ໃນຕອນບ່າຍວັນທີ 31 ມັງກອນ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ໄດ້ລົງຕິດຕາມ ການກໍ່ສ້າງເສັ້ນທາງແຕ່ ສາມແຍກທາງເລກ 13 ໃຕ້, ບ້ານປ່າໄລ່, ເມືອງທ່າພະບາດ, ແຂວງບໍລິຄຳໄຊ ຫາ ສາມແຍກທາງເລກ 5A (ຂົວນໍ້າຍອນ), ບ້ານນໍ້າຍອນ, ເມືອງອະນຸວົງ, ແຂວງໄຊສົມບູນ.

ໂຄງການ ລົງທຶນກໍ່ສ້າງ ແລະ ປັບປຸງເສັ້ນທາງແຕ່ ສາມແຍກທາງເລກ 13 ໃຕ້, ບ້ານປ່າໄລ່, ເມືອງທ່າພະບາດ, ແຂວງບໍລິຄຳໄຊ ຫາ ສາມແຍກທາງເລກ 5A (ຂົວນໍ້າຍອນ), ບ້ານນໍ້າຍອນ, ເມືອງອະນຸວົງ, ແຂວງໄຊສົມບູນ, ລວງຍາວ 115.8 ກມ, ໜ້າທາງປູດ້ວຍເບຕົງ, ມູນຄ່າການລົງທຶນທັງໝົດ 225.133.540 ໂດລາສະຫະລັດ (ມູນຄ່າຕາມບົດ FS), ເປັນໂຄງການລົງທຶນໃນຮູບແບບ ກໍ່ສ້າງ, ດໍາເນີນງານ ແລະ ມອບໂອນ (Build Operate Transfer-BOT) ພາຍຫຼັງກໍ່ສ້າງສໍາເລັດແລ້ວ ແມ່ນເກັບເງິນຄ່າຜ່ານທາງສະເພາະລົດທີ່ມີນໍ້າໜັກລວມ 9.5 ໂຕນ ຂຶ້ນໄປ, ຜູ້ລົງທຶນແມ່ນ ບໍລິສັດ ວຽງຈັນພັດທະນາ ກໍ່ສ້າງ ແລະ ຂົນສົ່ງ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບ ລັດຖະບານ ແຫ່ງ ສປປ ລາວ ຕາງໜ້າໂດຍ ກະຊວງແຜນການ ແລະ ການລົງທຶນ ຄັ້ງວັນທີ 07 ກໍລະກົດ 2021, ລັດຖະບານ ຮັບຮອງເອົາແລວທາງ ໃນວັນທີ 06 ກໍລະກົດ 2022; ໄດ້ຮັບການຢັ້ງຢືນຜົນກະທົບທາງດ້ານສິ່ງແວດລ້ອມ ຈາກພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊສົມບູນ ວັນທີ 01 ມີນາ 2023 ແລະ ແຂວງບໍລິຄໍາໄຊ ວັນທີ 02 ມີນາ 2023; ໄດ້ຮັບຮອງເອົາບົດລາຍງານການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ (FS) ຂອງໂຄງການ ໃນເດືອນ ມັງກອນ 2024.

ພາຍຫຼັງລັດຖະບານໄດ້ຮັບຮອງເອົາແລວທາງແລ້ວ, ບໍລິສັດໄດ້ສະເໜີ ເພື່ອຂໍລົງມືກະກຽມວຽກງານພາກສະ ໜາມລ່ວງໜ້າ, ຕໍ່ກັບການສະເໜີດັ່ງກ່າວນີ້ ກະຊວງແຜນການ ແລະ ການລົງທຶນ ໄດ້ມີການຄົ້ນຄວ້າ ພ້ອມທັງລາຍງານຫາລັດຖະບານ ຊຶ່ງກໍ່ໄດ້ເຫັນດີ ໂດຍເລີ່ມຈາກເສັ້ນທາງດິນແດງ (ບໍ່ທັນປູຢາງ) ລວງຍາວປະມານ 30 ກມ, ຫຼັງຈາກນັ້ນ ຈຶ່ງເຊື່ອມຕໍ່ຫາຈຸດອື່ນຕໍ່ໄປ (ແຈ້ງການ ເລກທີ 1360/ຫສນຍ, ລົງວັນທີ 20 ກັນຍາ 2022); ຈາກນັ້ນ ກົມຂົວທາງ ກໍ່ໄດ້ຊີ້ນໍາໃຫ້ບໍລິສັດ ດໍາເນີນການສຶກສາສໍາຫຼວດ-ອອກແບບລະອຽດ (Detailed Design) ສະເພາະຕອນທາງທີ່ຈະເລີ່ມກໍ່ສ້າງກ່ອນ (ຕອນທາງດິນແດງທີ່ບໍ່ທັນປູຢາງ) ແຕ່ ກມ 7+000 ຫາ ກມ 35+875, ລວງຍາວທີ່ຈະກໍ່ສ້າງຕົວຈິງແມ່ນ ປະມານ 28.875 ກມ, ພ້ອມທັງລາຍງານຫາ ທ່ານ ລັດຖະມົນຕີກະຊວງ ຍທຂ ເພື່ອພິຈາລະນາຮັບຮອງຕາມລະບຽບການ ຊຶ່ງກະຊວງ ຍທຂ ກໍ່ໄດ້ເຫັນດີ ໃຫ້ມີການກະກຽມວຽກພາກສະໜາມລ່ວງໜ້າ.

ຄວາມຄືບໜ້າປັດຈຸບັນ: ບໍລິສັດໄດ້ມີການບຸກເບີກແລວທາງ, ໄດ້ສໍາເລັດການຕິດຕັ້ງໂຮງງານຜະລິດເບຕົ່ງ ແລະ ໄດ້ສໍາເລັດວຽກການກໍ່ສ້າງຊັ້ນພື້ນທາງ ລວງຍາວ ປະມານ 10 ກມ (ແຕ່ ກມ 7+000- ກມ 17+000).