ເວັບໄຊນິກເກອິ ອາຊີ ລາຍງານວ່າ: ໄລຍະບໍ່ເທົ່າໃດເດືອນທີ່ຜ່ານມາ ການສົ່ງອອກຂອງອິນເດຍ ໄປຈີນ ໄດ້ເພີ່ມຂຶ້ນຢ່າງໄວວາ ເກືອບ 37% ໂດຍສະເພາະສິນຄ້າອາຫານທະເລ ແລະ ອຸປະກອນເອເລັກໂຕຣນິກ.
ສາເຫດໜຶ່ງມາຈາກຄວາມສຳພັນລະຫວ່າງສອງປະເທດທີ່ເລີ່ມຜ່ອນຄາຍລົງ ຂະນະດຽວກັນ ອິນເດຍ ກໍກໍາລັງກະຈາຍຕະຫຼາດສົ່ງອອກເພື່ອຫຼຸດຜົນກະທົບຈາກການທີ່ສະຫະລັດຂຶ້ນພາສີນໍາເຂົ້າຢ່າງຮຸນແຮງ.
ຂໍ້ມູນຈາກກະຊວງການຄ້າອິນເດຍ ລະບຸວ່າ: ໃນໄລຍະ 9 ເດືອນທໍາອິດຂອງປີ ງົບປະມານປັດຈຸບັນ (ເລີ່ມເດືອນເມສາ) ອິນເດຍ ສົ່ງອອກສິນຄ້າໄປຈີນ ເພີ່ມຂຶ້ນເກືອບ 37% ເມື່ອທຽບກັບປີກ່ອນຄິດເປັນມູນຄ່າ 14,250 ລ້ານໂດລາ; ສະເພາະເດືອນທັນວາ ພຽງເດືອນດຽວການສົ່ງອອກເພີ່ມຂຶ້ນເຖິງ 68% ເປັນ 2,050 ລ້ານໂດລາ.
ສໍາລັບສິນຄ້າອາຫານທະເລ ທີ່ອິນເດຍສົ່ງອອກໄປຈີນ ໃນໄລຍະເດືອນເມສາ ຫາ ພະຈິກ ຄິດເປັນມູນຄ່າ 1,056 ລ້ານໂດລາ ເຊິ່ງເພີ່ມຂຶ້ນ 20.4% ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ.
ສ່ວນສິນຄ້າເອເລັກໂຕຣນິກ ມີການເຕີບໂຕສູງເຊັ່ນກັນ ລາຍງານລະບຸວ່າ: ການສົ່ງອອກແຜ່ນວົງຈອນພິມ (PCB) ເພີ່ມຂຶ້ນຫຼາຍກວ່າ 2,000% ເປັນ 418 ລ້ານໂດລາໃນໄລຍະ 7ເດືອນ, ການສົ່ງອອກຊິ້ນສ່ວນໂທລະສັບມືຖື ເພີ່ມຂຶ້ນ 82% ເປັນ 362 ລ້ານໂດລາ.