ປີ 2025 ຂະແໜງພາສີ ເກັບລາຍຮັບໄດ້ລື່ນແຜນການຫຼາຍເຖິງ 23%

23 Jan 2026

ຄລິກແຊຣ໌ 0 Facebook WhatsApp

ປີ 2025 ຂະແໜງພາສີເກັບລາຍຮັບໄດ້ລື່ນແຜນ 23.53% ຂະນະທີ່ເປົ້າໝາຍແຜນການປີນີ້  ແມ່ນ 25,742 ຕື້ກີບ.

ທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີ ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ປະຈໍາປີ 2025 ຕໍ່ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວິຊາສະເພາະ ປະຈໍາປີ 2025 ຕໍ່ກອງປະຊຸມ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວິຊາສະເພາະ ປະຈໍາປີ 2025 ແລະ ກໍານົດທິດທາງ ແຜນການ, ມາດຕະການ ປະຈໍາປີ 2026 ຂອງຂະແໜງພາສີ ໂດຍການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ວ່າ: ປີ 2025 ໄດ້ຮັບມອບໝາຍຈັດເກັບ 18,500 ຕື້ກີບ, ຜ່ານການຈັດຕັັ້ງປະຕິປະຕິບັດໄດ້ທັງໝົດ 22,852 ຕື້ກີບ ເທົ່າກັບ 123.53% ຂອງແຜນການປີ ທຽບໃສ່ໄລຍະດຽວກັນ ເພີ່ມຂຶ້ນ 26.51 % ເທົ່າກັບ 4,789 ຕື້ກີບ.

ທ່ານຫົວໜ້າກົມພາສີ ຍັງໄດ້ກ່າວຕື່ມວ່າ: ຜົນສໍາເລັດທັງໝົດນີ້ ຍ້ອນມີການຊີ້ນໍາຢ່າງໃກ້ຊິດ ຈາກຄະນະພັກ-ຄະນະນໍາ ກະຊວງການເງິນ ເປັນແຕ່ລະໄລຍະ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີີ່ວິຊາສະເພາະໄປຖືກທິດ, ມີປະສິດທິພາບ ແລະ ປະສິດທິຜົນ; ນອກຈາກນີ້ ຄະນະນໍາກົມພາສີ ຍັງໄດ້ລົງໃກ້ຊິດຕິດແທດ, ຕິດຕາມກວດກາ ແລະ ໃຫ້ທິດຊີ້ນໍາໃນການຈັດຕັັ້ງປະຕິບັດວຽກງານວິຊາສະເພາະຢ່າງເປັນປົກກະຕິ, ຕໍ່ເນື່ອງ.

ສໍາລັບວຽກງານຈຸດສຸມໃນ ປີ 2026 ຂະແໜງພາສີ ໄດ້ຮັບມອບໝາຍແຜນລາຍຮັບ 25,742 ຕື້ກີບ ທຽບໃສ່ແຜນລາຍຮັບ ປີ 2025 ເພີ່ມຂຶ້ນ 39.14% ຫຼື ເພີ່ມຂຶ້ນ 7,242 ຕື້ກີບ.

ເພື່ອເຮັດໃຫ້ການປະຕິບັດແຜນລາຍຮັບໃຫ້ບັນລຸຕາມແຜນທີ່ໄດ້ຮັບມອບໝາຍໃນປີ 2026 ນີ້ ກົມພາສີ ໄດ້ຄົ້ນຄວ້າ, ກໍານົດທິດທາງ ແລະ ບັນດາມາດຕະການລະອຽດທີ່ຕ້ອງໄດ້ເອົາໃສ່ ແລະ ເລັ່ງຈັດຕັ້ງປະຕິບັດແຕ່ຫົວທີ ເຊັ່ນ: ສືບຕໍ່ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານລັດຖະກອນ; ສຸມໃສ່ປັບປຸງພາລະບົດບາດຂອງກົມພາສີຄືນໃໝ່ໃຫ້ສອດຄ່ອງກັບໂຄງປະກອບຂອງພາລະບົດບາດຂອງກະຊວງການເງິນ. ປັບປຸງບາງມາດຕາກົດໝາຍພາສີ ແລະ ນິຕິກໍາໃຕ້ກົດໝາຍທີີ່ເຫັນວ່າບໍ່ມີຄວາມສອດຄ່ອງກັບສະພາບ ເສດຖະກິດ-ສັງຄົມ ແຕ່ລະໄລຍະ; ສືບຕໍໍ່ສຸມໃສ່ພັດທະນາ ແລະ ນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການຄຸ້ມຄອງການນໍາເຂົ້າ-ສົ່ງອອກ, ການຜ່ານແດນສິນຄ້າເຄື່ອງຂອງ ແລະ ຈັດເກັບລາຍຮັບເຂົ້າງົບປະມານທັນສະພາບການ, ອັດຊ່ອງຫວ່າງ ການຮົ່ວໄຫຼ ລາຍຮັບງົບປະມານທຸກຮູບແບບ ແລະ ບັນດາມາດຕະການອື່ນໆ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ