ລາຄານໍ້າມັນດິບຕະຫຼາດໂລກຊົງຕົວຈາກຂໍ້ມູນເສດຖະກິດສະຫະລັດ ແລະ ຄວາມເຄັ່ງຕຶງທາງພູມສາດ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ລາຄານໍ້າມັນດິບປ່ຽນແປງເລັກໜ້ອຍໃນວັນທີ 24 ທັນວາ 2025 ເນື່ອງຈາກນັກລົງທຶນພິຈາລະນາເຖິງການເຕີບໂຕທາງເສດຖະກິດຂອງສະຫະລັດ ແລະ ປະເມີນຄວາມສ່ຽງຂອງການຢຸດສະງັກຂອງການສະໜອງຈາກເວເນຊູເອລາ ແລະ ຣັດເຊຍ ເຖິງວ່າລາຄາຈະຢູ່ໃນເສັ້ນທາງທີ່ຈະຫຼຸດລົງຫຼາຍທີ່ສຸດໃນຮອບປີ ນັບຕັ້ງແຕ່ປີ 2020 ກໍຕາມ.
ລາຄານໍ້າມັນດິບເບຣນ ສັນຍາຊື້-ຂາຍລ່ວງໜ້າຫຼຸດລົງ 23 ເຊັນ ຫຼື 0.4% ເຫຼືອ 62.15 ໂດລາຕໍ່ບາເຣລ ຂະນະທີ່ລາຄານໍ້າມັນດິບເວສເທັກຊັດອິນເຕີມີເດຍຂອງສະຫະລັດ (WTI) ຫຼຸດລົງ 8 ເຊັນ ຫຼື 0.2% ເຫຼືອ 58.29 ໂດລາ.
ລາຄານໍ້າມັນເບຣນ ແລະ WTI ມີທ່າອ່ຽງຫຼຸດລົງປະມານ 16% ແລະ 18% ຕາມລໍາດັບໃນປີນີ້ ເຊິ່ງເປັນການຫຼຸດລົງຫຼາຍທີ່ສຸດນັບຕັ້ງແຕ່ປີ 2020.