ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ລົງຊຸກຍູ້ການຜະລິດເປັນສິນຄ້າ ຢູ່ບ້ານບີ້, ເມືອງແປກ, ແຂວງຊຽງຂວາງ ພ້ອມດ້ວຍກົມກ່ຽວຂ້ອງພາຍໃນກະຊວງ ອຄ, ພະແນກ ອຄ ແຂວງ ແລະ ຂະແໜງການກ່ຽວຂ້ອງຂອງແຂວງ ໃນວັນທີ 29 ມັງກອນ 2026.

ການລົງຊຸກຍູ້ຜະລິດເປັນສິນຄ້າໃນຄັ້ງນີ້ ແນ່ໃສ່ປຶກສາຫາລືກັບຜູ້ປະກອບການ ບໍລິສັດ ສົດວິໄລ ຂອງແຂວງຊຽງຂວາງ, ປະຈຸບັນ ມີໂຮງລ້ຽງໝູ 01 ໂຮງເຮືອນ, ລ້ຽງໄດ້ 200ໂຕ ແລະ ສາມາດຜະລິດໄດ້ 03 ຊຸດຕໍ່ປີ, ມີໂຮງລ້ຽງໄກ່ພັນໄຂ່ 09 ໂຮງເຮືອນ, ລ້ຽງໄດ້ 60,000 ໂຕຕໍ່ຊຸດ ແລະ ສາມາດຜະລິດໄຂ່ໄດ້ 1,600 ແຕະຕໍ່ວັນ.

ຕະຫຼາດ ແລະ ການຈຳໜ່າຍ ແມ່ນແນໃສ່ຕະຫລາດພາຍໃນແຂວງຊຽງຂວາງເປັນຫລັກ ແລະ ເຄີຍສະໜອງຜະລິດຕະພັນໃຫ້ກັບ ແຂວງຄຳມ່ວນ ແລະ ແຂວງບໍ່ແກ້ວເຂດສາມຫລ່ຽມຄຳ ໃນໄລຍະຜ່ານມາ.
ນອກນີ້, ຄະນະນຳກະຊວງ ແລະ ພະແນກກ່ຽວຂ້ອງຂອງແຂວງ ກໍໄດ້ຮັບຟັງການສະເໜີຕໍ່ພາກລັດໃນການອຳນວຍຄວາມສະດວກການດຳເນີນທຸລະກິດ ແລະ ການຂະຫຍາຍທຸລະກິດພາຍໃນແຂວງໃຫ້ຫລາຍຂຶ້ນ.
ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
