ແໜແດງ ຈະມີໄນໂຕຣເຈນເປັນອົງປະກອບສູງເຖິງ 4.6% ເຊິ່ງສູງກວ່າພືດຕະກູນຖົ່ວປະມານ 3% ສາມາດເປັນອາຫານໃຫ້ສັດລ້ຽງເຊັ່ນ: ເປັດ, ໄກ່, ປາ, ໝູ,ງົວ, ຄວາຍ ແລະ ສາມາດເປັນປຸ໋ຍໃຫ້ພືດຊະນິດອື່ນໄດ້, ເປັນພືດປູກງ່າຍໃຫຍ່ໄວ.
ດັ່ງນັ້ນເສດຖະກິດບໍ່ຄ່ອຍດີແບບນີ້ ຊາວກະສິກອນຫຼາຍຄົນຫັນມາປູກແໜແດງ ປະກອບໃສ່ໃນການປູກ-ການລ້ຽງ ໂດຍປູກເຮັດປຸ໋ຍ, ປູກເພື່ອລ້ຽງສັດ ເຊິ່ງຈະຊ່ວຍໃຫ້ຫຼຸດຕົ້ນທຶນໄດ້ດີ ທີ່ສຳຄັນປະຢັດຮໍາ ອາດຈະປະສົມກັບຮໍາໃຫ້ສັດກິນ ຫຼື ຈະເກືອສົດກໍໄດ້.
1). ໃຊ້ແທ່ງນໍ້າ ອັດກົ້ນ ຫຼື ພື້ນບໍ່ໃຫ້ນໍ້າຊືມອອກ ໃສ່ດິນ ແລະ ມູນສັດໃນອັດຕາສ່ວນ 4:1 (ດິນ 4 ສ່ວນ; ມູນສັດ 1 ສ່ວນ) ໃຫ້ມີ ຄວາມສູງຫ່າງຈາກຂອບພື້ນປະມານ 20-30 ຊັງຕີແມັດ.
2). ເຕີມນໍ້າໃຫ້ມີຄວາມສູງຈາກໜ້າດິນປະມານ 5-10 ຊັງຕີແມັດ, ຈາກນັ້ນປະໃຫ້ຝຸ່ນນອນແລ້ວຕັກເສດຂີ້ເຫຍື້ອທີ່ລອຍຢູ່ໜ້ານໍ້າອອກ.
3). ໃສ່ແໜງແດງສົດລົງໃນປະມານຫຍຸມມືໜຶ່ງ ຫຼື ຖ້າໃສ່ຫຼາຍຈະຂະຫຍາຍຕົວໄວ ປະຈົນກວ່າແໜແດງຂະຫຍາຍເຕັມ ປະມານ 1-2 ອາທິດ ໃຫ້ຕັກອອກເຄິ່ງໜຶ່ງ ນຳແໜແດງທີ່ຕັກອອກໄປຕາກແດດປະມານ 2 ມື້ ເພື່ອເຮັດແໜແດງແຫ້ງສຳລັບໃຊ້ເປັນປຸ໋ຍ ຫຼື ຖ້າຈະນຳເອົາໄປຂະຫຍາຍພັນຕໍ່ ເມື່ອແໜແດງຂະຫຍາຍເຕັມບໍ່ແລ້ວໃຫ້ປ່ອຍນໍ້າອອກ ແລ້ວນໍາແໜໄປປ່ອຍລົງບ່ອນທີ່ຈະຂະຫຍາຍຕໍ່ໄປ.
4). ເຕີມມູນສັດເພີ່ມລົງໃນບໍ່ປະມານ 100 ກຣາມ ທຸກໆ 14 ມື້.
5). ບ່ອນຈະຂະຫຍາຍອາດຈະເປັນບໍ່, ໜອງນໍ້າ ຫຼື ເອົາດິນຈີ່ມາລຽນກັນຂຶ້ນຄືກໍ່ ຫຼື ເຮັດແນວໃດກໍໄດ້ ແລ້ວເອົາຜ້າຢາງເກັບນໍ້າມາປູແລ້ວປ່ອຍນໍ້າໃສ່ ເທົ່ານີ້ກໍສາມາດຂະຫຍາຍແໜແດງໄດ້ແລ້ວ,
ສ່ວນພະຍາດ ແລະ ສັດຕູພືດ ຕໍ່ແໜແດງ ແມ່ນ: ບົ້ງແມງກະເບື້ອ, ດ້ວງ, ຮີ້ນນໍ້າ, ຣາ ແລະ ແບັດທີເຣຍ. ເຊິ່ງວິທີປ້ອງກັນຕອນທີ່ເພາະພັນແມ່ນໃຫ້ເອົາດາງສີຟ້າມາປົກຄຸມດ້ານເທິງ
ຂໍ້ມູນ: doa.go