ໃນວັນທີ 2 ກຸມພາ 2026 ນີ້ ທ່ານ ປອ. ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ພ້ອມດ້ວຍຄະນະ ໄດ້ລົງຕິດຕາມການກໍ່ສ້າງ ຟື້ນຟູ-ສ້ອມແປງ ຊົນລະປະທານຫ້ວຍເດື່ອ ເມືອງຫາດຊາຍຟອງ ແລະ ຫ້ວຍໝາກຮຽວ ເມືອງ ປາກງື່ມ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຈາກຄະນະວິຊາການທີມງານໂຄງການທີ່ຮັບເໝົາກໍ່ສ້າງ.

ການລົງຕິດຕາມໃນຄັ້ງນີ້ ປະກອບມີ 2 ຈຸດ ຄື: ຈຸດທີ 1 ແມ່ນສະຖານທີ່ກໍ່ສ້າງຫ້ວຍເດື່ອ ທີ່ຂຶ້ນກັບ ເມືອງຫາດຊາຍຟອງ ເຊີ່ງທີມງານວິຊາການຜູ້ຮັບຜິດຊອບໄດ້ລາຍງານຄວາມຄືບໜ້າທີ່ໄດ້ຈັດຕັ້ງປະຕິບັດມາ ໄດ້ 65% ຂອງແຜນການ ແລະ ຈຸດທີ 2 ແມ່ນສະຖານທີ່ກໍ່ສ້າງຫ້ວຍໝາກຮຽວ ເຊີ່ງປະຕິບັດໄດ້ 75% ຂອງແຜນການ ແລະ ເຊິ່ງໃນ 2 ຈຸດດັ່ງກ່າວນີ້ ແມ່ນຈະໃຫ້ສໍາເລັດໃນເດືອນ ມີນາ 2026 ຕາມແຜນການທີ່ວາງໄວ້ ເຊີ່ງຜ່ານຈັດຈັດຕັ້ງໃນໄລຍະຜ່ານມາເຫັນວ່າ: ການກໍ່ສ້າງຂອງໂຄງການ ຂ້ອນຂ້າງມີຄວາມຫຍຸ້ງຍາກເນື່ອງຈາກມີເສັ້ນທາງຜ່ານໂຄງການມີການສັນຈອນຢ່າງໜາແໜ້ນສົ່ງຜົນໃຫ້ການກໍ່ສ້າງບໍ່ສະດວກເທົ່າທີ່ຄວນ. ການກໍ່ສ້າງບາງຈຸດເປັນເຂດຕໍ່າ ແລະ ຕິດກັບແມ່ນໍ້າຂອງ ເຮັດໃຫ້ມີນໍ້າຊືມຂື້ນມາຈາກໄຕ້ພື້ນດີນ ສົ່ງຜົນກະທົບຕໍ່ການກໍ່ສ້າງ.

ຈາກບັນຫາດັ່ງກ່າວ ທ່ານ ປອ ນ. ຈັນທະຄອນ ບົວລະພັນ. ໄດ້ຊີ້ນຳໃຫ້ບໍລິສັດທີ່ຮັບເໝົາກໍ່ສ້າງໃຫ້ສຳເລັດຕາມແຜນການທີ່ວາງໄວ້ ແລະ ເນັ້ນໜັກໃຫ້ຈັດຫາວັດຖຸອຸປະກອນທີ່ມານຳໃຊ້ເຂົ້າໃນການກໍ່ສ້າງໃຫ້ໄດ້ມາດຖານຄຸນນະພາບ ພ້ອມທັງຮັບປະກັນທາງດ້ານເຕັກນິກວິຊາການຢ່າງຄັກແນ່ ແລະ ຮັບປະກັນໃນການຊົມໃຊ້ໃຫ້ໄດ້ສະດວກ ແລະ ຍາວນານ.
ແຫຼ່ງຂ່າວ: ວຽງຈັນໃໝ່
