ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ຫາກໍລົງນາມໃນຈົດໝາຍລັດຖະການ ສະບັບເລກທີ 06 ລົງວັນທີ 24 ມັງກອນ 2026 ກ່ຽວກັບການຍູ້ແຮງບາງໜ້າທີ່, ມາດຕະການຈຸດສຸມ ແນໃສ່ປະຕິບັດເປົ້າໝາຍເຕີບໂຕເສດຖະກິດປີ 2026, ເຊິ່ງເປັນປີທີ່ມີຄວາມໝາຍສຳຄັນເປັນພິເສດ, ປີທໍາອິດໃນການຜັນຂະຫຍາຍແຜນການພັດທະນາເສດຖະກິດ – ສັງຄົມ ໄລຍະ 5 ປີ (2026 – 2030), ເລີ່ມຕົ້ນສັງກາດພັດທະນາໃໝ່ຂອງປະເທດຊາດ.
ໃນຈົດໝາຍລັດຖະການສະບັບດັ່ງກ່າວຊີ້ແຈ້ງວ່າ ກະຊວງການເງິນເປັນເຈົ້າພາບ, ສົມທົບກັບບັນດາກະຊວງ, ອົງການທີ່ກ່ຽວຂ້ອງຮີບເຮັ່ງສ້າງໂຄງການດຳເນີນງານຂອງລັດຖະບານ ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ. ສູ້ຊົນເກັບລາຍຮັບງົບປະມານແຫ່ງລັດປີ 2026 ເພີ່ມຂຶ້ນຢ່າງໜ້ອຍສຸດ 10% ເມື່ອທຽບໃສ່ປີ 2025. ພ້ອມທັງປະຕິບັດບັນດາມາດຕະການພັດທະນາຕະຫຼາດຫຼັກຊັບ, ຕະຫຼາດຫຸ້ນວິສາຫະກິດມີສະຖຽນລະພາບ, ປອດໄພຢ່າງຂ້ຽວຂາດ, ກາຍເປັນຊ່ອງທາງລະດົມແຫຼ່ງທຶນໄລຍະກາງ ແລະ ໄລຍະຍາວຢ່າງມີປະສິດທິຜົນ ຮັບໃຊ້ການເຕີບໂຕສອງຕົວເລກ.