ເງິນເຟີ້ ເດືອນທັນວາ  ຢູ່ໃນລະດັບ 5.6%

06 Jan 2026

ຄລິກແຊຣ໌ 0 Facebook WhatsApp

ອັດຕາເງິນເຟີ້ ເດືອນທັນວາ  ຢູ່ໃນລະດັບ 5.6%  ແຕ່ເມື່ອສົມທຽບການປ່ຽນແປງລາຄາສິນຄ້າເດືອນຕໍ່ເດືອນເຫັນວ່າຫຼຸດລົງ0.3%

ອີງຕາມບົດລາຍງານອັດຕາເງິນເຟີ້ ປະຈຳເດືອນທັນວາ 2025 ຂອງສູນສະຖິຕິແຫ່ງຊາດ ກະຊວງການເງິນໃຫ້ຮູ້ວ່າ: ອັດຕາເງິນເຟີ້ ຂອງ ສປປ ລາວ ປະຈໍາເດືອນທັນວາ 2025 ຢູ່ໃນລະດັບ 5.6% ເພີ່ມຂຶ້ນຈາກ 4.8% ໃນເດືອນພະຈິກ; ໃນນັ້ນ ຫມວດທີ່ພັກອາໄສ, ນໍ້າປະປາໄຟຟ້າ ແລະເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ ເພີ່ມຂຶ້ນ 18.1%, ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 14.4%, ໝວດການສຶກສາ ເພີ່ມຂຶ້ນ 11.4%; ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 8.1%; ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 7.2%; ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 7.1%; ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 29.2%.

ເມື່ອສັງເກດລາຄາທີ່ເພີ່ມຂຶ້ນທີ່ພົ້ນເດັ່ນແມ່ນ ລາຄາໄຟຟ້າ ເພີ່ມຂຶ້ນ 105%, ນໍ້າປະປາ 40.1%, ການ ບໍລິການກໍ່ສ້າງ ແລະ ສ້ອມແປງເຮືອນ ເພີ່ມຂຶ້ນ 17.3%, ການບໍລິການຄົນເຈັບ ເພີ່ມຂຶ້ນ 26.4%, ຢາດີໄຂ້ເດັກນ້ອຍ ເພີ່ມຂຶ້ນ 12.6%, ຢາແກ້ໄອເດັກນ້ອຍ ເພີ່ມຂຶ້ນ 11.2%, ເສື້ອຜູ້ຍິງ ເພີ່ມຂຶ້ນ 25.2%, ເສື້ອຜູ້ຊາຍ 10.0%, ໂສ້ງຜູ້ຊາຍ 9.9%.

ເຖິງຢ່າງໃດກໍ່ຕາມ, ເມື່ອສົມທຽບລະດັບການປ່ຽນແປງລາຄາສິນຄ້າເດືອນທັນວາທຽບໃສ່ເດືອນພະຈິກ 2025  ເຫັນວ່າຫຼຸດລົງ -0.3%. ໃນນັ້ນ, ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ຫຼຸດລົງ -0.8%, ໃນນີ້ຊີ້ນຫມູ ຫຼຸດລົງ -1.4%, ເຂົ້າສານຫນຽວ ຫຼຸດລົງ -0.4%; ໝວດຄົມມະນາຄົມ ແລະ ການຂົນສົ່ງ ຫຼຸດລົງ -0.6% ພົ້ນເດັ່ນ ແມ່ນລາຄາ ນ້ໍາມັນເຊື້ອໄຟ ຫຼຸດ ລົງ -3.7%, ພາຫະນະການຂົນສົ່ງ ຫຼຸດລົງ -0.1%. ສັງເກດເຫັນວ່າການເພີ່ມຂຶ້ນຂອງອັດຕາເງິນເຟີ້ ເດືອນ ທັນວາ 2025 ສ່ວນໜຶ່ງແມ່ນມາຈາກ ການເພີ່ມຂຶ້ນ ຂອງລາຄາໄຟຟ້າ, ນໍ້າປະປາ ແລະ ການປັບຂຶ້ນຂອງລາຄາເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ໃນເຮືອນ ທີ່ພົວພັນກັບອັດຕາ ແລກປ່ຽນເງິນບາດໄທ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ