ກະຊວງການເງິນ ເພີ່ມທະວີການລະດົມທຸກແຫຼ່ງກໍາລັງຈາກພາກສ່ວນເສດຖະກິດ ໂດຍສຸມໃສ່ການພັດທະນາເສດຖະກິດພາກເອກະຊົນທີ່ເຂັ້ມແຂງ ຕາມທິດ ສອຈ ທັງເລັ່ງຂະຫຍາຍຖານລາຍຮັບງົບປະມານ ເພື່ອສ້າງເສດຖະກິດມະຫາພາກໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງ.
ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ລັດຖະມົນຕີກະຊວງການເງິນ ໄດ້ປະກອບຄໍາເຫັນໃນຫົວຂໍ້: “ສ້າງເສດຖະກິດມະຫາພາກໃຫ້ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ” ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນ ປະຕິວັດລາວ ວ່າ: ເພື່ອສ້າງເສດຖະກິດມະຫາພາກໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງ, ຮຽກຮ້ອງໃຫ້ສືບຕໍ່ສ້າງການຫັນປ່ຽນໃໝ່ຢ່າງຕັ້ງໜ້າຕາມທິດ ສອຈ, ຈະໄດ້ສຸມໃສ່ດັ່ງນີ້:
1. ສຸມໃສ່ສ້າງການຂະຫຍາຍຕົວເສດຖະກິດຮູບແບບໃໝ່ທີ່ຕັ້ງໜ້າ ກວ່າເກົ່າ ໂດຍເລັ່ງປັບປຸງກໍາລັງແຮງງານໃຫ້ມີຄຸນນະພາບສູງ, ສົ່ງເສີມການນໍາໃຊ້ເຕັກໂນໂລຊີ ແລະ ການຫັນເປັນດີຈີຕອນ ເພື່ອຍົກປະສິດທິພາບຖານການຜະລິດ ແລະ ບໍລິການພາຍໃນໃຫ້ສູງຂຶ້ນ.
2. ເພີ່ມທະວີການລະດົມທຸກແຫຼ່ງກໍາລັງຈາກພາກສ່ວນເສດຖະກິດ ໂດຍສຸມໃສ່ການພັດທະນາເສດຖະກິດພາກເອກະຊົນທີ່ເຂັ້ມແຂງຕາມທິດ ສອຈ, ຫັນເຂົ້າສູ່ລະບົບທາງການ, ສ້າງສະພາບແວດລ້ອມ ແລະ ສິ່ງອໍານວຍຄວາມສະດວກການລົງທຶນທີ່ດີຕາມທິດເລືອກເຟັ້ນ, ຄຸນນະພາບ ແລະ ຍືນຍົງ, ເລັ່ງປັບປຸງລັດວິສາຫະກິດທີ່ສໍາຄັນໃຫ້ສາມາດເຄື່ອນໄຫວມີຜົນກໍາໄລ ແລະ ປະກອບສ່ວນຕໍ່ງົບປະມານລັດ.
3. ເລັ່ງຂະຫຍາຍຖານລາຍຮັບງົບປະມານ ໂດຍການຄົ້ນຄວ້າເພີ່ມອັດຕາພາສີ-ອາກອນຈໍານວນໜຶ່ງທີ່ເປັນທ່າແຮງ ແລະ ຊຸກຍູ້ໃຫ້ມີການປຸງແຕ່ງວັດຖຸດິບພາຍໃນ; ຂະຫຍາຍຖານລາຍຮັບໃຫ້ເຂົ້າສູ່ລວງເລິກ; ເລັ່ງຫັນຫົວໜ່ວຍວິສາຫະກິດທັງໝົດໃຫ້ເຂົ້າສູ່ລະບົບອາກອນມູນຄ່າເພີ່ມ; ຢຸດຕິການຍົກເວັ້ນ ແລະ ເຂັ້ມງວດຕໍ່ການຫຼຸດຜ່ອນພາສີ-ອາກອນທີ່ນອກເໜືອກົດໝາຍກໍານົດ.
4. ສືບຕໍ່ປັບປຸງປະສິດທິຜົນດ້ານລາຍຈ່າຍງົບປະມານ ໂດຍການປັບປຸງນິຕິກໍາທີ່ກ່ຽວຂ້ອງຈໍານວນໜຶ່ງ, ປັບປຸງການຕິດຕາມ ແລະ ປະເມີນປະສິດທິຜົນດ້ານລາຍຈ່າຍ ໂດຍອີງໃສ່ຜົນໄດ້ຮັບຕົວຈິງຕໍ່ເສດຖະກິດ, ເພີ່ມງົບປະມານແກ່ໂຄງການດ້ານຊັບພະຍາກອນມະນຸດ ແລະ ການແກ້ໄຂຄວາມທຸກຍາກໃຫ້ຫຼາຍຂຶ້ນ, ເພີ່ມທະວີການຄຸ້ມຄອງ ແລະ ແກ້ໄຂໜີ້ສິນຢ່າງມີແຜນການ, ຈຸດສຸມ ແລະ ມີປະສິດທິຜົນ; ເຂັ້ມງວດປະຕິບັດວິໄນແຜນການ ແລະ ການເງິນ ແຕ່ຂັ້ນສູນກາງຮອດທ້ອງຖິ່ນ.
5. ສືບຕໍ່ເລັ່ງການຫັນເປັນທັນສະໄໝໃນຂະແໜງການເງິນ, ສ້າງຖານຂໍ້ມູນ ແລະ ເຊື່ອມຕໍ່ລະບົບເຂົ້າກັບທຸກຂະແໜງການທີ່ມີລາຍຮັບ-ລາຍຈ່າຍໃຫ້ທົ່ວເຖິງ ແລະ ວ່ອງໄວ; ຍົກລະດັບລະບົບຂໍ້ມູນສະຖິຕິເປັນທັນສະໄໝ. 6. ສືບຕໍ່ປັບປຸງນະໂຍບາຍ ແລະ ກົນໄກດ້ານເງິນຕາໃຫ້ສອດຄ່ອງ, ຄຸ້ມຄອງຕະຫຼາດເງິນຕາໃຫ້ເຂົ້າສູ່ລະບົບ, ຮັດກຸມ ແລະ ເຂັ້ມງວດ, ຄຸ້ມຄອງກະແສໄຫຼເຂົ້າ-ອອກຂອງເງິນຕາຕ່າງປະທດ, ເພີ່ມທະວີການສ້າງເຄື່ອງມື ແລະ ມາດຖານໃນການຄຸ້ມຄອງລະບົບທະນາຄານທຸລະກິດ, ສ້າງຄວາມເຂັ້ມແຂງ ແລະ ຂະຫຍາຍໂຄງການສິນເຊື່ອ ເພື່ອຊຸກຍູ້ຂະແໜງການຜະລິດ ແລະ ບໍລິການພາຍໃນທີ່ ເປັນບຸລິມະສິດ.