ທ່ານຮອງນາຍົກ ເນັ້ນ 4 ຄໍາຖາມເຈາະຈີ້ມເພື່ອປະຕິຮູບລັດວິສາຫະກິດໃຫ້ເຂັ້ມແຂງ

19 Dec 2025

ຄລິກແຊຣ໌ 0 Facebook WhatsApp

ກອງປະຊຸມ ສະຫຼຸບວຽກງານປະຕິຮູບລັດວິສາຫະກິດທົ່ວປະເທດ ປະຈໍາປີ 2025 ຈັດຂຶ້ນໃນວັນທີ 17 ທັນວາ 2025 ພາຍໃຕ້ຈຸດປະສົງລະດັບຄາດໝາຍ ເພື່ອຮັບປະກັນການປະຕິຮູບລັດວິສາຫະກິດ ໃຫ້ມີປະສິດທິພາບ-ປະສິດທິຜົນ ແລະ ມີຄວາມເອກະພາບ ໃນການຈັດຕັ້ງປະຕິບັດໃຫ້ໄປໃນລວງດຽວກັນ.

ນອກນັ້ນຍັງສຸມໃສ່ປັບປຸງທິດທາງປະຕິຮູບລັດວິສາຫະກິດ ໃຫ້ມີຄວາມເຂັ້ມແຂງ ເປັນຕົ້ນແມ່ນສາມາດສືບຕໍ່ດໍາເນີນທຸລະກິດໄດ້ຢ່າງມີປະສິດທິຜົນ, ມີສະພາບຄ່ອງທາງດ້ານການເງິນດີຂຶ້ນ, ກ້າວໄປເຖິງມີຜົນກຳໄລປະກອບສ່ວນເຂົ້າງົບປະມານແຫ່ງລັດ, ເຮັດໜ້າທີ່ຮັບໃຊ້ສາທາລະນະປະໂຫຍດຢ່າງເຕັມສ່ວນ ພາຍໃຕ້ການສະໜັບສະໜູນ ນະໂຍບາຍທີ່ເໝາະສົມ ແລະ ການດັດສົມຂອງລັດ, ກາຍເປັນກຳລັງແຮງຊຸກຍູ້ໃຫ້ແກ່ການພັດທະນາເສດຖະກິດ- ສັງຄົມຂອງຊາດ.

ໃນກອງປະຊຸມ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະປະຕິຮູບລັດວິສາຫະກິດ ໃນນາມປະທານກອງປະຊຸມ ໄດ້ມີ 4 ຄໍາຖາມສໍາຄັນເຈາະຈີ້ມຕໍ່ທີ່ປະຊຸມວ່າ:

1) ສະເໜີກອງປະຊຸມ ພ້ອມກັນຕີລາຄາການຈັດຕັ້ງປະຕິບັດວຽກງານລັດວິສາຫະກິດ ໃນໄລຍະຜ່ານມາ, ອັນທີ່ເຮັດໄດ້, ອັນທີ່ຍັງເຮັດບໍ່ໄດ້,ສາເຫດທັງໃນຕົວ ແລະ ນອກຕົວ ແລະ ບັນຫາໃດຕົ້ນຕໍ ທີ່ພວກເຮົາຕ້ອງສຸມໃສ່ແກ້ໄຂໃນການຈັດຕັ້ງປະຕິບັດໃນປີ 2026?

2) ຕໍ່ການປະຕິຮູບລັດວິສາຫະກິດ, ໃນໄລຍະຜ່ານມາລັດຖະບານ ກໍໄດ້ມີມະຕິໃນການປະຕິຮູບ ຈໍານວນ 32 ຫົວ ໜ່ວຍ ແຕ່ຜ່ານການຈັດຕັ້ງປະຕິບັດເຫັນວ່າ ສາມາດເຮັດສໍາເລັດໄດ້ຫຼາຍຫົວໜ່ວຍ ແລະ ຫົວໜ່ວຍຈໍານວນໜຶ່ງ ກໍພວມສືບຕໍ່ໃຫ້ສໍາເລັດ, ບັນດາທ່ານເຫັນວ່າ ການປະຕິບັດຕາມມະຕິຂອງລັດຖະບານດັ່ງກ່າວໃຫ້ມີຜົນສໍາເລັດ, ອັນທີ່ຍັງຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ມີແນວໃດ?

3) ສະເໜີບັນດາທ່ານ ມີຄໍາເຫັນຕໍ່ການຈັດຕັ້ງປະຕິບັດນິຕິກຳ ກ່ຽວກັບການຄຸ້ມຄອງລັດວິສາຫະກິດການປະຕິບັດ ແຜນດໍາເນີນທຸລະກິດ, ການປະຕິບັດໜ້າທີ່ຂອງຄະນະອໍານວຍການ ແລະ ສະພາບໍລິຫານຂອງບໍລິສັດວ່າອັນໃດເຮັດໄດ້, ເຮັດບໍ່ໄດ້ ຫຼື ມີຂໍ້ຫຍຸ້ງຍາກແນວໃດ ໃນການປະຕິບັດຕົວຈິງ?

4) ພວກເຮົາຈະມີວິທີການ ແລະ ມາດຕະການຄືແນວໃດ ຕໍ່ບັນດາລັດວິສາຫະກິດ ທີ່ເຄື່ອນໄຫວບໍ່ມີປະສິດທິຜົນ ຫຼື ຂາດທຶນ; ເພື່ອສຸມໃສ່ປັບປຸງ ແລະ ພັດທະນາລັດວິສາຫະກິດດັ່ງກ່າວ ໃຫ້ເຕີບໃຫຍ່ ແລະ ເຂັ້ມແຂງ?.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ