5ປີ ນະຄອນຫຼວງວຽງຈັນ ລົງວິໄນສະມາຊິກພັກ-ພະນັກງານລັດ227ຄົນ

17 Dec 2025

ຄລິກແຊຣ໌ 0 Facebook WhatsApp

      ອົງການກວດກາ ນະຄອນຫຼວງວຽງຈັນ ດຳເນີນການກວດກາປະຕິບັດວິໄນ ສະມາຊິກພັກ-ພະນັກງານ, ລັດຖະກອນ ທັງໝົດ 227 ຄົນ, ດຳເນີນການກວດກາ ຕໍ່ເປົ້າໝາຍທີ່ມີປະກົດການ ແລະ ມີການສະເໜີຂອງປະຊາຊົນ ທັງໝົດ 67 ເປົ້າໝາຍ, ດຳເນີນການແກ້ໄຂ 37 ເປົ້າໝາຍ, ເກັບກູ້ຊັບສິນຄືນໄດ້ ທັງໝົດ 1.4 ຕື້ກີບ.

 ອົງການກວດ ກາລັດ ສະຫຼຸບຕີລາຄາ ການເຄື່ອນໄຫວວຽກງານ ກວດກາໃນໄລຍະ 5ປີ 2021-2025 ແລະ ທິດທາງແຜນເຄື່ອນໄຫວ ວຽກງານປະຈໍາປີ 2026 ຂອງອົງການກວດກາ ນະຄອນຫຼວງວຽງຈັນ

      ທ່ານ ບຸນສີ ກອງບຸດ ຮອງປະທານກວດກາ ນວ ໄດ້ລາຍງານ ສະຫຼຸບຕີລາຄາ ການເຄື່ອນໄຫວວຽກງານ ກວດກາໃນໄລຍະ 5ປີ 2021-2025 ແລະ ທິດທາງແຜນເຄື່ອນໄຫວ ວຽກງານປະຈໍາປີ 2026 ຂອງອົງການກວດກາ ນະຄອນຫຼວງວຽງຈັນ ຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ໃນວັນທີ 17 ທັນວາ 2025 ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານ ສະພາປະຊາຊົນ ນວ.

      ທ່ານ ບຸນສີ ກອງບຸດ ຮອງປະທານກວດກາ ນວ ກ່າວວ່າ: ໄດ້ລົງເລິກໃນການປະຕິບັດໜ້າທີ່ວິຊາສະເພາະ ການຕິດຕາມກວດກາພັກ, ຕິດຕາມກວດກາການບໍລິຫານລັດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ການຄົ້ນຄວ້າແກ້ໄຂຄຳຮ້ອງ-ຄຳສະເໜີ, ການປະຕິບັດມາດຕະການແກ້ໄຂຕໍ່ຜູ້ລະເມີດກົດລະບຽບຂອງພັກ-ກົດໝາຍຂອງລັດ, ການລະເລີຍຕໍ່ໜ້າທີ່ຄວາມຮັບຜິດຊອບຂອງຄະນະພັກ-ສະມາຊິກພັກ, ພະນັກງານ-ລັດຖະກອນ ໃນ 05 ປີຜ່ານມາ ສະແດງອອກ ຄື:

+ ດຳເນີນການກວດກາປະຕິບັດວິໄນ ສະມາຊິກພັກ-ພະນັກງານ, ລັດຖະກອນ ທັງໝົດ 227 ຄົນ, ໃນນີ້

ຕິຕຽນ 13 ຄົນ, ສຶກສາອົບຮົມກ່າວເຕືອນ 16 ຄົນ, ປົດຕຳແໜ່ງ ແລະ ຍົກຍ້າຍ 16 ຄົນ, ລຶບຊື່ອອກຈາກການເປັນສະມາຊິກພັກສຳຮອງ 2 ຄົນ, ເອົາອອກຈາກສະມາຊິກພັກ 110 ຄົນ, ໂຈະການຮ່ວມຊີວິດພັກ ແລະ ການປະຕິບັດໜ້າທີ່ຊົ່ວຄາວ 62 ຄົນ.

+ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງດ້ວຍການແຈ້ງ ແລະ ຄຸ້ມຄອງຊັບສິນຂອງພະນັກງານ-

ສະມາຊິກພັກ; ໄດ້ຮັບການແຈ້ງຊັບສິນ 2,838 ຄົນ, ດຳເນີນການກວດກາ ຕໍ່ເປົ້າໝາຍທີ່ມີປະກົດການ ແລະ ມີການສະເໜີຂອງປະຊາຊົນ ທັງໝົດ 67 ເປົ້າໝາຍ, ດຳເນີນການແກ້ໄຂ 37 ເປົ້າໝາຍ, ເກັບກູ້ຊັບສິນຄືນໄດ້ ທັງໝົດ 1,438,539,610 ກີບ.

+ ຮັບ ແລະ ແກ້ໄຂຄຳຮ້ອງ-ຄຳສະເໜີ ຈາກປະຊາຊົນ ແລະ ພາກສ່ວນຕ່າງໆ 65 ສະບັບ, ຄົ້ນຄວ້າ-ແກ້ໄຂສຳເລັດ 48 ສະບັບ, ເກັບມ້ຽນ 09 ສະບັບ, ຍັງສືບຕໍ່ຄົ້ນຄວ້າເກັບກຳຂໍ້ມູນແກ້ໄຂ ຈຳນວນ 17 ສະບັບ.

+ ກວດກາການບໍລິຫານລັດ ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານການ

ລົງທຶນຂອງລັດ; ໄດ້ຕິດຕາມ, ກວດກາໂຄງການລົງທຶນຂອງລັດ ທີ່ຖືກອະນຸມັດ 2,671 ໂຄງການ ມູນຄ່າ

14,219,288.25 ລ້ານກີບ (ສິບສີ່ພັນສອງຮ້ອຍສິບເກົ້າຕື້ກວ່າກີບ), ໂຄງການຊຳລະໜີ້ 1,213 ໂຄງການ ມູນຄ່າ4,514,832.76 ລ້ານກີບ (ສີ່ພັນຫ້າຮ້ອຍສິບສີ່ຕື້ກວ່າກີບ); ໄດ້ຕິດຕາມ, ກວດກາໂຄງການລົງທຶນຂອງລັດ ມູນຄ່າ10 ຕື້ກີບຂຶ້ນໄປ 116 ໂຄງການ ລວມມູນຄ່າ 10,671.31 ລ້ານກີບ (ສິບພັນຫົກຮ້ອຍເຈັດສິບເອັດຕື້ກວ່າກີບ) ໄດ້ກວດກາສຳເລັດ 100% ແລະ ໂຄງການ ມູນຄ່າ 10 ຕື້ກີບລົງມາ 455 ໂຄງການ ມູນຄ່າ 1,154.45 ລ້ານກີບ (ໜຶ່ງພັນໜຶ່ງຮ້ອຍຫ້າສິບສີ່ຕື້ກວ່າກີບ); ໄດ້ດຳເນີນການກວດກາສຳເລັດ 44 ໂຄງການ ມູນຄ່າ 80,435 ຕື້ກີບ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ