5 ປີ ເສດຖະກິດຂະຫຍາຍຕົວ 4.24%GDP ສະເລ່ຍຕໍ່ຫົວຄົນໄດ້ 2,138 ໂດລາ

16 Jan 2026

ຄລິກແຊຣ໌ 0 Facebook WhatsApp

ໃນ 5 ປີຜ່ານມາ ເສດຖະກິດຂອງປະເທດຂະຫຍາຍຕົວສະເລ່ຍ 4.24%, GDP ສະເລ່ຍຕໍ່ຫົວຄົນ ໄດ້ 2,138 ໂດລາ, ມູນຄ່າການຄ້າກັບຕ່າງປະເທດບັນລຸຫຼາຍກວ່າ 84 ຕື້ໂດລາ ເກີນດຸນການຄ້າ 8.4 ຕື້ໂດລາ.

ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນ ປະຕິວັດລາວ ໃນວັນທີ 6 ມັງກອນ 2026 ວ່າ: ດ້ານການເຕີບໂຕເສດຖະກິດ ໃນໄລຍະ 5 ປີ ຜ່ານມາ(2021-2025) ໄດ້ສຸມໃສ່ປະຕິບັດມາດຕະການຕ່າງໆ ເພື່ອຟື້ນຟູເສດຖະກິດ ໂດຍສຸມໃສ່ ຊຸກຍູ້ການຜະລິດ ແລະ ການບໍລິການ ໃຫ້ສືບຕໍ່ຂະຫຍາຍຕົວ ເປັນຕົ້ນການເປີດປະເທດຄືນໃຫມ່ພາຍຫຼັງການລະບາດພະຍາດໂຄວິດ-19, ການຊຸກຍູ້ສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກ ຕິດພັນກັບການປ່ອຍສິນເຊື່ອເພື່ອຟື້ນຟູ ເສດຖະກິດ, ການປະຕິບັດໂຄງການທົດລອງແຮ່ທາດ, ການສົ່ງເສີມການທ່ອງທ່ຽວ, ການປັບປຸງ ການບໍລິການຂົນສົ່ງພາຍໃນ ແລະ ຕ່າງປະເທດ ແລະ ອື່ນໆ ເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ.

ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວສະເລ່ຍໃນລະດັບ 4.24% ເຊິ່ງບັນລຸຄາດໝາຍທີ່ວາງໄວ້ 4% ຂຶ້ນໄປ, GDP ຕໍ່ຫົວຄົນ ບັນລຸໄດ້ 2,138 ໂດລາ (ແຜນການ 2,880 ໂດລາ) ແລະ GNI ຕໍ່ຫົວຄົນ ບັນລຸໄດ້ 1,985 ໂດລາ (ແຜນການ 2,280 ໂດລາສະຫະລັດ).

ໃນນີ້ຂະແໜງກະສິກໍາ ຂະຫຍາຍຕົວສະເລ່ຍ 2.9% ກວມ 19.4% ຂອງ GDP (ແຜນການຂະຫຍາຍຕົວ 2.5% ແລະ ກວມ 15.3%); ຂະແໜງອຸດສາຫະກໍາ ຂະຫຍາຍຕົວສະເລ່ຍ 4.7% ກວມ 32.5% (ແຜນການຂະຫຍາຍຕົວ 4.1% ແລະ ກວມ 32.3%); ຂະແໜງບໍລິການ ຂະຫຍາຍຕົວສະເລ່ຍ 4.5% ກວມ 36.6% (ແຜນການ:ຂະຫຍາຍຕົວ 6% ແລະ ກວມ 41.3%); ຂະແໜງພາສີ-ອາກອນ ຜະລິດຕະພັນ ຂະຫຍາຍຕົວສະເລ່ຍ 3.8% ກວມ 11.5% ຂອງ GDP (ແຜນການ 5.8% ແລະ ກວມ 11.7% ຂອງ GDP).

ດ້ານການຄ້າກັບຕ່າງປະເທດ ມີມູນຄ່າການຄ້າທັງໝົດ 84.4 ຕື້ໂດລາ ເທົ່າກັບ 119% ຂອງແຜນ     (ແຜນການ 70.9 ຕື້ໂດລາ); ໃນນີ້ ມູນຄ່າສົ່ງອອກ 46.4 ຕື້ໂດລາ ເທົ່າກັບ 122% ຂອງແຜນການ ເພີ່ມຂຶ້ນສະເລ່ຍ 15.19% ຕໍ່ປີ; ມູນຄ່ານໍາເຂົ້າ 37.9 ຕື້ໂດລາ ເທົ່າກັບ 115% ຂອງແຜນ ເພີ່ມຂຶ້ນສະເລ່ຍ 13.45% ຕໍ່ປີ ແລະ ເກີນດຸນ ການຄ້າ 8.4 ຕື້ໂດລາ.

ສາມາດລະດົມການລົງທຶນໄດ້ທັງໝົດ 387,372 ຕື້ກີບ ເທົ່າກັບ 189% ຂອງແຜນ (ແຜນການ 204,599 ຕື້ກີບ); ໃນນີ້ການລົງທຶນຈາກງົບປະມານພາຍໃນ 22,080 ຕື້ກີບ ເທົ່າກັບ 96% ຂອງແຜນ, ການລົງທຶນຈາກການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) 54,493 ຕື້ກີບ ເທົ່າກັບ 146% ຂອງແຜນ, ການລົງທຶນຈາກເອກະຊົນພາຍໃນ ແລະ ຕ່າງປະເທດ 266,494 ຕື້ກີບ ເທົ່າກັບ 266% ຂອງແຜນ (ແຜນການ 100,000 ຕື້ກີບ) ແລະ ການລົງທຶນຈາກແຫຼ່ງອື່ນໆ ນັບທັງການປະກອບສ່ວນຈາກຊຸມຊົນ ແລະ ສັງຄົມ ປະຕິບັດໄດ້ 44,305 ຕື້ກີບ ເທົ່າກັບ 100% ຂອງແຜນການ    (ແຜນການ 44,305 ຕື້ກີບ).

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ