ໃນຕອນແລງວັນທີ 13 ມັງກອນ 2026, ທ່ານ ສີໂທ ທໍລະທາ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ ພ້ອມດ້ວຍທ່ານ ລຳພົນ ພະໄຊສົມບັດ ຫົວໜ້າຂະແໜງການຄ້າພາຍໃນ, ເຈົ້າໜ້າທີ່ກວດກາການຄ້າ ແລະຂະແໜງການກ່ຽວຂ້ອງຂອງແຂວງ ແລະ ນະຄອນໄກສອນພົມວິຫານ ໄດ້ລົງເຄື່ອນໄຫວຕິດຕາມກວດກາລາຄາສິນຄ້າໃນບັນຊີຄວບຄຸມ ແລະສິນຄ້າທີ່ມີຜົນກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າທີ່ຕະ ຫຼາດສາມັກຄີໄຊ, ນະຄອນໄກສອນພົມວິຫານ.
ທັງນີ້ກໍເພື່ອເປັນການຄຸ້ມຄອງ, ຕິດຕາມ, ກວດກາລາຄາສິນຄ້າ ແລະ ຄ່າບໍລິການພາຍໃນນະຄອນ ໃຫ້ຖືກຕ້ອງສອດຄ່ອງກັບສະພາບການຕົວຈິງ, ເຮັດໃຫ້ສິນຄ້າໃນທ້ອງຕະຫຼາດ ມີຄວາມສະຫງົບ, ຮັກສາສະຖຽນລະພາບທາງດ້ານລາຄາ, ທັງເປັນການປົກປ້ອງຜົນປະໂຫຍດຂອງຜູ້ຊົມໃຊ້ ແລະຫຼີກເວັ້ນການສວຍໂອກາດຂຶ້ນລາຄາສິນຄ້າທີ່ບໍ່ສົມເຫດສົມຜົນ ໃນຊ່ວງໄລຍະການສະເຫຼີມສະຫຼອງງານບຸນເທສະການຕ່າງໆ ໂດຍສະເພາະໄລຍະທີ່ລັດຖະບານປັບຂຶ້ນເງິນເດືອນແກ່ພະນັກງານໃນປີ 2026ນີ້.
ໃນການລົງໄປເຄື່ອນໄຫວຄັ້ງນີ້ ກໍໄດ້ມີການສອບຖາມກ່ຽວກັບລາຄາສິນຄ້າທີ່ຢູ່ໃນບັນຊີຄວບຄຸມ ເປັນຕົ້ນແມ່ນຊີ້ນໝູ, ຊີ້ນງົວ, ປາ, ໄຂ່, ໄກ່, ເຂົ້າສານໜຽວ ແລະພືດຜັກຊະນິດຕ່າງໆ ເພື່ອສົມທຽບກັບລາຄາກາງທີ່ພາກລັດໄດ້ກຳນົດໄວ້, ພ້ອມນີ້ກໍໄດ້ມີການກວດທຽບຊິງຊັ່ງນ້ຳໜັກຂອງແມ່ຄ້າທີ່ໃຫ້ບໍລິການພາຍໃນຕະຫຼາດແຫ່ງດັ່ງກ່າວຕື່ມອີກ.
ຜ່ານການເຄື່ອນໄຫວວຽກງານຕົວຈິງທີ່ຕະຫຼາດສາມັກຄີໄຊຄັ້ງນີ້ ເຫັນວ່າບັນດາສິນຄ້າຄວບຄຸມປະເພດ (ກ) ໂດຍສະເພາະຊີ້ນໝູ, ເຂົ້າສານໜຽວປະເພດ 2, ໄຂ່ໄກ່, ປາ ລວມເຖິງສິນຄ້າປະເພດພືດຜັກຕ່າງໆ ຖືວ່າຢູ່ໃນລາຄາປົກກະຕິ.
ໂອກາດນີ້ ທ່ານ ລຳພົນ ພະໄຊສົມບັດ ຍັງກ່າວຕື່ມວ່າ: ຖ້າພົບເຫັນມີກໍລະນີການເອົາລັດເອົາປຽບຜູ້ບໍລິໂພກ ບໍ່ວ່າຈະເປັນດ້ານລາຄາ, ຊິງຊັ່ງນ້ຳໜັກຂອງຜູ້ປະກອບການ ທີ່ລະເມີດດຳລັດ 474/ນຍ, ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະຄ່າບໍລິການ ແມ່ນສາມາດຕິດຕໍ່ສາຍດ່ວນພວກເຮົາໄດ້ຕະຫຼອດເວລາຕາມເບີ 1510 ຊຶ່ງຖ້າເປັນການກະທຳຜິດຄັ້ງທີ 1 ທາງເຈົ້າໜ້າທີ່ພວກເຮົາ ຈະໄດ້ມີການສຶກສາອົບຮົມກ່າວເຕືອນ ແລະຖ້າມີຄັ້ງຕໍ່ໆໄປ ຈະໄດ້ປັບໃໝຕາມລະບຽບການ.