ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງໜ່ວຍພັກຮາກຖານກົມສົ່ງເສີມຈູນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງກະຊວງ ອຸດສາຫະກຳ ແລະ ການຄ້າ ເປີດຂຶ້ນ ແລະ ປິດລົງໃນວັນທີ 16 ທັນວາ 2025 ທີ່ຫ້ອງປະຊຸມຊັ້ນ 1 (ສໍານັກງານບ້ານໂພນໄຊ ) ໂດຍການເປັນທານຂອງສະຫາຍ ນາງ ມະນີວອນ ວົງໄຊ, ກໍາມະການຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານກົມສົ່ງເສີມຈູນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຈັນທະບູນ ສຸກອາລຸນ, ກຳມະການປະຈໍາພັກກະຊວງ, ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ.

ເບື້ອງຕົ້ນ ສະຫາຍ ນາງ ມະນີວອນ ວົງໄຊ ເລຂາໜ່ວຍພັກຮາກຖານກົມສົ່ງເສີມຈູນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ໃຫ້ກຽດກ່າວເປີດກອງປະຊຸມຢ່າງເປັນທາງການ ແລະ ໄດ້ຜ່ານຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ເພື່ອທົບທວນ ແລະ ຕີລາຄາຄືນ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IV ຂອງຕົນຕະຫຼອດໄລຍະ 05 ປີ ທີ່ຜ່ານມາ ແລະ ຍົກ ໃຫ້ເຫັນດ້ານດີ-ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຕ້ອງໄດ້ປັບປຸງແກ້ໄຂ, ພ້ອມທັງກຳນົດທິດທາງ, ແຜນການສູ້ຊົນແຕ່ນີ້ ຮອດປີ 2030 ບົນພື້ນຖານເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງ ອຸດສາຫະກຳ ແລະ ການຄ້າ ຄັ້ງທີ VI ແລະ ແຜນພັດທະນາຂະແໜງອຸດສາຫະກຳ ແລະ ການຄ້າ 05 ປີໃນຕໍ່ໜ້າ ໃຫ້ປະກົດຜົນເປັນຈິງ. ພ້ອມນີ້, ສະຫາຍ ວິທູນ ສິດທິມໍລະດາ ຮອງເລຂາໜ່ວຍພັກ ກໍ່ໄດ້ຂື້ນຜ່ານຮ່າງບົດສໍາຫຼວດການນໍາພາລວມຕໍ່ທີປະຊຸມ.

ກອງປະຊຸມ ໄດ້ດໍາເນີນໄປຢ່າງຖືກຕ້ອງ ຕາມລະບຽບຂັ້ນຕອນຂອງພັກວາງອອກ ແລະ ບັນດາສະຫາຍຜູ້ແທນກອງປະຊຸມ ໄດ້ເປັນເອກະພາບຕໍ່ຮ່າງລາຍງານການເມືອງ ແລະ ຮ່າງບົດສຳຫລວດການນຳພາລວມຂອງໜ່ວຍພັກຮາກຖານກົມສົ່ງເສີມຈູນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ພ້ອມກັນຈັດຕັ້ງຜັນຂະຫຍາຍທິດທາງ, ຄາດໝາຍ ແລະ ໜ້າທີ່ແຕ່ລະດ້ານທີ່ໄດ້ຮັບຮອງເອົາໃນກອງປະຊຸມໃຫຍ່ຄັ້ງນີ້.

ພາຍຫລັງການກ່າວອຳລາໜ້າທີ່ຂອງຄະນະໜ່ວຍພັກຮາກຖານຊຸດເກົ່າ, ຜູ້ແທນກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ໃນການເລືອກຕັ້ງເອົາຄະນະໜ່ວຍພັກຮາກຖານກົມສົ່ງເສີມຈູນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ຄັ້ງທີ V, ຊຶ່ງມີຜູ້ອອກສະໝັກເລືອກຕັ້ງທັງໝົດ 7 ສະຫາຍ, ເລືອກເອົາ 5 ສະຫາຍ.

ຜົນກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະພາບ ແລະ ເລືອກເອົາຄະນະໜ່ວຍພັກຮາກຖານກົມສົ່ງເສີມຈູນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຊຸດໃໝ່ ຈຳນວນ 5 ສະຫາຍ ລວມທັງເລຂາ, ຮອງເລຂາ ແລະ ປະທານກວດກາພັກ ປະກອບມີ: ຄະນະໜ່ວຍພັກຮາກຖານກົມສົ່ງເສີມຈູນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ມີທັງໝົດຈໍານວນ 05 ສະຫາຍ.

1. ສະຫາຍ ນາງ ມະນີວອນ ວົງໄຊ ເປັນເລຂາໜ່ວຍພັກ;
2. ສະຫາຍ ສະເຫຼີມໄຊ ຫຼ່ຽມຜີ ເປັນຮອງເລຂາໜ່ວຍພັກ,
3. ສະຫາຍ ວິລະກອນ ພິລົມລັກ ເປັນປະທານຄະນະກວດກາໜ່ວຍພັກ
4. ສະຫາຍ ວິທູນ ສິດທິມໍລະດາ ເປັນຮອງປະທານຄະນະກວດກາໜ່ວຍພັກ
5. ສະຫາຍ ວ່າງໃຈ ວ່າງ ເປັນກໍາມະການໜ່ວຍພັກ.

ພ້ອມນີ້, ຍັງໄດ້ຄັດເອົາສະຫາຍ ນາງ ລັດທະນາ ດວງບຸບຜາ ເປັນຮອງປະທານຄະນະກວດກາໜ່ວຍພັກຕື່ມ.