ພະແນກອຸດສາຫະກຳ ແລະການຄ້າ ແຂວງສະຫວັນນະເຂດ ໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບເງິນ 301ລ້ານກີບ ໃຫ້ແກ່ຫ້ອງການອຸດສາຫະກຳ ແລະການຄ້າເມືອງອາດສະພອນ ເພື່ອໄປຈັດຕັ້ງປະຕິບັດໂຄງການກໍ່ສ້າງເຕົາເຜົາ ເຄື່ອງປັ້ນດິນເຜົາ ຢູ່ບ້ານຜັກຂະຫຍ່າ ເມືອງອາດສະພອນ ໂດຍເງິນຈຳນວນນີ້ແມ່ນໄດ້ມອບໃຫ້ຫ້ອງການອຸດສາຫະກຳ ແລະການຄ້າເມືອງອາດສະພອນ ເປັນຜູ້ຄຸ້ມຄອງ ແລະໃຫ້ນໍາໄປຝາກໄວ້ໃນຄັງເງິນຂອງເມືອງ ເພື່ອຖອນອອກມານຳໃຊ້ໃນຂັ້ນຕອນຕໍ່ໄປ.
ພິທີຈັດຂຶ້ນໃນວັນທີ 16 ມັງກອນ 2026 ລົງນາມລະຫວ່າງ ທ່ານ ນາງ ສຸກສະເຫວີຍ ແກ້ວປະເສີດ ຮອງຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ ກັບທ່ານ ດາວວີ ບຸດສຸວັນ ຫົວໜ້າຫ້ອງການອຸດສາຫະກຳ ແລະການຄ້າເມືອງອາດສະພອນ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ສີໂທ ທໍລະທາ ກຳມະການພັກແຂວງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ. ທ່ານ ສີໂທ ທໍລະທາ ກ່າວວ່າ: ປະຊາຊົນບ້ານຜັກຈະຫຍ່າ ມີສີມືໃນການຜະລິດເຄື່ອງປັ້ນດິນເຜົາ ເຊິ່ງໄດ້ສືບທອດກັນມາຫຼາຍຮຸ່ນຄົນ ໂດຍນຳໃຊ້ດິນໜຽວຄຸນະພາບດີພາຍໃນທ້ອງຖິ່ນຂອງຕົນ ເພື່ອຜະລິດເຄື່ອງປັ້ນດິນເຜົາຂາຍເປັນສິນຄ້າ, ແຕ່ວ່າຕະຫຼອດໄລຍະຜ່ານມາ ຂັ້ນຕອນການຜະລິດແມ່ນເປັນໄປແບບປະຖົມປະຖານ, ນຳໃຊ້ເຕົາເຜົາແບບບູຮານ ແລະຜະລິດໄດ້ໜ້ອຍ, ສະນັ້ນທາງການນຳຂັ້ນແຂວງຈິ່ງເຫັນໄດ້ຄວາມສຳຄັນຂອງງານສີມືຂອງປະຊາຊົນ ແລະໃຫ້ການສົ່ງເສີມຜະລິດຕະພັນດັ່ງກ່າວ ພ້ອມນັ້ນກໍ່ໄດ້ອອກໃບຢັ້ງຢືນສິນຄ້າໂອດັອບໃຫ້ແກ່ຜະລິດຕະພັນເຄື່ອງປັ້ນດິນເຜົາຂອງບ້ານຜັກຂະຫຍ່າ.