ລາຄາຄໍາໂລກພຸ່ງຂຶ້ນສູ່ລະດັບສູງສຸດໃນຮອບໜຶ່ງອາທິດເມື່ອວັນທີ 6 ມັງກອນ ຫຼັງຈາກສະຫະລັດໂຈມຕີເວເນຊູເອລາ ກະຕຸ້ນຄວາມຕ້ອງການສິນຊັບປອດໄພ.
ລາຄາຄໍາຕະຫຼາດສະປອດ (Spot Gold) ປັບຂຶ້ນ 0.8% ສູ່ລະດັບ 4,485 ໂດລາຕໍ່ອອນ ໃນເວລາ 13:40 ໂມງຕາມເວລາພາກຕາເວັນອອກຂອງສະຫະລັດ ຫຼັງຈາກປັບຂຶ້ນສູງກວ່າ3%ກ່ອນໜ້າ ເຮັດໃຫ້ລາຄາເຂົ້າໃກ້ລະດັບສູງສຸດເປັນປະຫວັດການ ທີ່ 4,549 ໂດລາ ໃນວັນທີ 24 ທັນວາ 2025.
ສ່ວນສັນຍາການຊື້ຂາຍລ່ວງໜ້າຄຳສະຫະລັດ (Gold Futures) ສໍາລັບການສົ່ງມອບເດືອນກຸມພາ ປິດຕະຫຼາດ ປັບຂຶ້ນ 1% ທີ່ 4,496ໂດລາຕໍ່ອອນ.
ສະພາບການອ້ອມຂ້າງເວເນຊູເອລາ ໄດ້ກະຕຸ້ນຄວາມຕ້ອງການສິນຊັນປອດໄພອີກຄັ້ງຢ່າງຊັດເຈນ ແຕ່ກໍມາພ້ອມກັບຄວາມກັງວົນທີ່ມີຢູ່ແລ້ວ ກ່ຽວກັບພູມສາດການເມືອງ ແລະ ການສະໜອງພະລັງງານ ແລະ ນະໂຍບາຍການເງິນ, ທ່ານ ອາເລັກຊານເດີ ຊຸມເຟີ ຜູ້ຄ້າໂລຫະມີຄ່າຈາກ Heraeus Metals Germany ກ່າວ.
ລາຄາຄໍາທະຍານຂຶ້ນ 64% ໃນປີທີ່ຜ່ານມາ ໂດຍໄດ້ຮັບແຮງຍູ້ຈາກສະຖານະການຄວາມຂັດແຍ່ງທາງການເມືອງລະຫວ່າງປະເທດ ແລະ ການຜ່ອນຄາຍອັດຕາດອກເບ້ຍຂອງທະນາຄານກາງສະຫະລັດ ຄວາມຄາດຫວັງວ່າອັດຕາດອກເບ້ຍຈະຫຼຸດລົງອີກ ປະກອບກັບການຊື້ຄໍາໂດຍທະນາຄານກາງຂອງຫຼາຍປະເທດ ແລະ ການໄຫຼເຂົ້າຂອງເງິນທຶນໃນກອງທຶນ ອີທີເອັຟ.