ຈີພີເອັກສ DZ3 ອໍໂຕເມຕິກ ພຣີມ້ຽມ 300 ຊີຊີ

25 Jan 2026

ຄລິກແຊຣ໌ 0 Facebook WhatsApp

GPX DZ3 ລົດຈັກ ອໍໂຕເມຕິກ ທີ່ໃຫ້ການຂັບຂີ່ແບບສະປອດ ດ້ວຍເຄື່ອງຈັກ 300 ຊີຊີ ໃຫ້ການຕອບສະໜອງຄວາມໄວແຕ່ໃຫ້ ຄວາມສະບາຍໃນການເດີນທາງ ບໍ່ວ່າຈະໃກ້ ຫຼື ໄກ ໂດຍແບ່ງເປັນ 2 ລຸ້ນ ຄື: Standard ກັບ Sport ທີ່ເພີ່ມໂຊກອັບຫຼັງ YSS ແລະ ລະບົບປ້ອງກັນລໍ້ຟີ ສ່ວນສີໂຕຖັງມີທັງໝົດ 5 ສີຂຶ້ນຢູ່ກັບລຸ້ນຍ່ອຍ.

GPX DZ3 ການອອກແບບພາຍນອກ ມາພ້ອມກັບບຸກຄະລິກແບບລົດຈັກ ສະປອດໄຟສ່ອງສະຫວ່າງ ຮອບຄັນເປັນແບບ Full LED  ໂຕເບາະແບບສະປອດ ຫຸ້ມວັດສະດຸສີດໍາຄາດແຖບສີແດງ ຫ້ອງເກັບເຄື່ອງກ້ອງເບາະ ສາມາດໃສ່ໝວກກັນນັອກໄດ້ 1 ໜ່ວຍ ຄອນໂຊນໜ້າມີຊ່ອງສາກໄຟແບບ Fast Charge USB Type-C ພ້ອມຝາປິດ, ໜ້າຈໍສະແດງຜົນເປັນຈໍ  LCD ສ່ວນຝານໍ້າມັນຕິດຕັ້ງບໍລິເວນຄອນໂຊນກາງເພື່ອ ຄວາມສະດວກ.

ສ່ວນລະບົບກັນສະເທືອນ ດ້ານໜ້າເປັນແບບເທເລດໂຄ, ດ້ານຫຼັງເປັນແບບອາມສະວິງ ແລະ ຊົກອັບຄູ່ ເຊິ່ງໃນລຸ້ນສະປອດໃຫ້ຊົກອັບ YSS ແລະ ລະບົບປ້ອງກັນ ລໍ້ໝູນຟີ  TCS ລໍ້ອັນລອຍຂະໜາດຂອບ 14 ຢ່າງຂະໜາດ  110/70-14 56P ລໍ້ຫຼັງຂອບ 13 ຢາງຂະໜາດ  130/70-13 63P  ດິສສະເບຣກ ໜ້າ – ຫຼັງ ມີລະບົບປ້ອງກັນລໍ້ລັອກ ABS ແບບ 2 Channel ນໍ້າໜັກໂຕລົດ 161 ກິໂລກຣາມ.

GPX DZ3 ໃຊ້ເຄື່ອງຈັກ 4 ຈັງຫວະ ສູບດຽວຂະໜາດຄວາມຈຸ 278.2 ຊີຊີ 4 ວາວ SOHC ຈ່າຍນໍ້າມັນແບບຫົວສີດລະບາຍ ຄວາມຮ້ອນໂດຍນໍ້າ ກໍາລັງສູງສຸດ 24.1 ແຮງມ້າ ແລະ ແຮງບິດທີ່ 24.5 ນິວຕັນແມັດ ຖັງນໍ້າມັນຂະໜາດຄວາມຈຸ 10.3 ລິດ GPX DZ3 ລຸ້ນ Standard ມີ 2 ສີ ແລະ ລຸ້ນ Sport ມີ 4 ສີ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ