ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ມີທັງໝົດ 243 ທ່ານ ເລືອກເອົາ 175 ທ່ານ

30 Jan 2026

ຄລິກແຊຣ໌ 0 Facebook WhatsApp

ຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ປະກາດລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຫຼື ສສຊ ຊຸດທີ X ມີທັງໝົດ 243 ທ່ານ ເລືອກເອົາ 175 ທ່ານ ໂດຍມີ ສສຊ ຊຸດທີ IX ສືບຕໍ່ສະໝັກ 37 ທ່ານ.

ໃນວັນທີ 25 ມັງກອນ 2026, ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ກຳມະການຄະນະກຳມະການເລືອກຕັ້ງລະດັບຊາດ, ຮອງຫົວໜ້າອະນຸກຳມະການໂຄງປະກອບ ແລະ ບຸກຄະລາກອນ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ວ່າ:ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ມີ ທັງໝົດ 243 ທ່ານ ຍິງ 66 ທ່ານ ເລືອກເອົາ 175 ທ່ານ;  ໃນນັ້ນ, ຜູ້ສະໝັກຈາກສູນກາງ 67 ທ່ານ ຍິງ 18 ທ່ານ; ຜູ້ສະໝັກຈາກທ້ອງຖິ່ນ 176 ທ່ານ ຍິງ 48 ທ່ານ; ສສຊ ຊຸດທີ IX ສືບຕໍ່ສະໝັກ 37 ທ່ານ ຍິງ 15 ທ່ານ; ຜູ້ສະໝັກຈາກລັດວິສາຫະກິດ 1 ທ່ານ ແລະ ຜູ້ສະໝັກຈາກທຸລະກິດພາກເອກະຊົນ 9 ທ່ານ ຍິງ 2 ທ່ານ.

ເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ມີຜູ້ສະໝັກ 25 ທ່ານ ເລືອກເອົາ 19 ທ່ານ;

ເຂດເລືອກຕັ້ງທີ 2 ແຂວງ ຜົ້ງສາລີ ມີຜູ້ສະໝັກ 10 ທ່ານ ເລືອກເອົາ 7 ທ່ານ;

ເຂດເລືອກຕັ້ງທີ 3 ແຂວງ ຫຼວງນໍ້າທາ ມີຜູ້ສະໝັກ 10 ທ່ານ ເລືອກເອົາ 7 ທ່ານ;

ເຂດເລືອກຕັ້ງທີ 4 ແຂວງ ອຸດົມໄຊ ມີຜູ້ສະໝັກ 11 ທ່ານ ເລືອກເອົາ 8 ທ່ານ;

ເຂດເລືອກຕັ້ງທີ 5 ແຂວງ ບໍ່ແກ້ວ ມີຜູ້ສະໝັກ 10 ທ່ານ ເລືອກເອົາ 7 ທ່ານ;

ເຂດເລືອກຕັ້ງທີ 6 ແຂວງ ຫຼວງພະບາງ ມີຜູ້ສະໝັກ 14 ທ່ານ ເລືອກເອົາ 10 ທ່ານ;

ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ມີຜູ້ສະໝັກ 13 ທ່ານ ເລືອກເອົາ 9 ທ່ານ;

ເຂດເລືອກຕັ້ງທີ 8 ແຂວງ ຫົວພັນ ມີຜູ້ສະໝັກ 10 ທ່ານ ເລືອກເອົາ 7 ທ່ານ

ເຂດເລືອກຕັ້ງທີ 9 ແຂວງ ຊຽງຂວາງ ມີຜູ້ສະໝັກ 10 ທ່ານ ເລືອກເອົາ 7 ທ່ານ;

ເຂດເລືອກຕັ້ງທີ 10 ແຂວງ ວຽງຈັນ ມີຜູ້ສະໝັກ 14 ທ່ານ ເລືອກເອົາ 10 ທ່ານ;

ເຂດເລືອກຕັ້ງທີ 11 ແຂວງ ບໍລິຄໍາໄຊ ມີຜູ້ສະໝັກ 10 ທ່ານ ເລືອກເອົາ 7 ທ່ານ;

ເຂດເລືອກຕັ້ງທີ 12 ແຂວງ ຄໍາມ່ວນ ມີຜູ້ສະໝັກ 14 ທ່ານ ເລືອກເອົາ 10 ທ່ານ;

ເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດ ມີຜູ້ສະໝັກ 28 ທ່ານ ເລືອກເອົາ 21 ທ່ານ;

ເຂດເລືອກຕັ້ງທີ 14 ແຂວງ ສາລະວັນ ມີຜູ້ສະໝັກ 14 ທ່ານ ເລືອກເອົາ 10 ທ່ານ;

ເຂດເລືອກຕັ້ງທີ 15 ແຂວງ ຈໍາປາສັກ ມີຜູ້ສະໝັກ 20 ທ່ານ ເລືອກເອົາ 15 ທ່ານ;

ເຂດເລືອກຕັ້ງທີ 16 ແຂວງເຊກອງ ມີຜູ້ສະໝັກ 10 ທ່ານ ເລືອກເອົາ 7 ທ່ານ;

ເຂດເລືອກຕັ້ງທີ 17 ແຂວງ ອັດຕະປື ມີຜູ້ສະໝັກ 10 ທ່ານ ເລືອກເອົາ 7 ທ່ານ;

ເຂດເລືອກຕັ້ງທີ 18 ແຂວງ ໄຊສົມບູນ ມີຜູ້ສະໝັກ 10 ທ່ານ ເລືອກເອົາ 7 ທ່ານ. ການປ່ອນບັດເລືອກຕັ້ງ ແມ່ນວັນທີ 22 ກຸມພາ 2026

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ