ທ່ານ ສຸພັດ ສຸແສງໄທ ຫົວໜ້າດ່ານພາສີສາກົນ ນາເພົ້າ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນປີ 2025 ດ່ານພາສີສາກົນນາເພົ້າ ໄດ້ຮັບຕົວເລກມອບໝາຍຈາກກະຊວງການເງິນ ຈໍານວນ 398 ຕື້ກີບ, ທຽບໃສ່ໄລຍະດຽວປີຜ່ານມາ ເພີ່ມຂຶ້ນ 30.49% ຫຼື ເທົ່າກັບ 93 ຕື້ກີບ ຖືວ່າເປັນຕົວເລກທີ່ສູງພໍສົມຄວນ.
ຜ່ານການຈັດຕັ້ງປະຕິບັດລາຍຮັບໝົດປີໄດ້ 634.6 ຕື້ກວ່າກີບ ລື່ນແຜນ 59.46% ຫຼື ເປັນເງິນເທົ່າກັບ 236.6 ຕື້ກວ່າກີບ. ລາຍຮັບສ່ວນຫຼາຍແມ່ນໄດ້ຈາກ ການສົ່ງອອກແຮ່ທາດຕ່າງໆ, ການນໍາເຂົ້ານໍ້າມັນເຊື້ອໄຟ, ເຄື່ອງອຸປະໂພກ-ບໍລິໂພກ, ຄ່າທໍານຽມຕ່າງໆ ແລະ ສິນຄ້າໃນໝວດອື່ນໆ ແຕ່ກວມເອົາອັດຕາສ່ວນໜ້ອຍ.
ທ່ານຫົວໜ້າດ່ານພາສີສາກົນ ນາເພົ້າ ແຂວງຄໍາມ່ວນໄດ້ກ່າວຕື່ມວ່າ: ເຖິງວ່າໃນປີຜ່ານມາມີຜົນສຳເລັດຫຼາຍດ້ານ ແຕ່ພື້ນຖານໂຄງລ່າງຂອງດ່ານຍັງບໍ່ທັນສະດວກ, ໂດຍສະເພາະດ່ານພວກເຮົາຍັງບໍ່ທັນມີສາງກວດກາສິນຄ້າ (ສາງຫົ່ມ ) ຍັງເປັນສາງກາງແປນ ເຊິ່ງມີຄວາມຫຍຸ້ງຍາກໃນການກວດກາສິນຄ້າ ແລະ ການເກັບມ້ຽນສິນຄ້າ, ລະບົບໄຟຟ້າຢູ່ດ່ານຍັງບໍ່ທັນສົມບູນ ເຊິ່ງພາໃຫ້ລະບົບສັນຍານຕິດຂັດ ເຮັດໃຫ້ການບໍລິການຊັກຊ້າ, ເສຍເວລາ, ລະບົບເສັ້ນທາງຄົມມະນາຄົມຍັງບໍ່ສະດວກ, ມີການເປ່ເພ ໂດຍສະເພາະໄລຍະທາງຈາກທ່າແຂກມາຫາຈຸດຊາຍແດນ ແມ່ນກໍາລັງກໍ່ສ້າງໃໝ່. ສໍາລັບໃນປີ 2026 ໄດ້ຮັບຕົວເລກມອບໝາຍຈາກ ກະຊວງການເງິນ ຈໍານວນ 643.2ຕື້ກວ່າກີບ ເພີ່ມຂຶ້ນ 61.61% ທຽບໃສ່ແຜນປີຜ່ານມາ.