ການຄິດແບບຍຸດທະສາດໃນຍຸກດີຈີຕອນ Strategic thinking in the digital age

05 Feb 2026

ຄລິກແຊຣ໌ 0 Facebook WhatsApp

ການຄິດແບບຍຸດທະສາດ (Strategic Thinking) ໄດ້ເປັນທັກສະໜຶ່ງທີ່ສຳຄັນ ສຳລັບຜູ້ບໍລິຫານ ແລະ ອົງກອນໃນປັດຈຸບັນ ແລະ ອະນາຄົດ, ທ່າມກາງສະພາບແວດລ້ອມທີ່ປ່ຽນແປງຢ່າງວ່ອງໄວ ແລະ ສັບຊ້ອນ ຊຶ່ງມີປັດໄຈທີ່ຊ່ວຍຊຸກຍູ້ສຳຄັນຄືການມີບົດບາດຂອງດີຈີຕອນ ແລະ ປັນຍາປະດິດ (AI).

ການປ່ຽນແປງທາງດ້ານເສດຖະກິດ-ສັງຄົມ ແລະ ເຕັກໂນໂລຊີທີ່ມີ ບາງຄັ້ງການແກ້ໄຂບັນສະເພາະໜ້າແມ່ນຍັງບໍ່ພຽງພໍ ແລະ ຈຳເປັນຕ້ອງສາມາດບໍລິຫານ, ຄາດຄະເນທ່າອ່ຽງ ແລະ ກຽມພ້ອມສຳລັບອະນາຄົດ. ໃນນັ້ນ ທາດແທ້ຂອງການຄິດແບບຍຸດທະສາດ ແມ່ນຄວາມສາມາດໃນການເບິ່ງ ແລະ ຕີລາຄາໃນລັກສະນະທີ່ໃຫຍ່ (Macro Level) ເຊື່ອມໂຍງປັດໄຈຕ່າງໆທີ່ອາດຈະບໍ່ກ່ຽວຂ້ອງກັນ ເບິ່ງເຫັນທັງສິ່ງທີ່ເກີດຂຶ້ນໃນປັດຈຸບັນ ແລະ ສິ່ງທີ່ເປັນໄປໄດ້ໃນອະນາຄົດ ເພື່ອຕັດສິນໃຈເລືອກແນວທາງທີ່ຈະໄດ້ຮັບຄຳຕອບທີ່ຕ້ອງການໃນໄລຍະຍາວ ແລະ ແຕກຕ່າງຈາກການຄິດແບບປະຕິບັດການ (Operational Thinking) ທີ່ເນັ້ນໃນການເຮັດວຽກປະຈຳວັນ ແລະ ທັກສະນີ້ບໍ່ໄດ້ເປັນພອນສະຫວັນຕິດຕົວ ແຕ່ສາມາດຮຽນຮູ້ ແລະ ພັດທະນາໄດ້ ຈາກການຝຶກຝົນຫຼໍ່ຫຼອມຮຽນຮູ້ເປັນປົກກະຕິຕໍ່ເນື່ອງ. ສະນັ້ນ ນັກວິຊາການຫລາຍທ່ານໄດ້ນິຍາມ ຫຼື ໃຫ້ຄວາມໝາຍຂອງການຄິດແບບຍຸດທະສາດ ດັ່ງນີ້:

• “ການຄິດແບບຍຸດທະສາດ ໝາຍເຖິງຄວາມສາມາດໃນການກຳນົດແນວທາງທີ່ດີທີ່ສຸດ ບົນພື້ນຖານສະພາບການຕ່າງໆ ເພື່ອບັນລຸເປົ້າໝາຍທີ່ຕ້ອງການ”.

• “ການຄິດແບບຍຸດທະສາດ ແມ່ນຄວາມສາມາດໃນການເຫັນໃນສິ່ງທີ່ເປັນຢູ່ໃນປັດຈຸບັນ ແລະ ສິ່ງທີ່ເປັນໄປໄດ້ໃນອະນາຄົດ ພ້ອມທັງສາມາດຕັດສິນໃຈເລືອກທາງເລືອກທີ່ຈະກ້າວໄປສູ່ຄຳຕອບທີ່ຕ້ອງການ (It is the ability to see both what exists in the present and what is possible in the future, and to make decisions that lead to the desired outcomes)”.

ການຄິດແບບຍຸດທະສາດ ມີລັກສະນະເປັນຂະບວນການຄວາມຄິດ ເກີດຂຶ້ນກໍຕໍ່ເມື່ອມີເປົ້າໝາຍບາງຢ່າງທີ່ຕ້ອງ ການເຮັດໃຫ້ສຳເລັດ ເຊັ່ນ: ຊະນະການແຂ່ງຂັນ, ແກ້ໄຂບັນຫາໃຫ້ໝົດໄປ ແລະ ໄດ້ຮັບສິ່ງທີ່ຕ້ອງການ ເປັນຕົ້ນ. ການຈະບັນລຸເປົ້າໝາຍຕ້ອງມີການກຳນົດທາງເລືອກ ທີ່ຄິດວ່າມີໂອກາດປະສົບຜົນສຳເລັດຫລາຍທີ່ສຸດ ໂດຍປະເມີນກຳລັງຄວາມສາມາດຂອງຕົນເອງ ປະເມີນສະພາບແວດລ້ອມ ລວມທັງຕ້ອງສາມາດຄາດຄະເນອະນາຄົດທີ່ອາດຈະເກີດຂຶ້ນ, ແລ້ວຈຶ່ງກຳນົດທາງເລືອກຍຸດທະສາດ ທີ່ຄິດວ່າມີໂອກາດປະສົບຜົນສຳເລັດຫລາຍທີ່ສຸດ ເພື່ອກ້າວໄປສູ່ເປົ້າໝາຍທີ່ກຳນົດໄວ້. ໃນນັ້ນ ການດຳເນີນຍຸດທະສາດ ຈະຕ້ອງເຮັດດ້ວຍຄວາມເຂົ້າໃຈໂລກແຫ່ງຄວາມເປັນຈິງ ທີ່ບໍ່ແນ່ນອນ. ສະນັ້ນ ເມື່ອກຳນົດຍຸດທະສາດໄດ້ແລ້ວ ຈຶ່ງຍັງບໍ່ສາມາດເອົາໄປໃຊ້ໄດ້ແທ້ຈິງ ແຕ່ຈະຕ້ອງມີການທົດລອງຜົນກະທົບທີ່ອາດຈະເກີດຂຶ້ນໃນດ້ານຕ່າງໆກ່ອນ ຫລັງຈາກນັ້ນຈຶ່ງເລືອກທາງເລືອກຍຸດທະສາດ ທີ່ຄິດວ່າຄວບຄຸມໄດ້ຫລາຍທີ່ສຸດ ແລະ ຄິດເພື່ອໄວ້ຕື່ມ ສຳລັບການຮັບມືກັບສິ່ງທີ່ອາດຈະເກີດຂຶ້ນໃນອະນາຄົດ, ພ້ອມທັງຖ້າຈະເອົາອອກໄປນຳໃຊ້ ຈະຕ້ອງມີການກວດສອບເບິ່ງສະພາບແວດລ້ອມ ແລະ ຜົນກະທົບທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ເພື່ອໃຫ້ສາມາດປ້ອງກັນໄວ້ ໂດຍສະເພາະກໍລະນີມີສິ່ງທີ່ບໍ່ຄາດຄິດເກີດຂຶ້ນ.

ເຖິງຢ່າງໃດກໍຕາມ ການຄິດແບບຍຸດທະສາດ ຈຶ່ງມີລັກສະນະຢືດຢຸ່ນ ບໍ່ແຂງກະດ້າງຕາຍຕົວ ແຕ່ຈະຫລົບຫລີກປັບປ່ຽນໄປຕາມສະພາບການທີ່ແຕກຕ່າງກັນ, ການກຽມຄວາມພ້ອມຈະຊ່ວຍໃຫ້ເຮົາສາມາດປັບຕົວຕໍ່ການປ່ຽນແປງໄດ້ວ່ອງໄວ ໂດຍຍັງຮັກສາຄວາມພະຍາຍາມທີ່ຍຶດໝັ້ນແນວທາງສູ່ເປົ້າໝາຍສູງສຸດ ເຮັດໃຫ້ມີໂອກາດປະສົບຜົນສຳເລັດໄດ້ຫຼາຍກວ່າຜູ້ບໍລິຫານ ຫຼື ອົງກອນທີ່ປາສະຈາກການຄິດແບບຍຸດທະສາດ.

ການຄິດແບບຍຸດທະສາດ ແມ່ນການຄິດລະດັບມະຫາພາກ ທີ່ປະກອບມີ 3 ຂັ້ນ ທີ່ສຳຄັນຄື: ຂັ້ນທີໜຶ່ງ ຄິດໄດ້ວ່າອັນໃດສຳຄັນທີ່ກຳລັງຈະເກີດຂຶ້ນ, ຂັ້ນທີສອງ ຄິດໄດ້ວ່າ ຄວນຈະເຮັດອັນໃດ ແລະ ຂັ້ນທີສາມ ຄິດໄດ້ວ່າ ຈະເຮັດສິ່ງທີ່ຄວນຈະເຮັດນັ້ນແນວໃດ ຫຼື ເອີ້ນວ່າ Golden Circle: Why, What, How ຍ້ອນເຊື່ອວ່າຖ້າເຮັດຕາມສາມຂັ້ນຕອນນີ້ຫຼາຍຄັ້ງແລ້ວ ຈະມີແຕ່ດີຂຶ້ນ ບາງປຶ້ມຕຳລາຍັງເອີ້ນວົງຈອນນີ້ວ່າ: Opportunity Strategy Action ໝາຍເຖິງການເອົາຍຸດທະສາດທີ່ພັດທະນາຂຶ້ນມາ ເພື່ອຕອບສະໜອງໂອກາດທີ່ສຳຄັນໄປປະຕິບັດໃຫ້ເກີດຜົນຕໍ່ໄປ.

ການຄິດແບບຍຸດທະສາດ ຍັງຊ່ວຍໃຫ້ສາມາດເລີ່ມຕົ້ນເບິ່ງເຫັນສິ່ງທ້າທາຍ ແລະ ໂອກາດໃນການສ້າງຄວາມກ້າວໜ້າໄດ້. ສ່ວນຫຼາຍຜູ້ບໍລິຫານທີ່ຄິດແບບຍຸດທະສາດ ຈະບໍ່ເລີ່ມຕົ້ນດ້ວຍການບອກວ່າຈະເຮັດຫຍັງ ແຕ່ຈະອະທິບາຍວ່າ ຍ້ອນຫຍັງເລື່ອງທີ່ຄິດຈະເຮັດນັ້ນ ຈຶ່ງມີຄວາມສຳຄັນ, ຜູ້ບໍລິຫານທີ່ມີບົດຮຽນປະສົບການເກັ່ງໆ ຄິດ Why ກ່ອນທີ່ຈະຄິດ What ເຮັດໃຫ້ໄດ້ What ທີ່ຊວນໃຫ້ຄົນອື່ນຍອມຮັບເຫດຜົນ ແລະ ຍອມທີ່ຈະຊ່ວຍກັນເຮັດໃນເລື່ອງນັ້ນໆ ແລະ ມີຫົວໃຈຂອງການຄິດແບບຍຸດທະສາດ ໃນຍຸກດີຈີຕອນ ປະກອບມີ 4 ອົງປະກອບຕົ້ນຕໍຄື:

1) ການເບິ່ງກວ້າງແນມໄກ (Foresight): ບໍ່ແມ່ນພຽງແຕ່ການຄາດຄະເນອະນາຄົດ ແຕ່ແມ່ນການຈັບຕ້ອງ ໃນສັນຍານທີ່ປ່ຽນແປງ ທີ່ກຳລັງຈະມາຮອດ ເຊັ່ນ: ເຕັກໂນໂລຊີ (AI, Blockchain, Big Data…), ພຶດຕິກໍາຂອງປະຊາຊົນ ຫຼື ລູກຄ້າທີ່ປ່ຽນແປງ ຫຼື ຄວາມຄາດຫວັງຕໍ່ການບໍລິການທາງດ້ານການເງິນ-ການທະນາຄານ ທີ່ສູງຂຶ້ນ, ເຮົາຕ້ອງຖາມຕົນເອງສະເໝີວ່າ: ໃນອີກ 3-5 ປີຕໍ່ໜ້າ ສະພາບການຂອງໂລກ ຫຼື ອົງກອນ ຫຼື ໜ່ວຍງານ ຫຼື ອະນາຄົດຂອງພວກເຮົາຈະເປັນຄືແນວໃດ? ແລະ ເຕັກໂນໂລຊີຈະເຂົ້າມາປ່ຽນແປງວິທີການເຮັດວຽກ ແລະ ການບໍລິການຂອງເຮົາໄດ້ແນວໃດຕື່ມແດ່?.

2) ການຄິດເປັນລະບົບ (System Thinking): ແມ່ນການເບິ່ງເຫັນວ່າ ອົງກອນຂອງເຮົາ ບໍ່ແມ່ນເກາະ ຫຼື ດອນ ທີ່ຢູ່ແບບໂດດດ່ຽວ ແຕ່ເປັນສ່ວນໜຶ່ງຂອງລະບົບນິເວດ (Ecosystem) ຂະໜາດໃຫຍ່ ທີ່ເຊື່ອມຈອດກັບໜ່ວຍງານອື່ນ ເຊັ່ນ: ເອກະຊົນ, ທ້ອງຖິ່ນຕ່າງໆ. ການປ່ຽນແປງໃນຈຸດໜຶ່ງແມ່ນມີຜົນກະທົບຕໍ່ສ່ວນອື່ນໆສະເໝີ, ຍຸດທະສາດທີ່ດີ ອາດບໍ່ແມ່ນການແກ້ໄຂບັນຫາສະເພາະໜ້າ ແຕ່ເປັນການອອກແບບການເຮັດວຽກທີ່ສົ່ງເສີມ ແລະ ຍູ້ໜູນປະສານກັນທົ່ວລະບົບ ເຊັ່ນ: ການເຊື່ອມໂຍງຂໍ້ມູນຂ້າມໜ່ວຍງານ ເພື່ອສ້າງການບໍລິການແບບຄົບວົງຈອນ (One-Stop Service).

3) ມີສະພາບຄ່ອງ ແລະ ການປັບຕົວ (Liquidity and Adaptability): ໃນຍຸກດີຈີຕອນ ຄວາມໄວຄື ຄວາມໄດ້ປຽບ, ຍຸດທະສາດຂອງເຮົາ ຕ້ອງບໍ່ແມ່ນແຜ່ນຊີມັງທີ່ສະຫລັກອັກສອນໄວ້ແລ້ວປ່ຽນແປງບໍ່ໄດ້ ແຕ່ຕ້ອງເປັນຄືກັບແຜນທີ່ທີ່ມີຊີວິດຊີວາ ສາມາດປັບປຸງປ່ຽນແປງເສັ້ນທາງ ຍຸດທະສາດໄດ້ຕາມສະພາບການທີ່ປ່ຽນແປງໄປ, ຕ້ອງກ້າຫານເລີ່ມຕົ້ນທີ່ຈະທົດລອງໂຄງການນ້ອຍໆ (Pilot Project) ຮຽນຮູ້ຈາກຄວາມຜິດພາດຢ່າງວ່ອງໄວ (Fail Fast, Learn Faster) ແລະ ປັບປຸງແກ້ໄຂ ຕໍ່ຍອດຂະຫຍາຍຜົນ ສິ່ງທີ່ດີງາມໃຫ້ຈະເລີນກວ່າເກົ່າ.

4) ມີການຝຶກໃຊ້ເຄື່ອງມືໃນການຄິດແບບຍຸດທະສາດກັບບັນຫານ້ອຍໆໃນຊີວິດຕົວຈິງ ຫຼື ອົງກອນ ເພື່ອພັດທະນາດີຈີຕອນ ໂດຍສະເພາະເຄື່ອງມືຍຸດທະສາດ: ໂດຍສະເພາະການວິເຄາະ SWOT, ວິໄສທັດ, ພັນທະກິດ, Strategic Decision Making, ຍຸດທະສາດໂສ້ແຫ່ງຄຸນຄ່າ (Value chain Strategy), ການສ້າງຄວາມໄດ້ປຽບທາງການແຂ່ງຂັນທຸລະກິດ, Five Force’s Model, PESTEL Model ແລະ ຄວາມກ້າຫານທີ່ຈະຕັ້ງຄຳຖາມທ້າທາຍຕໍ່ສົມມຸດຖານເກົ່າ, ຄິດຕ່າງ ແລະ ຊອກຫາທາງເລືອກໃໝ່ ທີ່ບໍ່ຍຶດຕິດກັບແນວຄິດ ແລະ ວິທີການເດີມ ເພື່ອຊອກຫາໂອກາດ ຫຼື ທາງອອກທີ່ຄົນອື່ນເບິ່ງບໍ່ເຫັນ ເປັນຕົ້ນ.

ສັງລວມແລ້ວ ເຫັນວ່າການຄິດແບບຍຸດທະສາດໃນຍຸກດີຈີຕອນ ກ່ຽວຂ້ອງກັບຂະບວນການຄິດໃນການແກ້ໄຂບັນຫາ, ການຕັດສິນໃຈ ແລະ ການວາງແຜນ. ຜູ້ບໍລິຫານ ຫຼື ອົງກອນໃດ ຄິດແບບຍຸດທະສາດໄດ້ດີ ຈະສາມາດຊອກຫາທາງເລືອກທີ່ດີທີ່ສຸດມາໃຊ້ ແລະ ບັນລຸຜົນສຳເລັດຕາມເປົ້າໝາຍຫຼາຍ ກວ່າຜູ້ບໍລິຫານ ຫຼື ອົງກອນທີ່ບໍ່ມີ ຄວາມສາມາດຄິດແບບຍຸດທະສາດ ຍ້ອນຈະສາມາດຕັດສິນໃຈເລືອກທາງທີ່ເໝາະສົມກັບສະພາບການຕ່າງໆ ທີ່ຄາດວ່າຈະພົບພໍ້ໃນອະນາຄົດ ແລະ ການຕັດສິນໃຈເມື່ອພົບພໍ້ເຫດການສະເພາະໜ້າ, ການຮູ້ນຳໃຊ້ປະໂຫຍດຈາກເວລາ, ສະຖານທີ່, ເຄື່ອງມືດີຈີຕອນ ແລະ ສະພາບການທີ່ປ່ຽນແປງໄປ ດັ່ງບາງຄຳເວົ້າທີ່ວ່າ: “ຍຸດທະສາດໃນຍຸກດີຈີຕອນ ບໍ່ແມ່ນການມີຄຳຕອບທີ່ຖືກຕ້ອງທີ່ສຸດ ແຕ່ແມ່ນການມີຄວາມສາມາດໃນການຕັ້ງຄຳຖາມທີ່ເໝາະສົມ ແລະ ກ້າຫານທີ່ຈະທົດລອງເພື່ອຊອກຫາຄຳຕອບໃໝ່ໆກ້າວໜ້າຢູ່ສະເໝີ”.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ