ວັນທີ 2 ກຸມພາ 2026, ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ ພ້ອມດ້ວຍການນໍາຂອງແຂວງ ໄດ້ເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອ ຄອບຄົວທີ່ຖືກຜົນກະທົບອັກຄີໄພ (ໄຟໄໝ້ເຮືອນ) ຢູ່ບ້ານມະຫາໄຊ ເມືອງມະຫາໄຊ ແລະ ບ້ານໂພນນາດີ, ບ້ານນາກະທິງ ເມືອງໄຊບົວທອງ ເພື່ອສະແດງເຖິງຄວາມເປັນຫ່ວງເປັນໃຍຂອງການນໍາຂັ້ນແຂວງ ແລະ ເພື່ອຊ່ວຍເຫຼືອບັນເທົາທຸກໃນເບື້ອງຕົ້ນຕໍ່ການດຳລົງຊີວິດການເປັນຢູ່ຂອງບັນດາຄອບຄົວທີ່ຖືກອັກຄີໄພໃນຄັ້ງນີ້.
ເຄື່ອງທີ່ນຳມາມອບ ປະກອບມີ ເງິນສົດ ຈຳນວນ 25 ລ້ານກີບ/ຄອບຄົວ ພ້ອມທັງເຂົ້າສານ ອາຫານແຫ້ງ ແລະ ເຄື່ອງໃຊ້ໃນຄົວເຮືອນ ລວມມູນຄ່າ 36,680,000 ກີບ/ຄອບຄົວ.
ໃນຈຳນວນ 3 ຄອບຄົວຂອງພໍ່ແມ່ປະຊາຊົນທີ່ຖືກຜົນກະທົບອັກຄີໄພ ປະກອບມີ ເຮືອນຂອງ ນາງ ສອນ ຢູ່ບ້ານມະຫາໄຊ ເມືອງມະຫາໄຊ ເກີດອັກຄີໄພ ໃນວັນທີ 30 ມັງກອນ ມີພາຫະນະ ລົດໃຫຍ່ ເສຍຫາຍ 1 ຄັນ, ລົດໄຖນາ 1 ຄັນ, ລົດຈັກ 2 ຄັນ, ເຄື່ອງໃຊ້ໃນເຮືອນ ແລະ ເງິນສົດຈໍານວນໜຶ່ງ ລວມມູນຄ່າເສຍຫາຍເກືອບ 200 ລ້ານກີບ.
ຄອບຄົວ ທ້າວ ສົມພາວ ບ້ານນາກະທິງ ເມືອງໄຊບົວທອງ ເກີດອັກຄີໄພ ໃນວັນທີ 28 ມັງກອນ ມີເຮືອນ 1 ຫຼັງ ພ້ອມເຄື່ອງໃຊ້ພາຍໃນເຮືອນ ລວມມູນຄ່າເສຍຫາຍ 80 ລ້ານກວ່າກີບ ແລະ ເຮືອນຂອງ ທ້າວ ວັນນີ ບ້ານໂພນນາດີ ເມືອງໄຊບົວທອງ ເກີດອັກຄີໄພ ໃນວັນທີ 27 ມັງກອນ, ມີເຮືອນ 1 ຫຼັງ, ລົດໄຖນາ 1 ຄັນ ແລະ ເຄື່ອງໃຊ້ພາຍໃນເຮືອນ ລວມມູນຄ່າເສຍຫາຍ 96 ລ້ານກວ່າກີບ. ໂອກາດນີ້, ທ່ານເລຂາພັກແຂວງ ຍັງໄດ້ມອບເຂົ້າສານໃຫ້ແກ່ ເມືອງມະຫາໄຊ ແລະ ເມືອງໄຊບົວທອງ ຈໍານວນ 20 ໂຕນ (ເມືອງລະ 10 ໂຕນ) ລວມມູນຄ່າເຂົ້າສານທີ່ມອບໃຫ້ທັງ 2 ເມືອງ ຈໍານວນ 300 ລ້ານກີບ.