) ສາກຄັ້ງໜຶ່ງສາມາດແລ່ນໄດ້ 810 ກມ (WLTP) ໃນລຸ້ນ RWD, ລະບົບໄຟ 800V ຮອງຮັບການສາກ DC 400 kW (ໄວສຸດໃນລຸ້ນ ) ສາກ 10-80% ໃນ 15 ນາທີ.

ຄວາມແຮງ (Performance) ລຸ້ນທັອບ Twin Motor ສາມາດປຽບເປັນແຮງມ້າໄດ້ 603 ແຮງມ້າ (443 kW) ແຮງບິດທີ 950 ນິວຕັນແມັດ 0-100 ກມ/ຊມ. ໃນ 3.5 ວິນາທີ ແຮງປານລົດແຂ່ງໃນສະໜາມ, ສະໝອງກົນ AI.

ມາພ້ອມກັບຊິບ NVIDIA Drive Thor ແລະ ລະບົບ Google Gemini AI ທີ່ຮຽນຮູ້ພຶດຕິກໍາຄົນຂັບໄດ້ແທ້.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ