ສປປລາວ ແລະ ສສ ຫວຽດນາມ ລົງນາມເອກະສານຮ່ວມມື 6 ສະບັບ

09 Feb 2026

ຄລິກແຊຣ໌ 0 Facebook WhatsApp

ພິທີຕ້ອນຮັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ຄະນະ ຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ໃນຕອນເຊົ້າວັນທີ 5 ກຸມພາ 2026 ທີ່ທໍານຽບປະທານປະເທດ ໂດຍການຕ້ອນຮັບຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ແລະ ຄະນະ.

ຫລັງຈາກນັ້ນ, ສອງສະຫາຍເລຂາທິການໃຫຍ່ ລາວ ແລະ ຫວຽດນາມ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງສອງປະເທດ ພົບປະສອງຝ່າຍຢ່າງເປັນທາງການ.

ພາຍຫລັງສໍາເລັດການພົບປະ, ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ໂຕ ເລິມ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 6 ສະບັບ ຄື:

1.ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ ວ່າດ້ວຍການສ້າງຕັ້ງມະຫາວິທະຍາໄລມິດຕະພາບ ລາວ-ຫວຽດ ນາມ ຢູ່ ສປປ ລາວ;

2.ບົດບັນທຶກການມອບ-ຮັບປຶ້ມ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ;

3.ແຜນການຮ່ວມມື ປີ 2026 ລະຫວ່າງ ກະຊວງຍຸຕິທຳແຫ່ງ ສປປ ລາວ ແລະ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ;

4. ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື ລະຫວ່າງ ແຂວງຫລວງນ້ຳທາ ແລະ ແຂວງຟູເຖາະ;

5.ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືລະຫວ່າງ ແຂວງບໍ່ແກ້ວ ແລະ ແຂວງຟູເຖາະ ແລະ

6. ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື ລະຫວ່າງ ແຂວງຫລວງພະບາງ ແລະ ແຂວງຟູເຖາະ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ