ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ຜ່ານບົດລາຍງານການເມືອງຕໍ່ກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໃນວັນທີ 20 ມັງກອນ 2026 ວ່າ: ຫວຽດນາມ ວາງເປົ້າໝາຍພັດທະນາສັງລວມໄລຍະ 2026 – 2030 ແມ່ນ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ; ພັດທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງ; ປັບປຸງ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢ່າງຮອບດ້ານ; ເປັນເຈົ້າຍຸດທະສາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊື່ອໝັ້ນຕໍ່ຕົນເອງ, ກ້າວເຂົ້າສູ່ສັງກາດໃໝ່ຂອງຊາດຢ່າງແຮງ.
“ສູ້ຊົນໃຫ້ບັນລຸເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ສະເລ່ຍ ໄລຍະ 2026 – 2030 ແຕ່ 10%ຂຶ້ນໄປ; GDP ສະເລ່ຍຕໍ່ຫົວຄົນຮອດປີ 2030 ບັນລຸປະມານ 8,500 USD/ປີ. ຫວຽດນາມ ຈະກຳນົດຮູບແບບເຕີບໂຕໃໝ່ອີງຕາມເສດຖະກິດພູມປັນຍາ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ. ບົດບາດຂອງບັນດາເຂດເສດຖະກິດໄດ້ຮັບການເສີມຂະຫຍາຍຢ່າງຄົບຖ້ວນ: ເສດຖະກິດຂອງລັດສວມບົດບາດຫຼັກ ໃນການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ບັນດາຄວາມດຸ່ນດ່ຽງໃຫຍ່, ທິດທາງຍຸດທະສາດ ແລະ ນຳພາ. ເສດຖະກິດເອກະຊົນແມ່ນກຳລັງໜູນໜຶ່ງທີ່ສຳຄັນທີ່ສຸດຂອງພື້ນຖານເສດຖະກິດ; ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ສະດວກ, ຮັບປະກັນສິດຊັບສິນ, ສິດເສລີໃນການດຳເນີນທຸລະກິດ; ສົ່ງເສີມວິສາຫະກິດ ພາຍໃນປະເທດພັດທະນາຢ່າງແຮງ, ມີຄວາມສາມາດໃນການແກ້ງແຍ້ງກັນສາກົນ; ນຳພູມປັນຍາ ແລະ ເຕັກໂນໂລຢີເຂົ້າໃນການຜະລິດ, ດຳເນີນທຸລະກິດ.”
ທ່ານເລຂາທິການໃຫຍ່ ໃຫ້ຮູ້ວ່າ ເພື່ອຫັນບັນດາເປົ້າໝາຍພັດທະນາໃຫ້ປະກົດຜົນເປັນຈິງ, ບົດລາຍງານການເມືອງກຳນົດ 12 ທິດທາງໃຫຍ່; 6 ໜ້າທີ່ຈຸດສຸມ ແລະ 3 ບຸກທະລຸຍຸດທະສາດ. ໂຄງການດຳເນີນງານ ໄດ້ຫັນບັນດາໜ້າທີ່ ສາມາດຜັນຂະຫຍາຍປະຕິບັດໃນທັນທີເປັນລະອຽດ. ເນື້ອໃນຈິດໃຈຫຼັກແມ່ນໄດ້ລວບລວມໃນ 8 ເນື້ອໃນສຳຄັນ, ສະແດງຄຳຮຽກຮ້ອງ: ເລືອກເຟັ້ນຖືກຕ້ອງ – ຜັນຂະຫຍາຍຢ່າງວ່ອງໄວ – ເຮັດເຖິງກົກເຖິງປາຍ – ວັກແທກດ້ວຍໝາກຜົນຢ່າງຈະແຈ້ງ.