ພາບລວມ ແລະ ການອອກແບບ Zeekr 8X ເປັນລົດ SUV ປັກອິນໄຣບຣິດ ທີ່ມີໃຫ້ເລືອກທັງລຸ້ນ 5 ທີ່ນັ່ງ ແລະ 6 ບ່ອນນັ່ງ ພັດທະນາໃນສະຖາປັດຕະຍາກໍາ ໂມດູລ້າ SEA-S ໂດຍຍັງຮັກສາເອກະລັກ ຂອງແບຣນ ໃນດ້ານຄວາມຫຼູຫຼາ ແລະ ຄວາມທັນສະໄໝ ປະກອບດ້ວຍ ແວ່ນໜ້າແບບ waterfall ຕົກແຕ່ງໂຄມ້ຽມ ໄຟໜ້າ C-shaped ທີ່ໃຊ້ຊິ້ນສ່ວນການອອກແບບຈໍານວນຫຼາຍ. ເສັ້ນສາຍໂຕຖັງພຣີມ້ຽມ ແລະ ສົມສ່ວນ, ແຖບໄຟ LED ເຕັມ ຄວາມກວ້າງລົດ, ຕິດຕັ້ງເຊັນເຊີ້ LiDAR ສໍາລັບລະບົບຊ່ວຍຂັບຂີ່ຊັ້ນສູງ, ນອກຈາກນີ້ ຍັງມີອຸປະກອນເສີມ ເຊັ່ນ: ຂັ້ນໄດຂ້າງໄຟຟ້າມືຈັບປະຕູແບບດັ້ງເດີມ ແລະ ຊຸດລາກຈູງໄຟຟ້າຮອງຮັບນໍ້າໜັກສູງສຸດ 2 ພັນກິໂລ ລະບົບຂັບເຄື່ອນ ແລະ ແບັດເຕີຣີ Zeekr 8X ໃຊ້ລະບົບປັກອິນໄຮບຣິດ ປະສານເຄື່ອງຈັກເບັນຊິນ ເທີໂບ 2.0 ລິດ ໃຫ້ກໍາລັງສຸງ ສຸດປະມານ 205 ກິໂລວັດ (275 ແຮງມ້າ ) ເຮັດວຽກຮ່ວມກັບມໍເຕີ້ໄຟຟ້າ, ແບັດເຕີຣີເປັນແບບ ລິທຽມໄອອ້ອນຊະນິດ Ternary Lithium ພັດທະນາໂດຍ CATL ຮ່ວມກັບ Geely ມີໃຫ້ເລືອກ 2 ຊະນິດຄື 55.1 kWh ແລະ 70 kWh.
ເມື່ອຂັບໃນໂໝດໄຟຟ້າ ລ້ວນ ສາມາດແລ່ນໄດ້ໄກສຸດປະມານ 328 ກມ ຕາມມາດຕະຖານ WLTC ເຊິ່ງຖືວ່າສູງຫຼາຍ ສໍາລັບລົດໃນກຸ່ມ ປັກອິນໄຮບຣິດ. ຂະໜາດຄວາມຍາວ 5,100 ມມ, ກວ້າງ 1,998 ມມ, ສູງ 1,780 ມມ, ຖານລໍ້ 3,069 ມມ. ມີໃຫ້ເລືອກ ຂະໜາດ 20,21 ແລະ 22 ນິ້ວ ພ້ອມຄິບເປີ້ ສີແດງ ຊ່ວຍເສີມພາບຫຼັກສະປອດ. ເຖິງວ່າລາຍລະອຽດລະບົບມໍເຕີ້ ໄຟຟ້າ ຍັງບໍ່ເປີດເຜີຍທັງໝົດ ແຕ່ມີຂໍ້ມູນວ່າລຸ້ນທັອບຂອງ Zeekr 8X ອາດຈະໃຊ້ລະບົບ ຂັບເຄື່ອນສາມມໍເຕີ້ໄຟຟ້າ ທີ່ໃຫ້ກໍາລັງລວມກັນສູງກວ່າ 1,000 ກິໂລວັດ ພ້ອມຮອງຮັບລະບົບສາກໄວ ລະດັບ 6C ເຊິ່ງຈະເຮັດໃຫ້ລົດລຸ້ນນີ້ ມີທັງສະມັດທະນະ ສູງ ແລະ ຄວາມຫຼາກຫຼາຍໃນການໃຊ້ງານໄລຍະໄກ.
ທີ່ມາ : carnewschina