ຄາດໝາຍ ເສດຖະກິດ ປີ 2026 ແມ່ນໃຫ້ຂະຫຍາຍຕົວ 5.5% ຂຶ້ນໄປ

09 Feb 2026

ຄລິກແຊຣ໌ 0 Facebook WhatsApp

ຄາດໝາຍ ເສດຖະກິດ ປີ 2026  ແມ່ນສູ້ຊົນໃຫ້ GDP ຂະຫຍາຍຕົວ 5.5% ຂຶ້ນໄປ, ເກັບລາຍຮັບງົບປະມານປະມານໃຫ້ໄດ້ 20.02% ຂອງ GDP, ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບສະເລ່ຍ 5%.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ໄດ້ລາຍງານຜົນຂອງກອງປະຊຸມສະຫຼຸບວຽກການເງິນ ປະຈໍາປີ 2025 ແລະ ທິດທາງປະຈຳປີ 2026 ທີ່ຈັດຂຶ້ນໃນວັນທີ 29 ມັງກອນ 2026 ແລະ ໄດ້ສໍາເລັດໃນວັນທີ 30 ມັງກອນ 2026 ທີ່ນະຄອນຫຼວງວຽງຈັນວ່າ: ການປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2025 ລາຍຮັບປະຕິບັດໄດ້ປະມານ 79,307 ຕື້ກີບເທົ່າກັບ 114% ເກີນແຜນປະມານ 9,507 ຕື້ກີບ (ມະຕິສະພາດັດແກ້ 69,800 ຕື້ກີບ, ເທົ່າກັບ 18.61% ຂອງ GDP); ໃນນີ້, ນະຄອນຫຼວງວຽງຈັນ ແລະ ທຸກແຂວງສາມາດເກັບລາຍຮັບໄດ້ເກີນແຜນເປັນປີທີ 3.

ສຳລັບແຜນການປີ 2026 ແມ່ນສຸມໃສ່ການຊຸກຍູ້ລວມຍອດຜະລິດຕະພັນພາຍໃນ (GDP) ໃຫ້ຂະຫຍາຍຕົວ 5.5%ຂຶ້ນໄປ. ໃນນີ້, ຂະແໜງກະສິກໍາຂະຫຍາຍຕົວ 4.6%, ຂະແໜງອຸດສາຫະກຳຂະຫຍາຍຕົວ 5.1%, ຂະແໜງບໍລິການຂະຫຍາຍຕົວ 6.6% ແລະ ພາສີ-ອາກອນຜະລິດຕະພັນຂະຫຍາຍຕົວ 4%.

ປັດໄຈຕົ້ນຕໍທີ່ຊຸກຍູ້ການຂະຫຍາຍຕົວ GDP ມາຈາກຂະແໜງບໍລິການ ທ່ອງທ່ ຽວ, ຂະແໜງພະລັງງານ, ຂະແໜງບໍລິການໂລຈິສຕິກ, ຂະແໜງກະສິກໍາ ແລະ ອຸດສະຫະກຳປຸງແຕ່ງກະສິກຳ.

 GDP ສະເລ່ຍຕໍ່ຫົວຄົນ 2,238 ໂດລາສະຫະລັດ ແລະ ລວມຍອດລາຍໄດ້ແຫ່ງຊາດຕໍ່ຫົວຄົນ 2,101 ສະຫະລັດ.

ສູ້ຊົນເກັບລາຍຮັບງົບປະມານປະມານໃຫ້ໄດ້ 83,600 ຕື້ກີບເທົ່າກັບ 20.02% ຂອງ GDP ແລະ ລາຍຈ່າຍ ງົບປະມານທັງໝົດ 81,400 ຕື້ກີບ ເທົ່າກັບ 19.50% ຂອງ GDP, ງົບປະມານເກີນດຸນ 0.53% ຂອງ GDP, ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບສະເລ່ຍ 5% (ເໜັງຕີງ 2%).

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ