Hyundai Staria Electric ລົດຕູ້ໄຟຟ້າສຳລັບສາຍຄອບຄົວ ຂຸມ  218 ແຮງມ້າ ແລ່ນໄດ້ໄກ 400 ກິໂລແມັດ

17 Jan 2026

ຄລິກແຊຣ໌ 0 Facebook WhatsApp

Hyundai ໄດ້ເປິດໂຕ Staria Electric ທີ່ງານ Brussels Motor Show ເພື່ອເປັນທາງເລືອກສຳລັບຜູ້ທີ່ກຳລັງແນມຫາລົດຄອບຄົວແບບບໍ່ມີມົນລະພິດ ພາຍໃນຫ້ອງໂດຍສານທີ່ກວ້າງຂວາງ ແລະ ໄລຍະທາງແລ່ນສູງສຸດເຖິງ 400 ກິໂລແມັດ ຕໍ່ການສາກ 1 ເທື່ອ.

Hyundai ອ້າງວ່າ Staria Electric ລຸ້ນໃໝ່ນີ້ຖືເປັນບົດໃໝ່ໃນກຸ່ມລົດຍົນໄຟຟ້າພິກັດ MPV ໂດຍລຸ້ນນີ້ໄດ້ຮັບການອອກແບບມາເພື່ອຕອບສະໜອງຄວາມຕ້ອງການຂອງຄອບຄົວ ລວມໄປເຖິງການໃຊ້ງານຮັບ-ສົ່ງຜູ້ໂດຍສານ ແລະ ການໃຊ້ງານແບບພານິດ.

ສິ່ງທີ່ເຮັດໃຫ້ Staria Electric ແຕກຕ່າງຈາກລຸ້ນເຄື່ອງຍົນ Combustion ພາຍໃນຄືການອອກແບບດ້ານໜ້າແບບປິດສະໜິດແທນທີ່ຊ່ອງຮັບອາກາດ ເຊິ່ງຊ່ວຍເພິ່ມປະສິດທິພາບດ້ານອາກາດ.

ແຖບໄຟດ້ານໜ້າທີ່ທອດຍາວຈາກດ້ານໜຶ່ງໄປອີກດ້ານໜຶ່ງຍັງຄົງຢູ່ ປະຕູເລື່ອນທີ່ກວ້າງ ແລະ ຊ່ອງເປີດດ້ານຫຼັງຂະໜາດໃຫຍ່ຊ່ວຍໃຫ້ຜູ້ໂດຍສານ ແລະ ສຳພາລະເຂົ້າອອກໄດ້ງ່າຍ.

 Staria Electric ມາພ້ອມລຸ້ນ Luxury ເຊິ່ງເປັນລຸ້ນ 7 ທີ່ນັ່ງສຳລັບຄອບຄົວ ຫຼື ລຸ້ນ Wagon ເຊິ່ງສາມາດບັນທຸກຜູ້ໂດຍສານໄດ້ສູງສຸດ 9 ຄົນ. ເໝາະສຳລັບຄອບຄົວຂະໜາດໃຫຍ່ ການເດີນທາງເປັນກຸ່ມ ຫຼື ການຮັບສົ່ງຜູ້ໂດຍສານ.

ເພື່ອໃຫ້ຜູ້ໂດຍສານເດີນທາງໄດ້ຢ່າງສະດວກສະບາຍ Hyundai ໄດ້ປັບປຸງໂຄງສ້າງຂອງລະບົບຊ່ວງລ່າງ ແລະ ເພີ່ມວັດສະດຸດູດຊັບສຽງເພື່ອເຮັດໃຫ້ຫ້ອງໂດຍສານງຽບຍິ່ງຂຶ້ນ. ໂດຍສະເພາະຢ່າງຍິ່ງທີ່ຄວາມໄວສູງເທິງທາງຫຼວງ.

ພາຍໃນຫ້ອງໂດຍສານມາພ້ອມຈໍສະແດງຜົນຄູ່ຂະໜາດ 12.3 ນິ້ວ ທີ່ສະແດງຂໍ້ມູນການຂັບຂີ່ທີ່ກ່ຽວຂ້ອງ ແລະ ຊ່ວຍໃຊ້ຄວບຄຸມຟັງຊັ່ນຕ່າງໆຂອງລົດໄດ້ງ່າຍ.

Staria Electric ໃຊ້ແພັສຟອມ 800V ເຊັ່ນດຽວກັບ Ioniq 4, Ioniq 6 ແລະ Ioniq 9 ທີ່ຂັບເຄື່ອນດ້ວຍມໍເຕີ້ໄຟຟ້າທີ່ຕິດຕັ້ງເທິງເພົາໜ້າ ໃຫ້ກຳລັງ 218 ແຮງມ້າ ພ້ອມແບັດເຕີ້ລີ່ລິທຽມໄອລອອນ ຂະໜາດ 84 kWh ແລະ ລະບົບສາກ DC ແບບໄວພິເສດ ເຊິ່ງຊ່ວຍໃຫ້ສາກຈາກ 10-80% ໄດ້ໃນເວລາປະມານ 20 ນາທີ ແລະ ສາມາດແລ່ນໄດ້ໄກເຖິງ 400 ກິໂລແມັດ ຕໍ່ການສາກ 1 ເທື່ອ.

Hyundai Staria Electric ຈະເລິ່ມຜະລິດທີ່ໂຮງງານຜະລິດຂອງ  Hyundai Motor ໃນເມືອງອຸນຊານ ປະເທດເກົາຫຼີໃຕ້ ແລະ ຄາດວ່າຈະວາງຈຳໜ່າຍໃນຍຸໂຣບ ແລະ ຕະຫຼາດບ້ານເກີດໃນຊ່ວງເຄິ່ງທຳອິດຂອງປີນີ້ ຈາກນັ້ນຈະວາງຈຳໜ່າຍໃນຕະຫຼາດອື່ນໆຕໍ່ໄປ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ