ປີ​ 2025 ຢູ່ດ່ານສາກົນພູເກືອ ມີຄົນແຈ້ງເຂົ້າ-ອອກເມືອງ 270,795 ຄົນ

26 Jan 2026

ຄລິກແຊຣ໌ 0 Facebook WhatsApp

ປີ 2025 ຜ່ານມາ ຢູ່ດ່ານສາກົນພູເກືອ ແຂວງອັດຕະປື ມີຄົນແຈ້ງເຂົ້າ-ອອກເມືອງ ທັງໝົດ 270,795 ຄົນ, ຍິງ 57,835 ຄົນ, ໃນນີ້ ຄົນແຈ້ງເຂົ້າເມືອງມີ 137,379 ຄົນ,​ ຍິງ 29,160 ຄົນ, ລວມມີ 58 ສັນຊາດ ແລະ ຄົນແຈ້ງອອກເມືອງມີ 133,416 ຄົນ,​ ຍິງ 28,675 ຄົນ, ລວມມີ 59 ສັນຊາດ, ລົດແຈ້ງເຂົ້າເມືອງມີ 65,652 ຄັນ, ລວມມີ 4 ສັນຊາດ, ລົດແຈ້ງອອກເມືອງ ລວມມີ 59,446 ຄັນ.

ທ່ານ ພັທ ໄພສະຫວັນ ວັນຍະລາດ ຮອງຫົວ​ໜ້າດ່ານ​ຕໍາຫຼວດກວດຄົນເຂົ້າ-ອອກເມືອງສາກົນພູເກືອ ໄດ້ໃຫ້ສຳພາດເມື່ອວັນທີ 22 ມັງກອນ 2025 ນີ້ວ່າ: ຕະຫຼອດໄລຍະ 1 ປີຜ່ານມາ ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າອອກເມືອງ (ຕມ) ປະຈໍາຢູ່ດ່ານສາກົນ​ ພູເກືອ ແຂວງອັດຕະປື ໄດ້ເປັນເຈົ້າການຕິດຕາມ ກວດກາ ແລະ ອໍານວຍຄວາມສະດວກ ໃຫ້ແກ່ຄົນເຂົ້າ-ອອກເມືອງ, ຊຶ່ງຜ່ານມາສະພາບການເຂົ້າ-ອອກເມືອງ ຂອງພົນລະເມືອງລາວ ແລະ ຊາວຕ່າງປະເທດ ທີ່ມີຈຸດປະສົງເດີນທາງເຂົ້າ-ອອກ ສປປ ລາວ ຜ່ານດ່ານ ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ສາ​ກົນພູເກືອ ເຫັນວ່າ: ການເຂົ້າ-ອອກເມືອງ ແມ່ນເຂົ້ານາມໃນນາມທ່ຽວທ່ອງ, ຢ້ຽມຢາມ, ດໍາເນີນທຸລະກິດ, ຄ້າຂາຍ ແລະ ມາອອກແຮງານ ອື່ນໆ, ແຕ່ຍັງພົບເຫັນບາງກໍລະນີເກີດ ທີ່ເຫັນວ່າ ຍັງມີຈໍານວນໜຶ່ງ ໄດ້ລະເມີດກົດໝາຍ ວ່າດ້ວຍ ການເຂົ້າ-ອອກເມືອງ ແລະ ຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ ເປັນຕົ້ນ ແມ່ນການຢູ່ກາຍກຳນົດພັກເຊົາ ການລັກລອບເຂົ້າ-ອອກ ປະເທດໂດຍບໍ່ຜ່ານດ່ານກວດຄົນເຂົ້າ-ອອກເມືອງ ທີ່ທາງການກໍານົດໄວ້, ລວມທັງການລັກລອບແຕ່ງດອງໂດຍບໍ່ຖືກຕ້ອງ ແລະ ການລັກລອບເຄື່ອນຍ້າຍສິນຄ້າ ທີ່ຜິດກົດໝາຍ, ເຊິ່ງໄລຍະຜ່ານມາສາມາດກວດພົບເຫັນຄົນຜູ້ໂດຍສານ ທີ່ຊຸກເຊື່ອງໄວ້ໃນລົດ ຄື: ສິ່ງເສບຕິດ, ສັດປ່າ, ໄມ້, ຫີນ, ວັດຖຸປະເພດແຮ່ທາດຕ່າງໆ.

ທ່ານ ພັທ ໄພສະຫວັນ ວັນຍະລາດ ຮອງຫົວ​ໜ້າ ດ່ານຕໍາຫຼວດກວດຄົນເຂົ້າ-ອອກເມືອງ ສາກົນພູເກືອ ໄດ້ໃຫ້ຮູ້ອີກວ່າ: ໃນຕໍ່ໜ້ານີ້ ທາງເຈົ້າ​ໜ້າທີ່ປະຈໍາດ່ານ ຕມ ສາກົນພູເກືອ, ຈະສືບຕໍ່ເພີ່ມທະວີ ເອົາໃຈໃສ່ປະ​ສານສົມທົບກັບເຈົ້າໜ້າທີ່ທະຫານ ປະຈໍາດ່ານສາກົນເບີອີ ສສ ຫວຽດນາມ ເພື່ອແລກປ່ຽນຂໍ້ມູນຂ່າວສານ ແລະ ແຈ້ງສະພາບການທີ່ເກີດຂື້ນຢູ່ບໍລິເວນດ່ານຊາຍແດນ ເພື່ອພ້ອມກັນຫາວິທີແກ້ໄຂໃຫ້ທວງທັນກັບສະພາບການ, ສືບຕໍ່ເອົາໃຈໃສ່ກວດກາຕິດຕາມບັນດາກຸ່ມຄົນບໍ່ດີ ທີ່ມີການເຄື່ອນໄຫວລັກລອບຂ້າມຜ່ານຊາຍແດນ ໂດຍບໍ່ຜ່ານດ່ານ ທີ່ທາງການກໍານົດໄວ້, ສືບຕໍ່ເຂັ້ມງວດການກວດກາ ຕິດຕາມບັນດາເປົ້າໝາຍຕ່າງໆ ທີ່ນອນຢູ່ໃນບັນຊີ ຫ້າມເຂົ້າ-ອອກ ສປປ ລາວ ໃຫ້ມີຄວາມຮັບປະກັນສູງທາງດ້ານວຽກງານວິຊາສະເພາະ ແລະ ຈະສືບຕໍ່ຮັກສາບໍລິເວນດ່ານຊາຍແດນ ໃຫ້ມີຄວາມສະຫງົບ ແລະເປັນລະ​ບຽບຮຽບຮ້ອຍ.

ຂ່າວ ສິດຕິພອນ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ