ໃນຕອນເຊົ້າຂອງວັນທີ 24 ທັນວາ 2025 ອົງການປົກຄອງແຂວງວຽງຈັນ ໄດ້ຈັດພິທີ ມອບ-ຮັບໜ້າທີ່ ລະຫວ່າງ ເຈົ້າແຂວງວຽງຈັນ (ຜູ້ເກົ່າ) ແລະ ປະທານຄະນະກຳມະການປົກຄອງແຂວງວຽງຈັນ (ຜູ້ໃໝ່), ພ້ອມທັງປະກາດການຈັດຕັ້ງຂັ້ນແຂວງ ອີກຈຳນວນໜຶ່ງ ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນການພັກ,ປະທານຄະນະກວດກາສູນກາງພັກ, ປະທານອົງການແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ, ພ້ອມດ້ວຍການນຳພັກ-ລັດຂັ້ນແຂວງ, ເລຂາພັກເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການ, ກົມກອງ, ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງແຂວງເຂົ້າຮ່ວມ.

ໃນພິທີ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເຈົ້າແຂວງວຽງຈັນ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວຊີ້ນຳ-ນຳພາ ການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະທີ່ຕົນເອງໄດ້ຮັບໜ້າທີ່ເປັນເຈົ້າແຂວງວຽງຈັນ ໃນໄລຍະ ຜ່ານມາ. ຫຼັງຈາກນັ້ນ ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການອະນຸມັດໃຫ້ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເຈົ້າແຂວງວຽງຈັນ ອອກພັກການຮັບອຸດໜູນບຳນານ, ຜ່ານດຳລັດຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ທ່ານ ພູວົງ ບຸນຊູ ຮອງເລຂາພັກແຂວງ ເປັນ ປະທານຄະນະກຳມະການປົກຄອງແຂວງວຽງຈັນ ແລະ ຜ່ານມະຕິຕົກລົງຂອງເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູນກາງຄຸ້ມຄອງ ອອກພັກການຮັບອຸດໜູນບຳນານຈຳນວນ 5 ທ່ານຄື: 1. ທ່ານ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງ. 2. ທ່ານ ດາວເຮືອງ ນັນທະວົງ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງວຽງຈັນ. 3. ທ່ານ ນາງ ຈັນທະບູນ ໂພສະລາດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ. 4. ທ່ານ ເທບພະໄທ ແກ້ວເຂັມເພັດ ຄະນະປະຈຳພັກແຂວງ, ປະທານອົງການແນວລາວສ້າງຊາດແຂວງວຽງຈັນ. 5. ທ່ານ ສົມດີ ແກ້ວດາລາວິນ ຄະນະປະຈຳພັກແຂວງ, ປະທານຄະນະກວດກາພັກແຂວງວຽງຈັນ.

ຫຼັງຈາກນັ້ນກໍ່ໄດ້ມີພິທີເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ລະຫວ່າງ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ (ຜູ້ເກົ່າ) ແລະ ທ່ານ ພູວົງ ບຸນຊູ ປະທານຄະນະກຳມະການປົກຄອງແຂວງວຽງຈັນ (ຜູ້ໃໝ່).
ນອກຈາກນີ້ ຍັງໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ກ່ຽວກັບການຍົກຍ້າຍ ແລະ ແຕ່ງຕັ້ງຄະນະບໍລິຫານງານພັກແຂວງດຳລົງຕຳແໜ່ງໃໝ່ ອີກຈຳນວນໜຶ່ງ. ໂດຍໄດ້ຕົກລົງຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ສົມປະສົງ ສຸວົງຄຳຈັນ ຄະນະປະຈຳພັກແຂວງ, ເລຂາພັກເມືອງໂພນໂຮງ ເປັນ ຮອງປະທານຄະນະກຳມະການປົກຄອງແຂວງ, ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ປອ ສີວຽງໄຊ ອໍລະບູນ ຄະນະປະຈຳພັກແຂວງ, ຫົວໜ້າຫ້ອງວ່າການແຂວງ ເປັນ ຮອງປະທານຄະນະກຳມະການປົກຄອງແຂວງ, ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ຄຳເພັດ ຈັນສົມພູ ຄະນະປະຈຳພັກແຂວງ, ເລຂາພັກເມືອງເຟືອງ ເປັນ ຫົວໜ້າຄະນະຈັດຕັ້ງແຂວງ, ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ນາງ ມະໄລສີ ທຳມະໂຄດ ຄະນະປະຈຳພັກແຂວງ, ປະທານສະຫະພັນແມ່ຍິງແຂວງ ເປັນ ປະທານອົງການແນວລາວສ້າງຊາດແຂວງ, ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ນາງ ຈັນທະຄອນ ສີອຳພອນ ຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ເປັນ ຫົວໜ້າຄະນະໂຄສະນາ-ອົບຮົມແຂວງ, ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ນາງ ວົງເດືອນ ວັດຕະໂສ ກຳມະການພັກແຂວງ, ເລຂາພັກເມືອງທຸລະຄົມ ເປັນ ປະທານສະຫະພັນແມ່ຍິງແຂວງ, ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ພົມມະລາ ນັນທະວົງ ກຳມະການພັກແຂວງ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ເປັນ ຫົວໜ້າຫ້ອງວ່າການແຂວງ ແລະ ຕົກລົງຍົກຍ້າຍ ທ່ານ ຄຳພັນ ຊະນະໄພ ກຳມະການພັກແຂວງ, ຫົວໜ້າພະແນກຍຸຕິທຳແຂວງ ໄປປະຈຳການຢູ່ ສະພາປະຊາຊົນແຂວງວຽງຈັນ.

ພາບ-ຂ່າວ: ແຂວງວຽງຈັນໂພສ