ພິທີມອບ- ຮັບໂຄງການ ກໍ່ສ້າງທາງເບຕົງເສີມເຫຼັກ ຈໍານວນ 7 ໂຄງການ ແລະ ເປີດນໍາໃຊ້ຢ່າງເປັນທາງການ ຈັດຂຶ້ນໃນວັນທີ 2 ມັງກອນ 2026 ເຂົ້າຮ່ວມຂອງ ທ່ານ ບຸນຍະວັດ ນີຣະໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງ ວຽງຈັນ ພ້ອມດ້ວຍຮອງປະທານຄະນະກໍາມະການປົກຄອງເມືອງຫາດຊາຍຟອງ, ເມືອງໄຊທານີ ປະທານບໍລິສັດ ແລະ ແຂກຮັບເຊີນເຂົ້າຮ່ວມ.
ທ່ານ ຕີ່ງຄໍາ ສີສະຫວັດ ຫົວໜ້າຂະແໜງຂົວທາງພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນໄດ້ລາຍງານການຈັດ ຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງໃນໄລຍະຜ່ານມາ: ການກໍ່ ສ້າງເສັ້ນທາງເບຕົງເສີມເຫຼັກຈໍານວນ 7 ໂຄງການ ເຈົ້າຂອງໂຄງການແມ່ນພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງ ຈັນ ຜູ້ຮັບເໝົາແມ່ນ ບໍລິສັດ ພີເອັດແອວ ເຮືອງຈະເລີນ ແລະ ບໍລິສັດ ໄຊຈະເລີນຊັບ ໃຊ້ງົບປະມານການລົງທຶນຂອງລັດໃນແຕ່ລະປີ 7 ໂຄງການປະກອບມີ:
1. ໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ເສັ້ນທາງແຄມຂອງຈາກສາມແຍກເຂດບ້ານນາໄຮ ຫາ ບ້ານຊາຍຟອງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ລວງຍາວ 9.38 ກິໂລແມັດ ໜ້າທາງກວ້າງ 8 ແມັດ;
2. ໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ແຕ່ບ້ານສາລາຄໍາ-ດົງໂພນເລົາ-ບ້ານສະຫວ່າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ລວງຍາວ 4.85 ກິໂລແມັດ ໜ້າທາງກວ້າງ 7.50 ແມັດ
3. ໂຄງການກໍ່ທາງເບຕົງສ້າງເສີມເຫຼັກ ແຕ່ທາງລົດໄຟລາວຈີນ ບ້ານຫ້ວຍເຕີຍ-ໂນນສະອາດ( ໄຟແດງທາງເລກ10)ເມືອງໄຊທານີ ລວງຍາວ 7.97 ກິໂລແມັດ ກວ້າງ 10 ແມັດ
4. ໂຄງການກໍ່ສ້າງທາງເບຕົງ ແຕ່ບ້ານຕານມີໄຊ ຫາ ນາທົ່ມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ລວງຍາວ 2.76 ກິໂລກແມັດ ກວ້າງ 10 ແມັດ
5. ໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ແຕ່ບ້ານໂນນສະອາດ ( ໄຟແດງທາງເລກ10) ບ້ານລາດຄວາຍ ຫາ ນາສາລາ ເມືອງໄຊທານີ ລວງຍາວ 9.20 ກິໂລແມັດ ກວ້າງ10 ແມັດ
6. ໂຄງການກໍ່ສ້າງທາງ ຢູ່ທາງຫຼັງຫໍສະໝຸດແຫ່ງຊາດເຂດບ້ານພະຂາວ ຫາ ບ້ານຊ້າງຄູ້ ເຊື່ອມຕໍ່ຖະໜົນດົງໂດກ-ສີເກີດ- ທາງ 450 ປີ ເມືອງໄຊທານີ ນະຄອນຫຼວງວຽງຈັນ ລວງຍາວ 4.16 ກິໂລແມັດ ກວ້າງ 6-10 ແມັດ
7. ໂຄງການກໍ່ສ້າງທາງລຽບຕາມຄອງນໍ້າຮ່ອງອ້ວຍລ້ວຍ ແຕ່ສວນ 23 ສິງຫາ (ຖະໜົນດົງປາຍນາ) ຫາຖະໜົນບູລິຈັນ ຫາ ຮ່ອງແກ(ຖະໜົນໂພນທັນ) ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ລວງຍາວ 2.49 ກິໂລແມັດ ກວ້າງ 3.8 ແມັດ.
ໂຄງການກໍ່ສ້າງທາງບົງຕົງເສີມເຫຼັກ ເລີ່ມຈັດຕັ້ງປະຕິບັດແຕ່ເດືອນມັງກອນ 2025 ມາຮອດວັນທີ 2 ມັງກອນ 2026 ບັນດາໜ້າວຽກຕ່າງໆ ຈັດຕັ້ງປະຕິບັດສໍາເລັດ 100 ສ່ວນຮ້ອຍ ແລະ ສໍາເລັດກ່ອນສັນຍາ ລວມໄລຍະທາງຍາວທັງໝົດ 40.81 ກິໂລແມັດ ແຜນວຽກກໍ່ສ້າງໃນຕໍ່ໜ້າ ເລີ່ມແຕ່ເດືອນມັງກອນ 2026 ຫາ ມັງກອນ 2027 ມອບໃຫ້ບໍລິສັດຜູ້ຮັບເໝົາ ຕິດຕາມ ແລະ ບູລະນະຮັກສາສ້ອມແປງໃຫ້ຄົບໄລຍະຄໍ້າປະກັນ 1 ປີ ຕາມເງື່ອນໄຂທີ່ໄດ້ລະບຸໄວ້ໃນສັນຍາ.