ເປີດເທດສະການດອກງິ້ວບານ ຄັ້ງທີ 23 ທີ່ດອນຊາວ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

04 Feb 2026

ຄລິກແຊຣ໌ 0 Facebook WhatsApp

ເທດສະການດອກງິ້ວບານຄັ້ງທີ 23 ປະຈຳປີ 2026 ໄດ້ເປີດຢ່າງເປັນທາງການໃນວັນທີ 30 ມັງກອນ 2026 ຢູ່ດອນຊາວ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ໂດຍການເຂົ້າຮ່ວມຂອງທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ​ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກຳມະການສູນການພັກ, ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ ພ້ອມດ້ວຍອະດີດການນຳ, ແຂກຖືກເຊີນຈາກສູນກາງ, ທ້ອງຖິ່ນ ແລະ ຕ່າງປະເທດເຂົ້າຮ່ວມ.

ທ່ານ ກາວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ກ່າວລາຍງານໃນພິທີວ່າ: ເທດສະການດອກງິ້ວບານເປັນບຸນໃຫຍ່ທີ່ມີເອກະລັກສະເພາະຂອງແຂວງບໍ່ແກ້ວ ເພື່ອສະແດງໃຫ້ເຫັນຮີດຄອງປະເພນີທີ່ເປັນເອກະລັກອັນສະເພາະຂອງ ສປປ ລາວ ແລະ ອິນດູຈີນ , ແຕ່ຍັງແມ່ນໂອກາດທີ່ສຳຄັນເພື່ອຊຸກຍູ້ການແລກປ່ຽນວັດທະນະທຳ, ມິດຕະພາບຢ່າງເລີກເຊິ່ງ, ຊຸກຍູ້ການພັດທະນາການທ່ອງທ່ຽວ ແລະ ການຄ້າ.

ປີນີ້ເປັນປີທີ່ຄົບຮອບ 19 ປີ ແຫ່ງການສ້າງຕັ້ງເຂດເສດຖະກິດພິເສດສາມຫຼ່ຽມຄຳ ເຊິ່ງພື້ນຖານໂຄງລ່າງຂອງເຂດໄດ້ຮັບການປັບປຸງ ພັດທະນາຢ່າງຕໍ່ເນື່ອງ ນັບແຕ່ເສັ້ນທາງ, ສະໜາມບິນ, ໂຮງແຮມ 5 ດາວ, ດ່ານສາກົນສາມຫຼ່ຽມຄຳ ແລະ ສະຖານທີ່ອື່ນໆກໍໄດ້ຮັບການພັດທະນາ ແລະ ມີຜົນສຳເລັດ.

ໂອກາດນີ້ ທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ໄດ້ກ່າວເປີດງານວ່າ: ການຈັດງານເທດສະການດອກງິ້ວບານ ຄັ້ງທີ 23 ປະຈຳປີ 2026 ເປັນການສົ່ງເສີມ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນກໍ່ຄືຂອງຊາດ, ແນໃສ່ສົ່ງເສີມການທ່ອງທ່ຽວທຳມະຊາດຂອງດອນຊາວ, ຕິດພັນກັບການບໍລິການ ແລະ ການທ່ອງທ່ຽວຄົບວົງຈອນຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແລະ ເພື່ອເຊີນຊວນມວນຊົນຈາກທຸກສາລະທິດເຂົ້າມາຢ້ຽມຊົມ.

ພາຍໃນງານປະກອບມີກິດຈະກຳທີ່ໜ້າສົນໃຈເປັນຕົ້ນແມ່ນ: ການປະກວດນາງສາວດອກງິ້ວບານ ປະຈຳປີ 2026, ການສະແດງສິລະປະວັນນະຄະດີ, ຕະຫຼາດນັດພື້ນເມືອງລາວ, ການວາງສະແດງສິລະປະສາກົນສາມຫຼ່ຽມ ສັນຕິພາບ, ການຈຳໜ່າຍສິນຄ້າ, ການສະແດງຈູດດອກໄມ້ໄຟ, ປ່ອຍໂຄມໄຟ ແລະ ກິດຈະກຳທີ່ໜ້າສົນໃຈອື່ນໆອີກ.

ເທດສະການດອກງິ້ວບານປີນີ້ຈະດຳເນີນໄປຮອດວັນທີ31ມັງກອນ​

ເຊິ່ງຕະຫລອດເດືອນມັງກອນຫາເດືອນກຸມພາ​ ຂອງທຸກໆປີທ່ານສາມາດມາທ່ຽວຊົມຄວາມງາມຂອງດອກງິ້ວບານເຮືອງ ປະດັບເອ້ດອນຊາວ ແຫ່ງນີ້

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ